ຕຳຫລວດມາເລເຊຍ ໄດ້ຈັບກຸມຊາຍ 3 ຄົນ ຢູ່ທີ່ເດີນບິນສາກົນ
ກົວລາລຳເປີ ຊຶ່ງເຈົ້າໜ້າທີ່ເຊື່ອວ່າ ພວກເຂົາເຈົ້າໄດ້ເດີນທາງໄປ
ພາກຕາເວັນອອກກາງ ເພື່ອເຂົ້າຮ່ວມພວກຫົວຮຸນແຮງອິສລາມ
ໃນຊີເຣຍ.
ບັນດາເຈົ້າໜ້າທີ່ກ່າວວ່າ ກຸ່ມຫົວຮຸນແຮງຕ່າງໆ ເຊັ່ນກຸ່ມທີ່ເອີ້ນວ່າ
“ລັດອິສລາມ” ໄດ້ນຳໃຊ້ສື່ສັງຄົມເພື່ອຊັກຊວນຊາວມາເລເຊຍ
ຖືສາສະໜາອິສລາມ ຢ່າງນ້ອຍ 30 ຄົນໄປຕໍ່ສູ້ ໃນອັນທີ່ເຂົາເຈົ້າ
ເອີ້ນວ່າ “ສົງຄາມສັກສິດຫຼື jihad” ໃນຊີເຣຍ ແລະອີຣັກ.
ຕຳຫລວດຕໍ່ຕ້ານການກໍ່ການຮ້າຍມາເລເຊຍ ກ່າວວ່າເຂົາເຈົ້າມີຄວາມກັງວົນຢ່າງເລິກເຊິ່ງ ກ່ຽວກັບສິ່ງທີ່ອາດຈະເກີດຂຶ້ນ ເວລາພວກຫົວຮຸນແຮງເຫຼົ່ານີ້ກັບຄືນປະເທດ.
ພວກຊາວມາເລເຊຍ ທີ່ຕໍ່ສູ້ຮ່ວມກັບພວກຫົວຮຸນແຮງໃນຊີເຣຍ ແມ່ນໄດ້ປາກົດ ຢູ່ໃນວີດີໂອທາງ YouTube.
ທ່ານ Lotfi Ariffin ຜູ້ຊ່ຽວຊານດ້ານສາສະໜາ ໄວ 45 ປີ ຄົນນີ້ ໄດ້ມີຊາວມາເລເຊຍຫຼາຍພັນຄົນ ຕິດຕາມລາວຢູ່ໃນສື່ສັງຄົມ Facebook ພ້ອມກັບມີໜ້າຕ່າງໆສະເພາະຜູ້ທີ່ນິຍົມຊົມຊອບສາມາດຕິດຕາມ ເພື່ອຜົນປະໂຫຍດຕ່າງໆຂອງລາວເອງ. ແລະຢູ່ໃນ Facebook ນັ້ນເອງທີ່ພວກຄົນເຫຼົ່ານັ້ນ ໄດ້ຮັບຮູ້ເປັນເທື່ອທຳອິດວ່າ ລາວໄດ້ເສຍຊີວິດໄປແລ້ວ ໃນການສູ້ລົບ.
ຢູ່ໃນອີຣັກ ຄົນມາເລເຊຍອີກຜູ້ໜຶ່ງ ໄດ້ລະເບີດໂຕລາວເອງ ທີ່ໄດ້ສັງຫານ ຕຳຫລວດ 25 ຄົນນຳດວ້ຍ.
ຕັ້ງແຕ່ຕົ້ນປີກາຍນີ້ມາ ບັນດາເຈົ້າໜ້າທີ່ມາເລເຊຍ ໄດ້ພະຍາຍາມສະກັດ ບໍ່ໃຫ້ຜູ້ຄົນໄປຮ່ວມກຸ່ມຕ່າງໆເຊັ່ນລັດອິສລາມ. ຮອງຜູ້ບັນຊາການໜ່ວຍຕໍ່ຕ້ານການກໍ່ການຮ້າຍ ທ່ານ Ayob Khan ກ່າວວ່າ ທ່ານມີຄວາມກັງວົນ ຫຼາຍທີ່ສຸດແມ່ນຄວາມເສຍຫາຍທີ່ພວກເຂົາສາມາດເຮັດໄດ້ ໃນຊີເຣຍ ແລະອີຣັກ.
ຕຳຫລວດກ່າວວ່າ ເຂົາເຈົ້າແມ່ນຕິດຕາມເບິ່ງສື່ສັງຄົມຢ່າງໃກ້ຊິດ ຊຶ່ງເຂົາເຈົ້າເວົ້າວ່າ ເປັນບ່ອນທີ່ພວກຫົວຮຸນແຮງນຳໃຊ້ຫຼາຍທີ່ສຸດ ເພື່ອ ເກັບເກນເອົາສະມາຊິກນັ້ນ.