ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊິ້ນສ່ວນ ທີ່ອາດເປັນຂອງ ຖ້ຽວບິນ MH370 ຂອງມາເລເຊຍ ໄດ້ພົບເຫັນ ຢູ່ ໂມຊຳບິກ


ລັດຖະມົນຕີ ຂົນສົ່ງຂອງມາເລເຊຍ ທ່ານ Liow Tiong Lai ກ່າວຖະແຫລງ ຢູ່ທີ່ກອງປະຊຸມຖະແຫລງຂ່າວພິເສດ ກ່ຽວກັບ ເຮືອບິນໂດຍສານ Malaysia ຖ້ຽວບິນ MH370 ແລະ MH17 ອັນເປັນເຫດການທີ່ບໍ່ກ່ຽວພັນກັນ ໃນເມືອງ Shah Alam ຂອງມາເລເຊຍ, ວັນທີ 12 ສິງຫາ 2015.
ລັດຖະມົນຕີ ຂົນສົ່ງຂອງມາເລເຊຍ ທ່ານ Liow Tiong Lai ກ່າວຖະແຫລງ ຢູ່ທີ່ກອງປະຊຸມຖະແຫລງຂ່າວພິເສດ ກ່ຽວກັບ ເຮືອບິນໂດຍສານ Malaysia ຖ້ຽວບິນ MH370 ແລະ MH17 ອັນເປັນເຫດການທີ່ບໍ່ກ່ຽວພັນກັນ ໃນເມືອງ Shah Alam ຂອງມາເລເຊຍ, ວັນທີ 12 ສິງຫາ 2015.

ລັດຖະມົນຕີຂົນສົ່ງ ຂອງອອສເຕຣເລຍ ທ່ານ Darren
Chester ກ່າວວ່າ ຊິ້ນສ່ວນອັນໜຶ່ງຂອງເຮືອບິນ ໄດ້ຖືກ
ພົບເຫັນຢູ່ຫາດຊາຍໃນປະເທດ Mozambique ຈະຖືກ
ນຳໄປກວດສອບ ຢູ່ທີ່ອອສເຕຣເລຍ ເພື່ອກຳນົດວ່າ ມັນ
ເປັນຊິ້ນສ່ວນຂອງເຮືອບິນໂດຍສານ Malaysia ຖ້ຽວບິນ
MH370 ທີ່ໄດ້ຫາຍສາບສູນໄປນັ້ນ ຫຼືບໍ່ ຊຶ່ງ​ເຮືອບິນ​ດັ່ງກ່າວ ໄດ້ຫາຍສາບສູນໄປພ້ອມກັບຜູ້ໂດຍສານແລະຈຸບິນ 239 ຄົນ
ທີ່ຢູ່ເທິງເຮືອບິນ ເກືອບຮອດ 2 ປີ​ແລ້ວ.

ທ່ານ Chester ໄດ້ບອກ ບັນດາສະມາຊິກສະພາ ອອສເຕຣເລຍ
ເມື່ອຕອນເຊົ້າວັນພະຫັດມື້ນີ້ ວ່າ ມັນຍັງໄວເກີນໄປ ທີ່ຈະສັນນິດ
ຖານກ່ຽວກັບຕົ້ນຕໍ ຂອງຊິ້ນສ່ວນຂະໜາດ ຍາວໜຶ່ງແມັດ ທີ່ໄດ້ຖືກຟອງທະເລ ພັດຂຶ້ນຝັ່ງ
ຊຶ່ງຄົນສັນຊາດອາເມຣິກາ ຄົນໜຶ່ງໄດ້ພົບເຫັນ ຢູ່ຫາດຊາຍຂອງປະເທດ​ໂມ​ຊຳ​ບິ​ກ ທາງ
ພາກຕາເວັນອອກສຽງໃຕ້ຂອງ​ທະວີບອາ​ຟຣິກາ. ແຕ່ທ່ານໄດ້ຢັ້ງຢືນວ່າ ຊິ້ນສ່ວນນັ້ນຈະ
ຖືກສົ່ງໄປ ອອສເຕຣເລຍ ​ເພື່ອການວິເຄາະ ແຕ່ຫາກວ່າ ທ່ານບໍ່ສາມາດໃຫ້ກຳນົດ ວັນ
ເວລາໄດ້.

Malaysia Airlines
please wait
Embed

No media source currently available

0:00 0:00:37 0:00

ທ່ານ Chester ຍັງໄດ້ຢືນຢັນວ່າ ສະຖານທີ່ຂອງຊິ້ນສ່ວນດັ່ງກ່າວ ແມ່ນສອດຄ່ອງກັບຕົວ
ແບບການເລື່ອນລອຍຂອງມະຫາສະມຸດ ທີ່ນຳໃຊ້ໂດຍ ບັນດານັກຊ່ຽວຊານ ອອສເຕຣເລຍ
ຜູ້ທີ່ກຳກັບນຳການຊອກຄົ້ນຫາ.

ກົມຂົນສົ່ງ ແລະຄວາມປອດໄພ ຂອງອອສເຕຣເລຍ ໄດ້ປະສານງານ ກັບນາໆຊາດໃນການ
ຄົ້ນຫາ ແລະພາລະກິດການເກັບກູ້ ໃນການສະໜັບສະໜູນ ທີມງານສືບສວນສອບສວນ
ຂອງມາເລເຊຍ ຢູ່ໃນມະຫາສະມຸດອິນເດຍຕອນໃຕ້.

ບັນດາເຈົ້າໜ້າທີ່ ສະຫະລັດ ແລະ ມາເລເຊຍ ກ່າວວ່າ ອີງຕາມລາຍງານໃນເບື້ອງຕົ້ນ
ຊິ້ນສ່ວນເບິ່ງຄືວ່າ ຈະມາຈາກ ເຮືອບິນອາຍພົ່ນ Boeing 777 ຊຶ່ງເປັນຊະນິດດຽວກັນກັບ
ເຮືອບິນໂດຍສານຖ້ຽວບິນ MH370 ທີ່ຫາຍສາບສູນໄປນັ້ນ.

XS
SM
MD
LG