ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກະ​ສັດ ມາ​ເລ​ເຊຍ ສະຫຼະ​ບັນ​ລັງ ຢ່າງບໍ່​ຄາດ​ຄິດ


ກະ​ສັດ ຊຸ​ລ​ຕານ ມູ​ຮຳ​ມັດ ທີ​ຫ້າ ແຫ່ງ ມາ​ເລ​ເຊຍ ຢືນ​ເຄົາ​ລົບ​ທຸງ​ຊາດ ໃນ​ລະ​ຫວ່າງພິ​ທີ​ເປີດກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ​ຄັ້ງ​ທີ 14, ນະ​ຄອນຫຼວງ ກົວ​ລາ ​ລຳ​ເປີ, ມາ​ເລ​ເຊຍ.17 ກໍ​ລະ​ກົດ, 2018.
ກະ​ສັດ ຊຸ​ລ​ຕານ ມູ​ຮຳ​ມັດ ທີ​ຫ້າ ແຫ່ງ ມາ​ເລ​ເຊຍ ຢືນ​ເຄົາ​ລົບ​ທຸງ​ຊາດ ໃນ​ລະ​ຫວ່າງພິ​ທີ​ເປີດກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ​ຄັ້ງ​ທີ 14, ນະ​ຄອນຫຼວງ ກົວ​ລາ ​ລຳ​ເປີ, ມາ​ເລ​ເຊຍ.17 ກໍ​ລະ​ກົດ, 2018.

ກະ​ສັດ​ຂອງ​ປະ​ເທດ ມາ​ເລ​ເຊຍ ໄດ້​ສະຫຼະ​ບັນ​ລັງເປັນ​ຄັ້ງ​ປະ​ຫວັດ​ສາດ ​ສຳ​ລັບ​ປະ​ເທດ
ທີ່ມີຄົນມຸສລິມ ອາໄສຢູ່ເປັນສ່ວນໃຫຍ່, ອີງຕາມການກ່າວຂອງຫ້ອງການພະອົງໃນວັນ
ອາທິດວານນີ້.

ຖະ​ແຫຼງ​ການ​ຈາກ​ຜູ້​ຄວບ​ຄຸມ​ໃນຄອບ​ຄົວ​ກະ​ສັດ ທ່ານ ວານ ອາ​ມັດ ດາ​ລານ ອັບ​ດຸ​ລ
ອາຊິສ ໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ “ພະອົງໄດ້ບອກປະຊາຊົນ ມາເລເຊຍ
ໃຫ້ສືບຕໍ່ສາມັກຄີກັນ ເພື່ອຮັກສາຄວາມເປັນນຶ່ງດຽວກັນໄວ້, ອົດທົນຕໍ່ກັນ ແລະ ເຮັດ
ວຽກຮ່ວມກັນ.”

ການ​ສະຫຼະ​ບັນ​ລັງ​ຂອງ​ກະ​ສັດ ຊຸ​ລ​ຕານ ມູ​ຮຳ​ມັດ ທີ​ຫ້າ ໄດ້​ມີ​ຂຶ້ນ​ລຸນຫຼັງຫຼາຍ​ເດືອນ​ຂອງ
ການຄາດເດົາວ່າ ພະອົງໄດ້ລາພັກໄຂ້ໃນຕົ້ນເດືອນພະຈິກປີກາຍນີ້, ທ່າມກາງຂ່າວຊ່າ
ລືທີ່ບໍ່ໄດ້ຖືກຢືນຢັນວ່າ ເພິ່ນໄດ້ແຕ່ງງານກັບອະດີດນາງງາມ ຣັດເຊຍ.

ຖະ​ແຫຼງ​ການ​ດັ່ງ​ກ່າວບໍ່​ໄດ້​ໃຫ້​ເຫດ​ຜົນ ​ສຳ​ລັບ​ການ​ຕັດ​ສິນ​ໃຈ​ຂອງ​ກະ​ສັດ ອາ​ຍຸ 49 ປີ​
ນັ້ນ.

ມັນ​ແມ່ນ​ກາ​ນ​ສະຫຼະ​ບັນ​ລັງ​ຄັ້ງ​ທຳ​ອິດ ນັບ​ຕັ້ງ​ແຕ່​ການ​ປະ​ກາດ​ເອ​ກະ​ລາດ​ຂອງ ມາ​ເລ​
ເຊຍ ຈາກອັງກິດ ໃນປີ 1957. ກະສັດທີ່ປົກຄອງ 9 ລັດຂອງປະເທດ ຈະປ່ຽນກັນເປັນ
ເຈົ້າຊີວິດນຶ່ງສະໄໝຍາວ 5 ປີ. ກະສັດ ຊຸລຕານ ມູຮຳມັດ ທີຫ້າ ຂອງລັດ ເຄລານຕັນ
ໃນພາກຕາເວັນອອກສຽງເໜືອຂອງປະເທດ ແມ່ນກະສັດທີ່ໜຸ່ມທີ່ສຸດຕາມລັດຖະທຳ
ມະນູນ, ທີ່ຖືກແຕ່ງຕັ້ງເປັນເຈົ້າຊີວິດໃນເດືອນທັນວາ ປີ 2016.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG