ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມາເລເຊຍ ແນະນໍາກຸ່ມ ASEAN ໃຫ້ປະສານງານກັບລັດຖະບານເງົາ ມຽນມາ

ແຟ້ມຮູບ-ລັດຖະມົນຕີກະຊວງການຕ່າງປະເທດຂອງມາເລເຊຍ ທ່ານໄຊຟຸດດິນ ອັບດຸລລາ (Saifuddin Abdullah) ກ່າວໃນຫວ່າງການຖະແຫຼງຂ່າວ ລຸນຫຼັງການປະຊຸມສຸດຍອດຂອງ ASEAN ໃນນະຄອນຫຼວງ ກົວລາລໍາເປີ, ປະເທດມາເລເຊຍ, ເມື່ອວັນທີ 28 ຕຸລາ 2021.

ມາເລເຊຍ ກໍາລັງຮຽກຮ້ອງໃຫ້ສະມາຄົມບັນ​ດາປະຊາຊາດແຫ່ງເອເຊຍຕາເວັນອອກສຽງໃຕ້ ຫຼື ASEAN ເປີດຊ່ອງທາງທີ່ບໍ່ເປັນທາງການກັບລັດຖະບານເງົາຂອງປະເທດສະມາຊິກມຽນມາ ໃນການປະຕິບັດການທີ່ຖືກຕ້ອງຕິຢ່າງວ່ອງໄວໂດຍລະບອບການປົກຄອງຜະເດັດການທະຫານ ທີ່​ໄດ້ເຂົ້າ​ຢຶດ​ອຳ​ນາດຂອງປະ ເທດໃນປີແລ້ວນີ້.

ດ້ວຍຄວາມຜິດຫວັງຈາກຄວາມລົ້ມແຫຼວ ໃນການເຂົ້າຢຶດອໍານາດ ຂອງລັດຖະ ບານທະຫານ ທີ່ບໍ່ປະຕິບັດຕາມແຜນການສັນຕິພາບແຫ່ງ “ຄວາມ​ເປັນ​ເອກ​ກະ ສັນ” 5 ຂໍ້ ສໍາລັບມຽນມາ ທີ່ປະເທດສະມາຊິກຂອງ ASEAN, ທັງໝົດ 10 ປະເທດ ໄດ້ຕົກລົງກັນຈັດຕັ້ງກອງປະຊຸມສຸກເສີນຂຶ້ນເມື່ອເດືອນເມສາ 2021, ມາເລເຊຍ ໄດ້ມີຄໍາແນະນໍາມາເປັນເວລາຫຼາຍເດືອນກ່ຽວກັບການຕິດຕໍ່ກັບລັດ ຖະບານຂອງປະເທດທີ່ຮ້ອງວ່າ ລັດຖະບານສາມັກຄີແຫ່ງຊາດຫຼື NUG.

ພວກສະມາຊິກຜູ້ນໍາທີ່ມາຈາກການເລືອກຕັ້ງ ແຕ່ຖືກຢຶດອໍານາດໂດຍພວກລັດຖະບານທະຫານທີ່ພາກັນລີ້ຊ່ອນ ແລະຖືກເນລະເທດ, ເຊິ່ງມີຊື່ວ່າ NUG ໄດ້ອ້າງວ່າ ເປັນໂຕແທນທີ່ແທ້ຈິງຂອງປະຊາຊົນຊາວມຽນມາ ແລະໄດ້ປະກາດສົງຄາມກັບລັດຖະບານທະຫານໃນເດືອນກັນຍາແລ້ວນີ້. ອົງການສະຫະປະຊາຊາດກ່າວວ່າ ລັດທະບານທະຫານໄດ້ສັງຫານພົນລະເຮືອນໄປແລ້ວຫຼາຍຮ້ອຍຄົນນັບຕັ້ງແຕ່ເຮັດລັດຖະປະຫານ ແລະເຮັດໃຫ້ປະຊາຊົນຫຼາຍແສນຄົນຕ້ອງໄດ້ພັດຖິ່ນ ທີ່ຕ້ອງຕໍ່ສູ້ຕ້ານຢັນກັບກອງກໍາລັງຕິດອາວຸດ ໃນທົ່ວປະເທດ.

ຈົນເຖິງຂະນະນີ້ ບັນດາປະເທດສະມາຊິກ ASEAN ໄດ້ມີການພົວພັນຢ່າງເປີດເຜີຍ ກັບລັດຖະບານທະຫານເທົ່ານັ້ນ.

ແຟ້ມຮູບ-ພວກປະທ້ວງ ພາກັນຍົກຜ້າແພທີ່ມີຄໍາຂັວນສະໜັບສະໜຸນລັດຖະບານສາມັກຄີແຫ່ງຊາດ ຫຼື NUG ໃນຂະນະທີ່ພວກເຂົາເຈົ້າພາກັນເດີນຂະບວນປະທ້ວງຕໍ່ຕ້ານການເຂົ້າຢຶດອໍານາດຂອງລັດຖະບານທະຫານ ໃນນະຄອນຢ້າງກຸ້ງ, ປະເທດມຽນມາ, ເມື່ອວັນທີ 7 ກໍລະກົດ 2021.

ຢ່າງໃດກໍຕາມ, ຢູ່ໃນຂໍ້ຄວາມທີ່​ຂຽນ​ລົງ​ໃນທວິດເຕີ້ເມື່ອທ້າຍເດືອນແລ້ວນີ້ ລັດ ຖະມົນຕີກະຊວງການຕ່າງປະເທດຂອງມາເລເຊຍ ທ່ານໄຊຟຸດດິນ ອັບດຸລລາ (Saifuddin Abdullah) ໄດ້ເປີດເຜີຍວ່າ ທ່ານໄດ້ມີການປະຊຸມທາງອອນລາຍກັບຄູ່ຮ່ວມ NUG ໃນເດືອນກຸມພາ, ເຊິ່ງເປັນຄັ້ງທໍາອິດ ທີ່ສະມາຊິກຂອງ ASEAN ຍອມຮັບການຕິດຕໍ່ກັບລັດຖະບານເງົາມຽນມາ. ທ່ານກ່າວເພີ້ມເຕີມໃນການຖະແຫຼງຂ່າວ ເມື່ອວັນທີ 30 ເມສາ, ໂດຍປະກາດວ່າ ມາເລເຊຍ ຈະສະເໜີ ASEAN ໃຫ້ພົວພັນກັບ NUG ໃນຖານະກຸ່ມຂອງສະມາຄົມ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG