ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໖ ພຶດສະພາ ໒໐໒໔

ມາເລເຊຍ ຢູ່ພາຍໃຕ້ຄວາມກົດດັນ ໃຫ້ພິສູດວ່າ ການຈັບກຸມ ອະດີດນາຍົກລັດຖະມົນຕີ ບໍ່ແມ່ນເລື້ອງການເມືອງ


ອະດີດນາຍົກລັດຖະມົນຕີຂອງມາເລເຊຍ ທ່ານມູຢີດດິນ ຢາສຊິນ (Muhyiddin Yassin) ເດີນທາງໄປຮອດສຳນັກງານໃຫຍ່ຂອງຄະນະກຳມາທິການຕໍ່ຕ້ານການສໍ້ລາດບັງຫຼວງ ຫຼື MACC ໃນເຂດ ປູຕຣາຈາຢາ, ນະຄອນຫຼວງກົວລາລຳເປີ, ວັນທີ 9 ມີນາ 2023.
ອະດີດນາຍົກລັດຖະມົນຕີຂອງມາເລເຊຍ ທ່ານມູຢີດດິນ ຢາສຊິນ (Muhyiddin Yassin) ເດີນທາງໄປຮອດສຳນັກງານໃຫຍ່ຂອງຄະນະກຳມາທິການຕໍ່ຕ້ານການສໍ້ລາດບັງຫຼວງ ຫຼື MACC ໃນເຂດ ປູຕຣາຈາຢາ, ນະຄອນຫຼວງກົວລາລຳເປີ, ວັນທີ 9 ມີນາ 2023.

ການຈັບກຸມອະດີດນາຍົກລັດຖະມົນຕີຂອງມາເລເຊຍ ມູຢີດດິນ ຢາສຊິນ (Muhyiddin Yassin) ໃນວັນພະຫັດວານນີ້ ມີຂຶ້ນດ້ວຍຄວາມແປກໃຈໜ້ອຍນຶ່ງ ອີງຕາມການກ່າວຂອງບັນດານັກວິເຄາະ ແຕ່ກໍໄດ້ກົດດັນຕໍ່ລັດຖະບານໃຫ້ພິສູດວ່າ ຄະດີຄວາມຕໍ່ຄູ່ແຂງຫຼັກ ໃນການເລືອກຕັ້ງຂອງຕົນນັ້ນ ແມ່ນບໍ່ມີແຮງຈູງໃຈທາງດ້ານການເມືອງ.

ທ່ານມູຢີດດິນ ໄດ້ຖືກຈັບກຸມ ຢູ່ທີ່ສຳນັກງານໃຫຍ່ ຂອງຄະນະກຳມາທິການຕໍ່ຕ້ານການສໍ້ລາດບັງຫຼວງຂອງມາເລເຊຍ ຫຼັງຈາກທີ່ທ່ານໄດ້ເດີນທາງໄປຮອດ ເພື່ອການສອບປາກຄຳ ໃນຄະດີປາບປາມການສໍ້ລາດບັງຫຼວງ ທີ່ມີຢູ່ຕໍ່ເນື່ອງ. ໃນຖະແຫລງການສະບັບນຶ່ງ ຄະນະກຳມາທິການ ໄດ້ກ່າວວ່າ ທ່ານຈະປະເຊີນກັບ “ຂໍ້ຫາຈຳນວນນຶ່ງ” ໃນວັນສຸກມື້ນີ້ ພາຍໃຕ້ກົດໝາຍການສໍ້ລາດບັງຫຼວງ ແລະການຟອກເງິນ ໃນການມີສ່ວນກ່ຽວຂ້ອງກັບສັນຍາຂອງໂຄງການ ຈານາ ວີບາວາ ຊຶ່ງເປັນໂຄງການກະຕຸ້ນ ສຳລັບພວກຊົນເຜົ່າມາເລ ແລະຊົນເຜົ່າພື້ນເມືອງກຸ່ມນ້ອຍ ມູນຄ່າຫຼາຍພັນລ້ານໂດລາ ໃນລະຫວ່າງການລະບາດຂອງພະຍາດໂຄວິດ-19.

ອະດີດນາຍົກລັດຖະມົນຕີ ໄດ້ປະຕິເສດຕໍ່ຂໍ້ກ່າວຫາດັ່ງກ່າວ ໂດຍວາດພາບໃຫ້ພວກເຂົາເຈົ້າ ເບິ່ງເປັນຄືວ່າ ຫາເລື້ອງຈັບຜິດທາງດ້ານການເມືອງ.

ທ່ານມູຢີດດິນ ໄດ້ດຳລົງຕຳແໜ່ງນາຍົກລັດຖະມົນຕີ ເປັນເວລາ 17 ເດືອນໃນ ປີ 2020 ຫາ 2021 ແລະໄດ້ເສຍໄຊໃນການເລືອກຕັ້ງ ເມື່ອເດືອນພະຈິກ ໃຫ້ແກ່ ທ່ານອານວາ ອີບຣາຮີມ ຜູ້ຊຶ່ງໃນທີ່ສຸດກໍໄດ້ຖືກແຕ່ງຕັ້ງໃຫ້ດຳລົງຕຳແໜ່ງ ໂດຍກະສັດຂອງປະເທດ. ພັນທະມິດທາງດ້ານການເມືອງ ທີ່ນຳພາໂດຍແຕ່ລະຄົນນັ້ນ ຈະປະເຊີນໜ້າກັນອີກເທື່ອນຶ່ງ ໃນການເລືອກຕັ້ງລະດັບລັດ ທີ່ຄາດກັນວ່າ ຈະມີຂຶ້ນໃນບໍ່ເທົ່າໃດເດືອນຈະມາເຖິງນີ້.

ການຈັບກຸມຂອງທ່ານມູຢີດດິນ ເປັນທີ່ຄາດໝາຍກັນມາໄລຍະນຶ່ງແລ້ວ ທ່ານນາງບຣິດເຈັດ ແວລສ (Bridget Welsh) ນັກຄົ້ນຄວ້າກິຕິມະສັກ ຢູ່ທີ່ສະຖາບັນຄົ້ນຄວ້າເອເຊຍ ຂອງມະຫາວິທະຍາໄລ ນັອດຕິງແຮມ ໃນມາເລເຊຍ ໄດ້ກ່າວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG