ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ແມ່ຍິງໃຊ້ຈອງໄມ້ ຕີຫົວເສືອ ເພື່ອຊ່ວຍຊີວິດສາມີ


ແມ່ຍິງໃຊ້ຈອງໄມ້ ຕີຫົວເສືອ ເພື່ອຊ່ວຍຊີວິດສາມີ
ແມ່ຍິງໃຊ້ຈອງໄມ້ ຕີຫົວເສືອ ເພື່ອຊ່ວຍຊີວິດສາມີ

ຊາຍ​ຄົນ​ນຶ່ງ​ໃນ​ພາກ​ເໜືອ​ຂອງ​ມາ​ເລ​ເຊຍ ກ່າວ​ວ່າ ລາວ​ລອດ​ຊີວິດ​ມາ​ໄດ້​ຈາກ​ການ​ໂຈມ​ຕີ​ຂອງ​ເສືອ​ໂຕ​ນຶ່ງ ​ເພາະວ່າ​ເມຍ​ຂອງ​ລາວ​ຊ່ວຍຊີວິດລາວໄວ້ ດ້ວຍການໃຊ້​ຈອງທີ່​ເຮັດ​ດ້ວຍ​ໄມ້ຕີ​ຫົວ​ເສືອ ຊຶ່ງໄດ້​ຂັບ​ໄລ່​ເສືອ​ໃຫ້ໜີ​ໄປ.

ນາຍ Tambun Gediu ຊຶ່ງ​ກໍາລັງ​ພັກ​ຟື້ນ​ຢູ່​ທີ່​ໂຮງໝໍ​ແຫ່ງ​ນຶ່ງ​ ຈາກ ບາດ​ແຜ​ເສືອ​ກັດຫລື​ຄູດ​ຫລາຍ​ບ່ອນ ກ່າວ​ວ່າ ລາວ​ກໍາລັງ​ຫາ​ລ່າໂຕ​ກະຮອກ​ດ້ວຍ​ພຸ​ ຢູ່​ໃກ້ໆ​ກັບ​ໝູ່​ບ້ານ​ຂອງ​ລາວ​ ເວລາ​ຖືກ​ເສືອໂດດເຂົ້າ​ໂຈມ​ຕີ​ ໃນ​ວັນ​ເສົາ​ຜ່ານ​ມາ​ນີ້ ​ແລະວ່າ​ ລາວ​ພະຍາຍາມ​ປີນ​ຂຶ້ນ​ຕົ້ນ​ໄມ້ໜີ ແຕ່​ເສືອ​ໄດ້ດຶງ​ຈ່ອງ​ລາວ​ລົງ​ມາ​ດິນ. ຊາຍ​ວັຍ 60 ປີ​ຄົນ​ນີ້ ກ່າວ​ວ່າ
ລາວກໍາລັງ​ຕໍ່ສູ້​ກັບ​ເສືອ​ແລະ​ພະຍາຍາມ​ຫລົບຫລີກເລັບ
ຂອງເສືອຢູ່ ​ເວລາ​ເມຍ​ຂອງ​ລາວແລ່ນ​ມາ​ຮອດ​ບ່ອນເກີດ​
ເຫດ ພ້ອມກັບຈອງໄມ້ໃຫຍ່ໆອັນນຶ່ງ ທີ່​ລາວໄດ້ເອົາຕີ​ຫົວ​ ເສືອ​ ຈົນເຮັດ​ໃຫ້ເສືອຕົກໃຈແລະແລ່ນ​ໜີ​ໄປ.

ບັນດາ​ເຈົ້າ​ໜ້າ​ທີ່​ມາ​ເລ​ເຊຍກ່າວ​ວ່າ ຄາດ​ວ່າ​ຊາຍ​ຄົນ​ນີ້​ຈະ​ຫາຍ​ດີ​ຈາກບາດ​ແຜນ​ຂອງລາວ​ ແຕ່ວ່າບາງແຜທີ່ລາວໄດ້​ຮັບ​ນັ້ນ ​ຈະ​ໃຊ້​ເວລາ​ດົນ ກ່ວາ​ຈະ​ຫາຍດີ​.

XS
SM
MD
LG