ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ມາເລເຊຍ ລົງນາມ ໃນຂໍ້ຕົກລົງກັບ​ບໍລິສັດ ສະຫະລັດ ເພື່ອທຳການກັບຄືນຊອກ​ຄົ້ນ​ຫາ ຖ້ຽວບິນ MH370 ທີ່ຫາຍສາບສູນນັ້ນ (Redo)


ລັດຖະມົນຕີ​ກະຊວງ​ຂົນ​ສົ່ງ ທ່ານ ລຽວ ຕີ​ອົງ ລາຍ (Liow Tiong Lai), ກາງ, ກ່າວຢູ່ໃນກອງປະຊຸມຖະແຫຼງຂ່າວກ່ຽວກັບ
ຖ້ຽວບິນ MH370 ທີ່ຫາຍສາບສູນໄປ ໃນພິທີລົງນາມ
ລະຫວ່າງ ລັດຖະບານມາເລເຊຍ ກັບ ບໍລິສັດ​ໂອ​ຊຽນ ອິນ​ຟິນິຕີ ຈຳກັດ ໃນ ພຸດທະຈາຢາ, ມາເລເຊຍ, 10 ມັງກອນ 2018.
ລັດຖະມົນຕີ​ກະຊວງ​ຂົນ​ສົ່ງ ທ່ານ ລຽວ ຕີ​ອົງ ລາຍ (Liow Tiong Lai), ກາງ, ກ່າວຢູ່ໃນກອງປະຊຸມຖະແຫຼງຂ່າວກ່ຽວກັບ ຖ້ຽວບິນ MH370 ທີ່ຫາຍສາບສູນໄປ ໃນພິທີລົງນາມ ລະຫວ່າງ ລັດຖະບານມາເລເຊຍ ກັບ ບໍລິສັດ​ໂອ​ຊຽນ ອິນ​ຟິນິຕີ ຈຳກັດ ໃນ ພຸດທະຈາຢາ, ມາເລເຊຍ, 10 ມັງກອນ 2018.

ລັດຖະບານ​ມາ​ເລ​ເຊຍ ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ກັບ​ບໍລິສັດສຳຫຼວດທາງທະເລບໍລິສັດນຶ່ງ
ຂອງສະຫະລັດ ​ເພື່ອ​ເລີ້ມການຊອກ​ຄົ້ນ​ຫາ ຖ້ຽວບິນ MH370 ຂອງສາຍການບິນມາເລ
ເຊຍ ທີ່ຫາຍສາບສູນ ​ໃນພາກ​ໃຕ້​ຂອງມະຫາ​ສະໝຸດ​ອິນ​ເດຍ.

ລັດຖະມົນຕີ​ກະຊວງ​ຂົນ​ສົ່ງ​ທ່ານ ລຽວ ຕີ​ອົງ ລາຍ (Liow Tiong Lai) ​ໄດ້​ປະກາດ​ໃນ​
ວັນ​ພຸດ​ວານ​ນີ້ ​ທີ່​ນະຄອນຫຼວງ ກົວລາ ລຳ​ເປີ ວ່າ ບໍລິສັດ​ໂອ​ຊຽນ ອິນ​ຟິນິຕີ ທີ່​ມີ​ສຳນັກ
​ງານ​ຢູ່​ນະຄອນ​ຮູ​ສຕັນຈະ​ອອກ​ຄົ້ນ​ຫາສາຍການບິນມາເລເຊຍທີ່ຫາຍສາບສູນແບບ
“ບໍ່​ພົບ ​ເຫັນ, ບໍ່​ຈ່າຍ,” ນັ້ນ​ໝາຍ​ເຖິງຈະ​ມີ​ການຈ່າຍ​ເງິນ ຖ້າ​ຫາກ​ວ່າ​ພົບ​ເຫັນ​ເຮືອບິນ​
ໂບອິງ 777 ​ເທົ່າ​ນັ້ນ.

ໃນວັນທີ 22 ມີນາ 2014, ພາບຂອງເຈົ້າໜ້າທີ່ລາດຊະນາຈັກ ກອງທັບອາກາດອອສເຕຣເລຍ, ຊອກຄົ້ນຫາ ຖ້ຽວບິນ MH370 ຂອງສາຍການບິນມາເລເຊຍ ໃນທະຫາສະໝຸດອິນເດຍ.
ໃນວັນທີ 22 ມີນາ 2014, ພາບຂອງເຈົ້າໜ້າທີ່ລາດຊະນາຈັກ ກອງທັບອາກາດອອສເຕຣເລຍ, ຊອກຄົ້ນຫາ ຖ້ຽວບິນ MH370 ຂອງສາຍການບິນມາເລເຊຍ ໃນທະຫາສະໝຸດອິນເດຍ.

​ບໍລິສັດຈະ​ໄດ້​ຮັບ​ເງິນ​ຄ່າ​ຈ້າງ​ຈຳນວນ 20 ລ້ານ​ໂດ​ລາ ຖ້າ​ຫາກ​ວ່າ​ເຮືອບິນ ໄດ້ມີການ​ພົບ​
ເຫັນ ​ໃນ​ລັດສະໝີ 5 ພັນ​ກິ​ໂລ​ແມັດ​ມົນ​ທົນ ​30 ລ້ານໂດ​ລາ ຖ້າ​ຫາກ​ວ່າ​ພົບ​ເຫັນ ພາຍ​ໃນ​ລັດສະໝີ 10 ພັນ​ກິ​ໂລ​ແມັດ​ມົນ​ທົນ ​ແລະ 50 ລ້ານໂດ​ລາ ຖ້າ​ຫາກ​ວ່າ​ພົບ​ເຫັນ ພາຍ​ໃນ​
ລັດສະໝີ 25 ພັນ​ກິ​ໂລ​ແມັດ​ມົນ​ທົນ. ຄ່າ​ທຳນຽມຈະ​ແມ່ນ 70 ລ້ານ​ໂດ​ລາ ຖ້າ​ຫາ​ວ່າ​ພົບ​
ເຫັນ​ກາຍ​ລັດສະໝີ 25 ພັນ​ ກິ​ໂລ​ແມັດ​ມົນ​ທົນອອກໄປ.

ຖ້ຽວບິນ MH370 ຂອງສາຍການບິນມາເລ​ເຊຍ ​ໄດ້​ຫາຍ​ສາບ​ສູນ ​ໃນ​ວັນ​ທີ 5 ມີນາ ປີ
2014 ທີ່​ກຳລັງ​ມຸ່ງ​ໜ້າ​ໄປ​ປັກ​ກິ່ງ​ຈາກ​ກົວ​ລາ​ລຳ​ເປີ ພ້ອມກັບ​ຜູ້ໂດຍສານ​ແລະ​ຈຸບິນທັງ​ໝົດ
239 ຄົນ​ຮວມຢູ່ໃນນັ້ນ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG