ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ມາເລເຊຍ ຈັບກຸມ ສະມາຊິກ ສື່ມວນຊົນ 5 ຄົນ ຖານຍຸຍົງໃຫ້ກໍ່ຄວາມບໍ່ສະຫງົບຂຶ້ນ


ແມ່ຍິງມຸສລິມຄົນໜຶ່ງ ຍ່າງກາຍທຸງຊາດມາເລເຊຍ ຢູ່ຕໍ່ໜ້າອາຄານ Sultan Abdul Samad ທີ່ຈະຕຸລັດ Independence ທີ່ກົວລາລຳເປີ ມາເລເຊຍ.
ແມ່ຍິງມຸສລິມຄົນໜຶ່ງ ຍ່າງກາຍທຸງຊາດມາເລເຊຍ ຢູ່ຕໍ່ໜ້າອາຄານ Sultan Abdul Samad ທີ່ຈະຕຸລັດ Independence ທີ່ກົວລາລຳເປີ ມາເລເຊຍ.

ບັນດາ​ເຈົ້າ​ໜ້າ​ທີ່​ມາ​ເລ​ເຊຍ ​ໄດ້​ຈັບ​ກຸມ​ພວກ​ພະນັກງານ 5 ຄົນ​
ຂອງ Website ຂ່າວ​ເອກະ​ຊົນ​ແຫ່ງ​ໜຶ່ງ ​ແລະຖືກ​ສືບສວນ​
ສອບ​ສວນ​ໃນ​ຖານ​ຍຸຍົງ​ໃຫ້​ກໍ່​ຄວາມ​ບໍ່​ສະຫງົບ ​ໃນ​ອັນ​ທີ່​ເຫັນ​
ວ່າ ​ເປັນຄວາມ​ພະຍາຍາມ​ຄັ້ງ​ຫຼ້າ​ສຸດຂອງ​ລັດຖະບານ​ເພື່ອ
​ປິດ​ປາກ​ພວກ​ຄັດຄ້ານ ​ແລະ​ການປາກ​ເວົ້າ​ຢ່າງ​ເສລີ​ນັ້ນ.

ເວັບໄຊທ໌ Malaysian Insider ກ່າວ​ວ່າ ພວກ​ບັນນາທິການ
3 ຄົນ ຜູ້​ພິມຜູ້ໂຄສະນາ​ຄົນ​ໜຶ່ງ ​ແລະ​ຫົວໜ້າ​ບໍລິຫານ​ຄົນ​ໜຶ່ງ
ຖືກ​ຈັບ​ກຸມໃນ ອັນທີ່ປາກົດ​ວ່າ ກ່ຽວ​ພັນ​ກັບ​ລາຍ​ງານ​ຂ່າວ​ທີ່
​ອອກ​ຫວ່າງ​ໄວໆ​ມາ​ນີ້ ທີ່​ອ້າງ​ວ່າ ລັດຖະບານ​ໄດ້​ປະຕິ​ເສດ​ຕໍ່​
ຂໍ້​ສະ​ເໜີ​ສະ​ບັບໜຶ່ງ​ເພື່ອ​ອະນຸມັດ ​ໃຫ້​ມີ​ການ​ລົງ​ໂທດຕາມ​ກົດ
ໝາຍສາສະໜາ​ອິສລາມ​ທີ່​ເຂັ້ມ​ງວດ​ນັ້ນ.

ຕຳຫຼວດ​ໄດ້​ບຸກເຂົ້າ​ໄປໃນຫ້ອງການ​ແຫ່ງ​ຕ່າງໆ​ຂອງອົງການ​ຂ່າວ​ ໃນ​ແລງ​ວັນ​ຈັນ​ວານ​ນີ້ ​ໂດຍ​ຍຶດ​ເອົາ​ເຄື່ອງ​ຄອມ​ພີ​ວ​ເຕີ ​ແລະ​ອຸບປະກອນ​ອື່ນໆ ​ແລະ​ຈັບ​ກຸມ​ທ່ານ Lionel Morais ຫົວໜ້າ​ບັນນາທິການ ທ່ານ Zulkifli ບັນນາທິການ​ຝ່າຍ​ສາລະ​ຄະດີ​ແລະ​ທ່ານ Amin Iskandar ບັນນາທິການ​ຂ່າວ​ມາ​ເລ.

ເວັບໄຊທ໌ Insider ​ເວົ້າ​ວ່າ ທ່ານ Ho Kay Tat ເຈົ້າຂອງບໍລິສັດພິມ ​ແລະ​ທ່ານJahabar
Sadiq ຫົວໜ້າ​ບໍລິຫານ ກໍ​ໄດ້​ຖືກ​ຈັບ​ກຸມ​ເຊັ່ນ​ກັນ​ໃນ​ວັນ​ອັງຄານ​ມື້​ນີ້ ຫຼັງຈາກພວກ​ເຂົາ​
ເຈົ້າ​ໄດ້​ເຂົ້າໄປສະ​ເໜີ​ໂຕ ​ເພື່ອ​ຕອບ​ຂໍ້​ຊັກ​ຖາມ​ຕ່າງໆ​ແລ້ວ​ທີ່​ສະຖາ​ນີຕຳຫຼວດ​ແຫ່ງ​ໜຶ່ງ.

ພວກ​ຜູ້​ຊາຍ​ເຫຼົ່າ​ນີ້ ກຳລັງ​ຖືກ​ສືບສວນ​ສອບ​ສວນ ​ພາຍ​ໃຕ້​ມາດຕາ​ສີ່ ຂອງ​ກົດໝາຍວ່າ​
ດ້ວຍ​ການ​ຍຸຍົງກໍ່ໃຫ້ເກີດ​ຄວາມ​ບໍ່​ສະຫງົບ​ຂຶ້ນ​ທີ່​ມີມາ​ຕັ້ງ​ແຕ່​ຍຸກສະໄໝ​ຍັງ​ເປັນ​ອະນາ​ນິ
ຄົມ​ຢູ່. ຖ້າ​ພວກ​ບຸກຄົນ​ເຫຼົ່າ​ນີ້​ຫາກຖືກພົບເຫັນວ່າ​ມີ​ຄວາມ​ຜິດ​ແທ້ ພວກ​ເຂົາ​ເຈົ້າ​ສາມາດ​ປະ​ເຊີນ​ກັບ​ການ​ຖືກ​ລົງ​ໂທດ​ຈຳ​ຄຸກ​ເຖິງ 3 ປີ​ໄດ້. ນອກ​ນັ້ນ​ພວກ​ເຂົາ​ເຈົ້າຍັງ​ສາມາດ​ປະ
ເຊີນ​ກັບ​ຂໍ້​ກ່າວຫາ​ຕ່າງໆ​ໄດ້ ພາຍ​ໃຕ້​ກົດໝາຍ​ວ່າ​ດ້ວຍ​ການ​ຄົມມະນາຄົມ​ສື່ສານ ​ແລະ
ກົດໝາຍວ່າດ້ວຍສື່ໃນຫຼາຍຮູບແບບຫຼື Multimedia.

XS
SM
MD
LG