ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລັດຖະມົນຕີ ຂອງມາເລເຊຍ ຖືກກ່າວຫາວ່າ ໃຊ້ອໍານາດທາງການເມືອງ ຢູ່ເໜືອຫຼັກສິນທໍາ


ແຟ້ມຮູບ-ນາຍົກລັດຖະມົນຕີມາເລເຊຍ ທ່ານອານວາ ອິບຣາຮິມ ຢູ່ທີ່ກອງປະຊຸມສຸດຍອດ ASEAN ຄັ້ງທີ 43 ໃນນະຄອນຫຼວງຈາກາຕາ, ອິນໂດເນເຊຍ, ວັນທີ 6 ກັນຍາ 2023.
ແຟ້ມຮູບ-ນາຍົກລັດຖະມົນຕີມາເລເຊຍ ທ່ານອານວາ ອິບຣາຮິມ ຢູ່ທີ່ກອງປະຊຸມສຸດຍອດ ASEAN ຄັ້ງທີ 43 ໃນນະຄອນຫຼວງຈາກາຕາ, ອິນໂດເນເຊຍ, ວັນທີ 6 ກັນຍາ 2023.

ລະຫວ່າງກັດກິນໄກ່ ແລະ ຄໍາເຂົ້າ ໃນລະຫວ່າງຄາບເຂົ້າສວາຍ, ທ້າວແຊມ ຊິນ (Sam Chin) ອາຍຸ 46 ປີ, ຄິ້ວສົນຂຶ້ນມາ ແລະ ກ່າວວ່າ “ບັດນີ້ ອານວາ ຜູ້ນັ້ນເຂົ້າກໍາອໍານາດ, ລາວຈະເຮັດເກືອບໝົດທຸກຢ່າງ ເພື່ອຮັກສາມັນ.”

ທ້າວຊິນ ກໍາລັງເວົ້າກ່ຽວກັບ ທ່ານອານວາ ອິບຣາຮິມ, ຜູ້ຊາຍຄົນນຶ່ງ ທີ່ໃຊ້ເວລາຫຼາຍທົດສະວັດ ໂດຍການສ້າງຊື່ສຽງໃນຖານະຜູ້ປະຕິຮູບຕໍ່ຕ້ານການຮັບສິນບົນ ກ່ອນກາຍມາເປັນນາຍົກລັດຖະມົນຕີຄົນທີ 10 ຂອງມາເລເຊຍ ໃນເດືອນພະຈິກແລ້ວນີ້. ແຕ່ປັດຈຸບັນ ຜູ້ສະໜັັບສະໜຸນຍາວນານຂອງທ່ານອານວາຫຼາຍຄົນ, ລວມທັງທ້າວຊິນ ຮູ້ສຶກຖືກຫັກຫຼັງ ເມື່ອຄິດເຫັນຄໍາສັນຍາ ເພື່ອການປ່ຽນແປງຂອງທ່ານ.

ຂໍ້ໂຕ້ຖຽງສໍາຄັນອັນນຶ່ງ ເກີດມາຈາກໄອຍະການຍົກເລີກຂໍ້ກ່າວຫາ 47 ກະທົງ ຕໍ່ຮອງນາຍົກລັດຖະມົນຕີຂອງ ທ່ານອານວາ, ທ່ານອະມາດ ຊາຮີດ ຮາດີມີ (Ahmad Zahid Hadimi). ທ່ານຊາຮີດ ຖືກກ່າວຫາວ່າຮັບສິນບົນ, ລະເມີດຄວາມເຊື່ອຖືທາງອາຍາ ແລະການຟອກເງິນ.

“ທ່ານອານວາ ໄດ້ໃຊ້ສິນທໍາ ທີ່ສໍາຄັນທັງໝົດຂອງທ່ານ ແບບສິ້ນເປືອງ ໃນຖາ ນະແຊັມຕໍ່ຕ້ານການຮັບສິນບົນ,” ກ່າວໂດຍ ທ່ານວອງ ຊິນ-ຮັວດ (Wong Chin-Huat), ສາດສະດາຈານທາງດ້ານວິທະຍາສາດການເມືອງ ຢູ່ທີ່ມະຫາ ວິທະຍາໄລຊັນເວ. “ໂດຍການປ່ອຍຮອງຂອງທ່ານໄປນັ້ນ ທ່ານບໍ່ສາມາດອ້າງໄດ້ອີກຕໍ່ໄປວ່າ ທ່ານຢືນຢັດ ຕໍ່ຕ້ານການສໍ້ລາດບັງຫຼວງ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG