ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄທສົ່ງເຮືອບິນໄປຮັບສົບ ພວກນັກທ່ອງທ່ຽວ ທີ່ມາເລເຊຍ


ໄທສົ່ງເຮືອບິນໄປຮັບສົບ ພວກນັກທ່ອງທ່ຽວ ທີ່ມາເລເຊຍ
ໄທສົ່ງເຮືອບິນໄປຮັບສົບ ພວກນັກທ່ອງທ່ຽວ ທີ່ມາເລເຊຍ

ໄທໄດ້ສົ່ງເຮືອບິນບັນທຸກຂອງກອງທັບອາກາດ 2 ລຳໄປ
ຍັງມາເລເຊຍເພື່ອນຳເອົາສົບພວກນັກທ່ອງທ່ຽວ 25 ຄົນ
ທີ່ໄດ້ເສຍຊີວິດໃນອັນທີ່ເອີ້ນວ່າ ອຸບັດຕິເຫດຮ້າຍແຮງສຸດ
ທາງຖະໜົນໃນມາເລເຊຍ.

ພວກນັກທ່ອງທ່ຽວໄທ ພວມພາກັນເດີນທາງກັບຄືນມາ
ຈາກການໄປທ່ຽວຢູ່ເຂດທີ່ຮາບສູງ Cameron ຊຶ່ງເປັນ
ບ່ອນຕາກອາກາດ ທີ່ມີຊື່ສຽງຂອງມາເລເຊຍໃນມື້ວັນຈັນ
ຜ່ານມາ ເວລາລົດຂອງພວກເຂົາເຈົ້າ ແລ່ນເຂົ້າຕຳທ່ອນ
ຊີມັງ ທີ່ໃຊ້ແບ່ງຫົນທາງ ເຮັດໃຫ້ລົດ​ເມນໍາທ່ຽວສອງຊັ້ນ
ຄັນນັ້ນປີ້ນຂວໍ້າ. ອຸບັດຕິເຫດດັ່ງກ່າວ ຍັງເຮັດໃຫ້ຄົນຂັບລົດ ແລະຜູ້ນຳທ່ຽວຊາວມາເລເຊຍ
ເສຍຊີວິດນຳດ້ວຍ.

ພວກມອດໄຟມາເລເຊຍກວດເບິ່ງລົດເມ ທີ່ປະສົບອຸບັດຕິເຫດ
ພວກມອດໄຟມາເລເຊຍກວດເບິ່ງລົດເມ ທີ່ປະສົບອຸບັດຕິເຫດ

ເຈົ້າໜ້າທີ່ເວົ້າວ່າ ພວກນາຍແພດແລະຍາດ
ພີ່ນ້ອງ ຂອງຜູ້ເຄາະຮ້າຍບາງຄົນ ໄດ້ຮ່ວມ
ເດີນທາງໄປນຳເຮືອບິນ C-130 ຂອງກອງ
ທັບອາກາດໄທທັງສອງລໍາເພື່ອເດີນທາງໄປ
ຍັງນະຄອນຫຼວງກົວລາລຳເປີຂອງມາເລເຊຍ
ໃນວັນພຸດມື້ນີ້. ເຈົ້າໜ້າທີ່ກ່າວວ່ານອກນັ້ນ
ແລ້ວເຮືອບິນທັງສອງຍັງຈະໄດ້ນຳເອົາພວກ
ທີ່ລອດຊີວິດມາໄດ້ທີ່ບໍ່ໄດ້ຮັບບາດເຈັບຮ້າຍ
ແຮງປານໃດນັ້ນກັບຄືນມາປະເທດນຳດ້ວຍ.

ອຸບັດຕິເຫດທີ່ວ່ານີ້ ແມ່ນຮ້າຍແຮງ ຜິດປົກ
ກະຕິແມ່ນກະທັງສຳລັບມາເລເຊຍເອງທີ່ມີ
ປະວັດ ມາດົນນານແລ້ວ ກ່ຽວກັບອຸບັດຕິ
ເຫດທີ່ພົວພັນກັບລົດເມນັ້ນ. ອົງການຂ່າວ
Bernama ລາຍງານວ່າເຊື່ອວ່າລົດ​ເມ​ຂວໍ້າໃນຄັ້ງນີ້ ແມ່ນອຸບັດຕິເຫດທາງຖະໜົນທີ່ຮ້າຍ
ແຮງສຸດໃນປະວັດສາດຂອງມາເລເຊຍ.

XS
SM
MD
LG