ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໓໐ ກັນຍາ ໒໐໒໓

ກອງທັບເຮືອມາເລເຊຍ ຈັບໂຈນທະເລໂຊມາເລຍ ໄດ້ 7 ຄົນ


ຮູບຈາກກອງທັບເຮືອມາເລເຊຍ ສະແດງໃຫ້ເຫັນພວກໂຈນທະເລ ໂຊມາເລຍ ທີ່ຖືກຈັບໄດ້ໂດຍພວກໜ່ວຍ ກ້າຕາຍຫຼືກອມມັງໂດ ຂອງກອງທັບເຮືອມາເລເຊຍ ພາຍຫລັງທີ່ໄດ້ມີການຍິງຕໍ່ສູ້ກັນ ເພື່ອຊ່ວຍຊີວິດ ພວກທີ່ຢູ່ໃນກຳປັ່ນບັນທຸກເຄມີລຳນຶ່ງ ທີ່ຖືກຈີ້ຢູ່ໃນອ່າວ Aden ນັ້ນ, ວັນທີ 21 ມັງກອນ, 2011.

ກອງທັບ​ເຮືອມາ​ເລ​ເຊຍຖະ​ແຫລງວ່າ ທາງ​ກອງທັບ​ໄດ້​ກັກ​ຂັງ​ພວກ​ໂຈນ​ທະ​ເລ​ໂຊ​ມາ​ເລຍ​ໄວ້ 7 ຄົນ​ ທີ່​ພະຍາຍາມ​ຈະຈີ້​ເອົາ​ກໍາ​ປັ່ນບັນທຸກ​ເຄມີລຳ​ນຶ່ງ​ຢູ່​ໃນ​ອ່າວ Aden.

ທາງ​ການ​ກອງທັບ​ເຮືອຍັງ​ເວົ້າອີກ​ວ່າ ລູກ​ເຮືອ 23 ຄົນຢູ່​ໃນກຳ​ປັ່ນ MT Bunga Laurel ​ໄດ້​ຖືກຊ່ອຍ​ເອົາ​ຊີວິດ​ໄວ້​ໄດ້​ ໃນ​ວັນ​ສຸກ​ຜ່ານ​ມານີ້ ລຸນ​ຫລັງທີ່​ພວກ​ໂຈນ​ທະ​ເລທີ່​ມີ​ອາວຸດຄົບ​ຊຸດ​ ໄດ້​ພະຍາຍາມ​ຢຶດ​ເອົາ​ກຳ​ປັ່ນລຳ​ດັ່ງກ່າວ. ພວກ​ໂຈນ​ທະ​ເລສາມ​ຄົນ​ໄດ້ຮັບບາດ​ເຈັບ​ໃນລະຫວ່າງ​ທີ່ມີ​ການ​ຍິງ​ປືນຕໍ່​ສູ້ກັນ​ຢູ່​ນັ້ນ ​ແຕ່ບໍ່ມີລາຍ​ງານ​ກ່ຽວກັບ​ການ​ບາດເຈັບ​ຂອງ​ພວກ​ລູກ​ເຮືອ​ແຕ່​ຢ່າງໃດ.

ໃນ​ວັນ​ສຸກ​ຜ່ານ​ມານີ້ ພວກໜ່ວຍກ້າຕາຍ ຫຼືກອມມັງໂດ
ຂອງເກົາຫຼີໃຕ້ ກໍໄດ້ບຸກເຂົ້າໄປຊ່ອຍພວກລູກເຮືອ 21
ຄົນ ​ໃນກຳປັ່ນບັນທຸກ​ສິນຄ້າລຳ​ນຶ່ງທີ່​ຖືກ​ຈີ້ໃນບໍລິເວນ
ທະເລອາ​ເຣບຽນ ແລະໄດ້ສັງຫານພວກໂຈນທະເລໂຊ
ມາເລຍ 8 ຄົນ​ໃນ​ລະຫວ່າງ​ການ​ຕໍ່ສູ້​ກັນຢູ່ນັ້ນ.

ໃນ​ຊຸມ​ປີໝໍ່ໆມານີ້ ພວກ​ໂຈນ​ທະ​ເລ​ໂຊ​ມາ​ເລຍ​ຫາ​ເງິນໄດ້​ເປັນ​ຫລາຍລ້ານ​ໂດ​ລາ ​ໂດຍ​ການ​ຈີ້​
ເອົາກໍ່າປັ່ນ​ບັນທຸກ​ສິນຄ້າ​ຕ່າງໆ​. ສະຫະພາບ​ຢູ​ໂຣບ​ທີ່​ມີ​ກອງ​ກໍາລັງ​ທະຫານ​ຕໍ່ຕ້ານການປຸ້ນ
ສະດົມ​ໃນ​ທ້ອງ​ທະເລ ​ເວົ້າວ່າ ​ເວລາ​ນີ້ພວກໂຈນ​ທະ​ເລກໍາລັງຢຶດ​ກໍາ​ປັ່ນໄວ້ຢ່າງໜ້ອຍ 25
ລຳ ພ້ອມ​ກັບກັກລູກ​ເຮືອໄວ້ເປັນໂຕ​ປະກັນ ຫລາຍ​ກວ່າ 600 ຄົນ.

XS
SM
MD
LG