ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຊອກຫາ ເຄື່ອງບັນທຶກ ຂໍ້ມູນ ເຮືອບິນ ມາເລເຊຍ ຍັງ ດຳເນີນຕໍ່ມາ (ວິດິໂອ)


ອຸບປະກອນຊອກຫາວັດທຸຢູ່ໃຕ້ພື້ນທະເລ The Bluefin 21 ຢູ່ທີ່ກຳປັ່ນ Ocean Shield ຂອງ ອອສເຕຣເລຍ
ອຸບປະກອນຊອກຫາວັດທຸຢູ່ໃຕ້ພື້ນທະເລ The Bluefin 21 ຢູ່ທີ່ກຳປັ່ນ Ocean Shield ຂອງ ອອສເຕຣເລຍ
ບັນດາ​ລູກ​ເຮືອ​ ຢູ່ໃນເຂດສອກຫລີກຫ່າງໄກ ທາງ​ພາກ​ໃຕ້​
ຂອງມະຫາ​ສະມຸດອິນ​ເດຍໄດ້​ເລີ້ມ​ພາກັນປະຕິບັດງານໃຕ້
ພື້ນທະເລ ເພື່ອຕາມ​ລ່າ​ຫາ ເຄື່ອງ​ບັນທຶກ​ຂໍ້ມູນ ຂອງສາຍ​
ການບິນມາ​ເລ​ເຊຍ 4 ອາທິດຫຼັງຈາກເຮືອບິນໂບອິ້ງ 777
ໄດ້​ຫາຍ​ສາບ​ສູນ​ໄປ​ ຈາກຈໍເຣດ້າ.

ກຳປັ່ນຫຼາຍໆລຳໄດ້ນຳໃຊ້ລະບົບໂຊນາໃຕ້ພື້ນທະເລໃນ
ຂະນະທີ່ເຮືອບິນທະຫານແລະເອກກະຊົນຈຳນວນນຶ່ງໄດ້
ບິນອອກປະຕິບັດງານ ເພື່ອຊອກຄົ້ນຫາ ໃນເຂດທີ່ສອກ ຫລີກຫ່າງໄກຂອງມະຫາສະມຸດອິນເດຍປະມານ 1,700
ກິໂລແມັດ ຢູ່ທາງພາກຕາເວັນຕົກສຽງເໜືອຂອງເມືອງ Perth ປະເທດອອສເຕຣເລຍ.

ພົນອາກາດເອກ ທີ່​ອອກບຳນານ​ແລ້ວ ຂອງອອສເຕຣເລຍ ທ່ານ Angus Houston ກ່າວໃນ​ ວັນ​ສຸກ​ວານ​ນີ້​ວ່າ ຊາກເພພັງຂອງເຮືອບິນອາດຍັງສາມາດພົບເຫັນໄດ້ ເພື່ອຊ່ອຍບອກໃຫ້ ພວກຊອກຄົ້ນຫາຮູ້ວ່າເຮືອບິນຢູ່ໃສແທ້.

ທ່ານ Houston ກ່າວວ່າ: “​ຂ້າພະເຈົ້າຄິດວ່າ ຍັງມີຄວາມເປັນໄປໄດ້ສູງ ທີ່ຈະ ພົບເຫັນ
ສິ່ງໃດສິ່ງນຶ່ງຢູ່ເທິງໜ້ານ້ຳ. ມີຫລາຍໆສິ່ງຢູ່ໃນເຮືອບິນທີ່ສາມາດຟູໄດ້.

ຂ້າພະເຈົ້າໝາຍເຖິງໃນການຊອກຄົ້ນກ່ອນໆ ເສື້ອຊູຊີບໄດ້ປາກົດໃຫ້ເຫັນ ຊຶ່ງ ອາດມີ
ສ່ວນພົວພັນກັບເຮືອບິນທີ່ຫາຍສາບສູນໄປ.”

ໃນວັນທີ 8 ມີນາຜ່ານມາ ເຮືອບິນອາຍພົ່ນໂດຍສານຂອງມາເລເຊຍໄດ້ຫາຍ ສາບສູນ
ໄປຢ່າງລຶກລັບ ໃນຂະນະທີ່ພວມບິນແຕ່ນະຄອນຫຼວງກົວລາລຳເປີໄປ ຫາປັກກິ່ງ.

​ໃນ​ວັນ​ສຸກ​ມື້​ນີ້ ຄະນະຊອກຄົ້ນ​ຫາທີ່​ໄດ້ຂະຫຍາຍວົງ​ກວ້າງອອກ ໂດຍມີ​ເຮືອບິນ 14 ລຳ ​ແລະກຳປັ່ນເກົ້າ​ລຳ ຍັງສືບຕໍ່ໃນການປະຕິບັດງານຊຶ່ງມາຮອດປັດຈຸບັນ ກໍຍັງບໍ່​ທັນ
ມີໝາກມີຜົນໃດໆເລີຍ ໃນ​ການ​ຊອກ​ຫາຮ່ອງ​ຮອຍ​ຂອງຊາກ​ເຮືອບິນ ຊຶ່ງ​ອາດ​ຟູ​ຂື້ນ​ມາ ​ຢູ່ຕາມ​ໜ້າ​ມະຫາ​ສະມຸດນັ້ນ.

ຄະນະຊອກຄົ້ນຫາຂອງນາໆຊາດກ່າວວ່າ ຕົນຍັງສືບຕໍ່ມີຄວາມໝາຍໝັ້ນທີ່ຈະ ຊອກ
ຫາຊາກຫັກພັງຂອງເຮືອບິນ ແຕ່ເຈົ້າໜ້າທີ່ກໍຍອມຮັບວ່າ ຄວາມລຶກລັບດັ່ງ ກ່າວນີ້ອາດ
ຈະບໍ່ສາມາດແກ້ໄຂໄດ້ເລີຍກໍເປັນໄດ້.

ເຈົ້າໜ້າທີ່ມາເລເຊຍໄດ້ປະຕິເສດກ່ຽວກັບຄວາມເປັນໄປໄດ້ທີ່ວ່າ ອາດມີການກະ ທຳ
ຜິດກົດໝາຍໂດຍພວກຜູ້ໂດຍສານຂອງເຮືອບິນ ແຕ່ກໍສືບຕໍ່ດຳເນີນການສືບສວນກ່ຽວ
ກັບພວກນັກບິນແລະພະນັກງານກ່ຽວກັບຄວາມເປັນໄປໄດ້ໃນການກະ ທຳຄວາມຜິດ.
MALAYSIA PLANE
please wait
Embed

No media source currently available

0:00 0:00:46 0:00
XS
SM
MD
LG