ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ເຮືອບິນໂດຍສານມາເລເຊຍ ຕົກ ຢູ່ພາກຕາເວັນອອກຂອງ ຢູເຄຣນ ພ້ອມຜູ້ໂດຍສານ ແລະຈຸບິນ 295 ຄົນ (ສະໄລດ໌)


ລາຍງານຂ່າວຂອງສື່ຣັດເຊຍກ່າວວ່າ ເຮືອບິນໂດຍສານລຳນຶ່ງ
ຂອງມາເລເຊຍ ທີ່ບິນຈາກ Amsterdam ໄປຍັງ Kuala Lumpur ໄດ້ຕົກລົງຢູ່ໃນພາກຕາເວັນອອກຂອງ ຢູເຄຣນ.

ສາຍການບິນມາເລເຊຍ ລາຍງານຂ່າວທາງ Twitter ວ່າ ຕົນໄດ້
ສູນເສຍການຕິດຕໍ່ກັບຖ້ຽວບິນຈາກ Amsterdam ໄປຍັງ Kuala
Lumpur ໃນຂະນະທີ່ເຮືອບິນກຳລັງບິນຢູ່ໃນເຂດອາກາດຂອງຢູເຄຣນ ໃນວັນພະຫັດມື້ນີ້.
ມີຄົນໂດຍສາຍ 280 ຄົນ ກັບຈຸບິນ 15 ຄົນ ໃນເຮືອບິນລຳດັ່ງກ່າວ.

ເຈົ້າໜ້າທີ່ກະຊວງພາຍໃນຂອງຢູເຄຣນ ທ່ານ Anton Gerashchenko ກ່າວວ່າ ເຮືອບິນມາເລເຊຍ ຖືກຍິງຕົກ ໂດຍລູກສອນໄຟ ຕໍ່ຕ້ານອາກາດສະຍານ.

ພາບຈາກບ່ອນທີ່ ເຮືອບິນໂດຍສານ Boeing 777 ຂອງສາຍການບິນມາເລເຊຍ ຕົກ ຢູ່ໃກ້ໝູ່ບ້ານ Grabovo ໃນເຂດ Donetsk ຂອງຢູເຄຣນ, ວັນທີ 17 ກໍລະກົດ 2014.
ພາບຈາກບ່ອນທີ່ ເຮືອບິນໂດຍສານ Boeing 777 ຂອງສາຍການບິນມາເລເຊຍ ຕົກ ຢູ່ໃກ້ໝູ່ບ້ານ Grabovo ໃນເຂດ Donetsk ຂອງຢູເຄຣນ, ວັນທີ 17 ກໍລະກົດ 2014.

ໃນຂໍ້ຄວາມທີ່ຂຽນລົງໃນໜ້າເຟສບຸກນັ້ນ ທ່ານ Anton
Gerashenko ຊຶ່ງເປັນທີ່ປຶກສາຂອງລັດຖະມົນຕີພາຍໃນ
ຂອງຢູເຄຣນ ກ່າວວ່າ ເຮືອບິນລຳນັ້ນ ກຳລັງບິນຢູໃນລະດັບ
33,000 ຟຸຕ ເວລາມັນຖືກລູກສອນໄຟ ທີ່ຍິງອອກຈາກຖານຍິງ
ລຸ່ນ Buk ຊຶ່ງເປັນລະບົບລູກສອນໄຟຕໍ່ຕ້ານອາກາດສະຍານ ທີ່
ທັນສະໄໝຂອງຣັດເຊຍ ທີ່ສາມາດຍິງໄດ້ໄກຮອດ 72,000 ຟຸຕ.

ປະທານາທິບໍດີຢູເຄຣນ ທ່ານ Petro Poroshenko ກ່າວຢູ່ໃນ
ຄຳຖະແຫລງສະບັບນຶ່ງ ທີ່ລົງພິມໃນເວັບໄຊ້ຂອງປະທານາທິບໍດີ
ວ່າ ທ່ານບໍ່ສາມາດຕັດອອກໄດ້ ຊ່ອງທາງທີ່ວ່າ ເຮືອບິນອາດໄດ້
ຖືກຍິງຕົກ ແຕ່ທ່ານເນ້ນວ່າ ກອງທັບຢູເຄຣນບໍ່ໄດ້ມີສ່ວນພົວພັນໃດໆກັບເຫດ​ການນີ້.

ທີ່ວໍຊິງຕັນ ໂຄສົກທຳນຽບຂາວ ທ່ານ Josh Earnest ບອກພວກນັກຂ່າວວ່າ ເຈົ້າໜ້າທີ່
ສະຫະລັດໄດ້ມີການຕິດຕໍ່ພົວພັນ ກັບເຈົ້າໜ້າທີ່ຢູເຄຣນກ່ຽວກັບເລື້ອງນີ້ແລ້ວ ແຕ່ບໍ່ໄດ້
ໃຫ້ລາຍລະອຽດໃດໆຕື່ມ.

Malaysia Airlines MH 17 partial flight path from Amsterdam, July 17, 2014
Malaysia Airlines MH 17 partial flight path from Amsterdam, July 17, 2014

ນັກຂ່າວ Reuters ຄົນນຶ່ງ ລາຍງານວ່າ ເຫັນຊາກສົບ
ຫລາຍສິບສົບ ຢາຍຢູ່ຕາມທົ່ງ ທ່າມກາງຊາກເຜົາໄໝ້
ທີ່ຍັງມີຄວັນໄຟຢູ່ ຂອງເຮືອບິນລໍາດັ່ງກ່າວ.

ພະນັກງານກູ້ໄພສຸກເສີນຄົນນຶ່ງເວົ້າວ່າ ມີການພົບເຫັນ
ຊາກສົບ ຢ່າງນ້ອຍ 100 ສົບແລ້ວ ຢູ່ບໍລິເວນຍົນຕົກໃກ້ໆກັບ
ບ້ານ Grabovo ແລະຊາກຫັກພັງຂອງເຮືອບິນກໍຢາຍກະຈັດ
ກະຈາຍ ຢູ່ທົ່ວບໍລິເວນກ້ວາງ ໃນຣັດສະໝີເຖິງ 15 ຫລັກ.

ນາຍົກລັດຖະມົນຕີມາເລເຊຍ ທ່ານ Najib Razak ກ່າວວ່າ ທ່ານຕົກໃຈເປັນທີ່ສຸດ ນຳລາຍງານຂ່າວຕ່າງໆເຫລົ່ານັ້ນ ແລະວ່າ ທ່ານໄດ້ສັ່ງໃຫ້ທຳການສືບສວນສອບສວນ
ໂດຍທັນທີແລ້ວ.

ເຫດຮ້າຍຄັ້ງນີ້ເກີດຂຶ້ນ ຫລັງຈາກທີ່ເຮືອບິນໂດຍສານຂອງມາເລເຊຍລຳນຶ່ງ ຫາຍສາບສູນ
ໄປ ເມື່ອວັນທີ 8 ມີນາຜ່ານມາ ຂະນະທີ່ບິນຈາກ Kuala Lumpur ໄປຍັງ Beijing ພ້ອມ
ກັບຜູ້ໂດຍສານແລະຈຸບິນ ທັງໝົດ 239 ຄົນ. ຈົນດຽວນີ້ ກໍຍັງບໍ່ມີຮ່ອງຮອຍຂອງເຮືອບິນ
ລຳນັ້ນ.

XS
SM
MD
LG