ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມາ​ເລ​ເຊ​ຍ​ ອະນຸຍາດໃຫ້​ສົ່ງ ຜູ້ຕ້ອງສົງໃສ​ຊາວອິຣ່ານ ໃຫ້​ໄທ


ນາຍ Mohammad Kharzei ຜູ້ຕ້ອງສົງໃສຊາວອິຣ່ານຄົນນຶ່ງ ທີ່ຕໍາຫຼວດໄທຄວບຄຸມໂຕໄວ້ໄດ້.
ນາຍ Mohammad Kharzei ຜູ້ຕ້ອງສົງໃສຊາວອິຣ່ານຄົນນຶ່ງ ທີ່ຕໍາຫຼວດໄທຄວບຄຸມໂຕໄວ້ໄດ້.

ສານ​ຂອງ​ມາ​ເລ​ເຊ​ຍ​ໄດ້ອະນຸຍາດ ​ໃຫ້​ສົ່ງຊາຍ​ຊາວອິຣ່ານຄົນ​ນຶ່ງ ໄປໃຫ້​ປະ​ເທດ​ໄທ ​ໃນຖານ​
ເປັນ​ຜູ້​ຕ້ອງ​ສົງ​ໃສ ມີ​ສ່ວນ​ພົວພັນ​ໃນ​ຄະດີ​ວາງ​ລະ​ເບີດ​ໂຈມ​ຕີນັກ ການທູດ​ອິສຣາ​ແອລ ໃນ​
ປະ​ເທດ​ໄທ.

ນາຍ Masoud Sedaghatzadeh ​ໄດ້​ຖືກ​ຈັບ​ກຸມ ຢູ່​ສະໜາມ​ບິນມາ​ເລ​ເຊ​ຍໃນ​ວັນ​ທີ 14
ກຸມພາ ​ບໍ່​ດົນຫຼັງ​ຈາກ​ໄດ້ເກີ​ດເຫດ​ລະ​ເບີ​ດ​ແບບ​ອຸບັດຕິ​ເຫດ ຢູ່​ເຮືອນ​ຫລັງ​ທີ່​ບາງກອກ
ບ່ອນ​ທີ່​ເຈົ້າ​ໜ້າ​ທີ່​ໄດ້​ຄົ້ນ​ພົບລະ​ເບີ​ດນັ້ນ. ຕໍາຫຼວດ​ໄທກ່າວ​ວ່າ ​ມີ​ຄົນ​ເຫັນ ນາຍ Sedag-
hatzadeh ​ແລະ​ຊາຍຊາວອິຣ່ານອີກ 2 ຄົນ ທີ່​ເວລາ​ນີ້​ຖືກ​ທາງ​ການ​ໄທຄວບ​ຄຸມ​ໂຕ​ໄວ້​ນັ້ນ
ອອກ​ຈາກເຮືອນ​ຫຼັງ​ນັ້ນ​ໄປ.

​ທະນາຍຄວາມ​ຂອງນາຍ Sedaghatzadeh ​ກ່າວ​ວ່າ ລູກ​ຄວາມ​ຂອງຄົນ ​ບໍ່​ມີ​ຄວາມ​ຜິດ
​ແລະ​ຈະ​ອຸທອນ​ຕໍ່​ສານ.

ໄອຍະ​ການ ທ່ານ Kamal Baharin Omar ກ່າ​ວວ່າ ນາຍ Sedaghat-zadeh ​ຍັງ​ສາມາດ
​ທີ່​ຈະ​ຍື່ນ​ອຸ​ທອນທາງ​ກົດໝາຍ ​ຕໍ່​ການ​ຕັດສິນ​ຂອງ​ສານ​ໄດ້.

ພວກ​ເຈົ້າ​ໜ້າ​ທີ່​ໄທ ​ໄດ້​ກ່າວວ່າ ບັນດາ​ການທູດອິສຣາ​ແອ​ລ ​ໃນ​ບາງກອກ ອາດ​ໄດ້​ເປັນ
​ເປົ້າໝາຍຂອງແຜນການວາງ​ລະ​ເບີດ ​ທີ່​ມີ​ການ​ກ່າວ​ຫາ​ນັ້ນ.

XS
SM
MD
LG