ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຂ່າວນອງນັນ ດ້ານການເງິນ ຢູ່ ມາເລເຊຍ ເປັນເງົາບົດບັງ ຕະຫຼາດການເງິນ


ປະທານອົງການສາມັກຄີແຫ່ງຊາດມາເລ ຫຼື UMNO ພ້ອມທັງເປັນ ນາຍົກລັດຖະມົນຕີມາເລເຊຍ ທ່ານ Najib Razak.
ປະທານອົງການສາມັກຄີແຫ່ງຊາດມາເລ ຫຼື UMNO ພ້ອມທັງເປັນ ນາຍົກລັດຖະມົນຕີມາເລເຊຍ ທ່ານ Najib Razak.

ຂ່າວ​ນອງ​ນັນທາງ​ການ​ເງິນ ​ທີ່​ພົວພັນ​ກັບນາຍົກລັດຖະມົນຕີມາ​ເລ​ເຊຍ ຍັງ​ສືບ​ຕໍ່​ເປັນເງົາ ​ບົດ​ບັງ ​ຕະຫລາດ​ການ​ເງິນ​ ​ແລະ​ການ​ເມືອງຂອງ​ປະ​ເທດ ນຶ່ງ​ປີ​ຫລັງ​ຈາກ​ໄດ້​ມີ​ການ​ກ່າວ​ ຫາ ກ່ຽວ​ກັບ​ການ​ໃຊ້ເງິນ​ກອງ​ທຶນ​ໄປ​ໃນ​ທາງ​ທີ່​ບໍ່​ຖືກຕ້ອງ​ໄດ້​ມີ​ການ​ຕັ້ງຄຳ​ຖາມ​.

ຄວາມ​ສົນ​ໃຈໄດ້​ຫລຸດ​ລົງ​ຢ່າງ​ຫຼວງຫລໍາ​ຍສຳລັບບໍລິສັດການ​ລົງທຶນຂອງ​ລັດຖະບານມາ ​ເລ​ເຊຍ ຄືບໍ​ລິ​ສັດມາ​ເລ​ເຊຍ​ພັດທະນາ Berhad1 ຫລື 1MDB ຫລັງ​ຈາກລາຍ​ງານຂ່າວ​ ຂອງ​ສຶ່ມ​ວນຊົນໃນ​ປີແລ້ວ​ນີ້ ​ໄດ້​ກ່າວ​ຫາ​ວ່າ ​ເງິນ​ຫລາຍ​ລ້ານ​ໂດ​ລາ​ໄດ້​ຖືກນຳໄປ​ຝາກ​ໄວ້ ​ຢູ່​ໃນ​ບັນຊີທະນາຄານ​ສ່ວນ​ໂຕ ຂອງ​ນາຍົກລັດຖະມົນຕີມາ​ເລ​ເຊຍ ທ່ານ Najib Razak.

ທ່ານ Najib ​ໄດ້​ປະຕິ​ເສ​ດຊໍ້າ​ແລ້ວ​ຊໍ້າ​ອີກໃນ​ການ​ກະທຳ​ຜິດ​ໃດໆ ​ແລະ​ອະທິ​ໄອຍະ​ການ ຂອງ​ມາ​ເ​ລ​ເຊຍກ່າວ​ວ່າ ​ເງິນ​ດັ່ງກ່າວເປັນທຶນ​ສ່ວນ​ໂຕ​ບໍລິຈາກ​ໂດຍ​ຄອບຄົວ​ຊາ​ອຸ​ດີ ອາ ຣາ​ເບຍ.

ຕຳຫລວດນອກເຄຶ່ອງແບບມາເລເຊຍ ຖືຄອມພິວເຕີອອກຈາກຫ້ອງການ 1MDB (1 Malaysia Development Berhad)
ຕຳຫລວດນອກເຄຶ່ອງແບບມາເລເຊຍ ຖືຄອມພິວເຕີອອກຈາກຫ້ອງການ 1MDB (1 Malaysia Development Berhad)

ແຕ່​ວ່າ​ໃນ​ອາທິດ​ທີ່​ຜ່ານ​ມາ ກອງ​ທຶນ Abu Dhabi ​ໄດ້​ປະກາດ​ວ່າ ບໍລິສັດ 1MDB ບໍ​ໄດ້​ ປະຕິ​ບັດ​ຕາມ​ພັນທະ​ຂອງ​ຕົນ​ຕໍ່​ໜີ້​ສິນ 1 ພັນ 1 ລ້ານ ໂດ​ລາ ແລະ​ດອກເບ້ຍ.

ກະຊວງ​ການ​ເງິນ​ມາ​ເລ​ເຊຍຕອບ​ໂຕ້​ຢ່າງ​ທັນ​ທີ​ວ່າ ຕົນ​ຈະ​ຮັບ​ເອົາ​ພັນທະ​ທັງ​ໝົດ​ຢູ່ໃນຕະ ຫລາດ​ການ​ເງິນ ທີ່​ພົວພັນ​ກັບກອງ​ທຶນ​ແລະ​ຈະ “ມີເງິນສົດ​ພຽງພໍທີ່​ຈະ​ເຮັດ​ໄດ້.”

ປ້າຍ 1MDB (1 Malaysia Development Berhad) ຕິດຢູ່ຕໍ່ໜ້າ Petronas ຕຶກແຝດ ທີ່ນະຄອນ Kuala Lumpur ປະເທດ Malaysia.
ປ້າຍ 1MDB (1 Malaysia Development Berhad) ຕິດຢູ່ຕໍ່ໜ້າ Petronas ຕຶກແຝດ ທີ່ນະຄອນ Kuala Lumpur ປະເທດ Malaysia.

​ແຕ່​ວ່າ ທ່ານ Bill Case ສາ​ສະ​ດາ​ຈານ​ ລັດຖະສາດການ​ເ​ມື​ອງ ຢູ່ທີ່ມະຫາວິທະຍາ​ໄລ Hong Kong ກ່າວ​ວ່າ ຂ່າວ​ນອງ​ນັນ​ນີ້ອາດ​ຈະມີ​ຜົນ​ກະທົບ​ຕໍ່ພາກສ່ວນ​ການ​ເງິນຂອງ ​ມາເລ​ເຊຍ ​ແລະ​ເສດຖະກິດ ​ໃນ​ໄລ​ຍະ​ຫລາຍ​ເດືອນ​ຕໍ່​ໜ້າ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG