ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສານມາເລເຊຍ ຈະຕັດສິນ​ຄະ​ດີ​ຮັບ​ສິນ​ບົນ ຂອງພັນລະຍາອະດີດນາຍົກທີ່​ຖືກ​ຂັງ​ຄຸກ


ນາງໂຣສມະ ແມນເຊີ, ພັນລະຍາຂອງອະດີດນາຍົກມາເລເຊຍ ທ່ານນາຈີບ ຣາຊາກ, ເດີນທາງ​ໄປເຖິງສານສູງ ໃນນະຄອນຫຼວງກົວລາລໍາເປີ, ວັນທີ 1 ກັນຍາ 2022.
ນາງໂຣສມະ ແມນເຊີ, ພັນລະຍາຂອງອະດີດນາຍົກມາເລເຊຍ ທ່ານນາຈີບ ຣາຊາກ, ເດີນທາງ​ໄປເຖິງສານສູງ ໃນນະຄອນຫຼວງກົວລາລໍາເປີ, ວັນທີ 1 ກັນຍາ 2022.

ພັນລະຍາຂອງອະດີດນາຍົກລັດຖະມົນຕີທີ່ຖືກຂັງຄຸກ ທ່ານນາຈີບ ຣາຊາກ (Najib Razak), ໄດ້ໄປຂຶ້ນສານໃນວັນພະຫັດມື້ນີ້ ເພື່ອຮັບຟັງການຕັດສິນຄະດີກ່ຽວກັບການສໍ້ລາດບັງຫຼວງ ໃນຈໍານວນເງິນ 1.25 ຕື້ຣິງກິດ ຫຼື 279 ລ້ານໂດລາ ໃນໂຄງການພະລັງງານແສງຕາເວັນ, ພຽງບໍ່ເທົ່າໃດມື້ລຸນຫຼັງ ທີ່ສາມີຂອງນາງໄດ້ຖືກຕັດສິນໃຫ້ຂັງຄຸກ ກ່ຽວກັບການ​ສໍ້​ໂກງເງິນກອງທຶນຂອງລັດ​ຖະ​ບານ 1MDB, ອີງຕາມອົງການຂ່າວ AP.

ນາງໂຣສມະ ແມນເຊີ (Rosmah Mansor) ປະເຊີນກັບສາມຂໍ້ຫາ ກ່ຽວກັບ ການຮຽກຮ້ອງເອົາສິນບົນ ແລະຮັບເງິນຈໍານວນ 6 ລ້ານ 5 ແສນຣິງກິດ ຫຼື 1 ລ້ານ 5 ແສນໂດລາ ລະຫວ່າງປີ 2016 ແລະປີ 2017 ເພື່ອຊ່ວຍຮັບປະກັນ​ໃຫ້ບໍລິສັດ ໄດ້ຮັບ​ສິດໃນໂຄງການຈັດສັນແຜ່ນພະລັງງານແສງຕາເວັນແກ່ໂຮງ ຮຽນຢູ່ທີ່ເກາະບໍນຽວ (Borneo).

ອະດີດນາຍົກລັດຖະມົນຕີຂອງມາເລເຊຍ ທ່ານນາຈີບ ຣາຊາກ (ກາງ), ຍົກມືທັກທາຍໃນລະຫວ່າງທີ່ທ່ານເດີນທາງມາເຖິງສານອຸທອນ ໃນເມືອງປຸດຕຣາຈາຢາ, ມາເລເຊຍ, ວັນທີ 23 ສິງຫາ 2022.
ອະດີດນາຍົກລັດຖະມົນຕີຂອງມາເລເຊຍ ທ່ານນາຈີບ ຣາຊາກ (ກາງ), ຍົກມືທັກທາຍໃນລະຫວ່າງທີ່ທ່ານເດີນທາງມາເຖິງສານອຸທອນ ໃນເມືອງປຸດຕຣາຈາຢາ, ມາເລເຊຍ, ວັນທີ 23 ສິງຫາ 2022.

ກ່ອນມີການປະ​ກາດ​ຄຳຕັດສິນ, ສານໄດ້ຮັບຟັງຄໍາຮ້ອງຈາກນາງໂ​ຣສມະຂໍໃຫ້​ປະ​ກາດ​ວ່າ ຜູ້ພິພາກສາສານສູງ ທ່ານໂມຮໍາເມັດ ຊາຍນີ ມາສລານ (Moha-med Zaini Mazlan) ບໍ່​ມີ​ສິດ​ໃນ​ການ​ດຳ​ເນີນ​ຄະ​ດີນີ້. ນາງໂຣສມະ ໄດ້​ກ່າວ
ອ້າງວ່າ ​ມີການສູນເສຍຄວາມໄວ້ວາງໃຈຕໍ່ທ່ານຜູ້ພິພາກສາຄົນດັ່ງກ່າວ ເນື່ອງຈາກມີການຮົ່ວໄຫຼຂອງເອກະສານ 71 ໜ້າຢູ່ໃນໜ້າເວັບໄຊທ໌ໃນວັນສຸກທີ່ຜ່ານມາ ເຊິ່ງຖືກ​ກ່າວ​ຫາ​ວ່າມີການຕັດສິນໃຫ້ນາງມີຄວາມຜິດ​ກ່ຽວ​ກັບ​ເລື້ອງ​ນີ້. ນາງກ່າວວ່າ ນາງຕົກໃຈທີ່ສຸດ ເມື່ອນາງໄດ້ອ່ານມັນ, ມັນບໍ່ໄດ້ຖືກຂຽນໂດຍທ່ານຜູ້ພິພາກສາ ແຕ່ຂຽນໂດຍບຸກຄົນໃດນຶ່ງ ທີ່ຢູ່ໃນ “ພະ​ແນກຄົ້ນຄວ້າ” ຂອງສານ.

ນາງໂຣສມະ ອາຍຸ 70 ປີ ກ່າວວ່າ ນາງບໍ່ມີຄວາມໝັ້ນໃຈ ໃນ​ໂຕຜູ້ພິພາກສາຄົນດັ່ງກ່າວຈະມີຄວາມຍຸຕິທໍາ ເນື່ອງຈາກລາວ ອາດໄດ້ຮັບອິດທິພົນຈາກບຸກ ຄົນທີສາມ. ນາງໄດ້ຂໍຮ້ອງໃຫ້ທ່ານຊາຍນີລາອອກຈາກຕໍາແໜ່ງ ດ້ວຍໂຕທ່ານເອງ ແລະຂໍໃຫ້ມີການດໍາເນີນຄະດີ ໂດຍທ່ານຜູ້ພິພາກສາຄົນໃໝ່.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG