ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດ ມາເລເຊຍ ປ້ອງກັນ ເຫດກໍ່ການຮ້າຍ ໃນກອງ ປະຊຸມສຸດຍອດ ອາຊຽນ


ທະຫານ ມາເລເຊຍ ຍ່າງກວດລາດຕະເວນ ທີ່ກອງປະຊຸມສຸດຍອດ ປະເທດ ເອເຊຍ ຕາເວັນອອກສຽງໃຕ້ ຄັ້ງທີ 27 ໃນນະຄອນຫຼວງ ກົວລາລຳເປີ. 19 ພະຈິກ, 2015.
ທະຫານ ມາເລເຊຍ ຍ່າງກວດລາດຕະເວນ ທີ່ກອງປະຊຸມສຸດຍອດ ປະເທດ ເອເຊຍ ຕາເວັນອອກສຽງໃຕ້ ຄັ້ງທີ 27 ໃນນະຄອນຫຼວງ ກົວລາລຳເປີ. 19 ພະຈິກ, 2015.

ທະຫານຫຼາຍກວ່າ 2000 ຄົນໄດ້ປະຈຳການຢູ່ນະຄອນຫຼວງ ກົວລາລຳເປີ ແລະ ອີກ 2500 ຄົນແມ່ນຕຽມພ້ອມສຳຮອງໄວ້, ອີງ ຕາມກອງທັບທະຫານບົກຂອງ ມາເລເຊຍ, ເພື່ອປົກປ້ອງກອງປະ ຊຸມສຸດຍອດ ອາຊຽນ ຫຼັງຈາກໄດ້ຖືກລາຍງານ ແຕ່ບໍ່ໄດ້ຢືນຢັນ ສຳລັບການຂົ່ມຂູ່ກໍ່ການຮ້າຍ.

ຢູ່ພາຍນອກສູນການປະຊຸມ, ເຊິ່ງເປັນສະຖານທີ່ຫຼັກສຳລັບກອງ ປະຊຸມ, ຕຳຫຼວດ ແມ່ນຢືນລຽງກັນ ພ້ອມກັບທະຫານໜ່ວຍຈູ່ໂຈມ ມາເລເຊຍ ໃສ່ໝວກສີແດງຕິດອາດວຸດປືນກົນ M4.

ຢູ່ພາຍໃນສູນການປະຊຸມວັນສຸກມື້ນີ້, ລັດຖະມົນຕີການຕ່າງປະ ເທດ ມາເລເຊຍ ທ່ານ Afinah Aman, ໄດ້ກ່າວສັ້ນໆຕໍ່ບັນດານັກຂ່າວ ກ່ຽວກັບ ສິ່ງທີ່ບັນດາ ຜູ້ແທນ ອາຊຽນ ໄດ້ປຶກສາຫາລື ກັນໃນກອງປະຊຸມ, ແຕ່ບໍ່ໄດ້ກ່າວເຖິງລັດທິກໍ່ການຮ້າຍ ແລະ ບໍ່ໄດ້ຮັບເອົາການຖາມຄຳຖາມແຕ່ໃດໆ.

ລັດຖະມົນຕີປ້ອງກັນປະເທດຂອງ ມາເລເຊຍ ທ່ານ Hishammuddin Hussein ສະແດງທ່າທີໃນຂະນະທີ່ທ່ານເວົ້າ.
ລັດຖະມົນຕີປ້ອງກັນປະເທດຂອງ ມາເລເຊຍ ທ່ານ Hishammuddin Hussein ສະແດງທ່າທີໃນຂະນະທີ່ທ່ານເວົ້າ.

ທ່ານ Anifah ໄດ້ກ່າວໃນການຕອບຄຳຖາມຂອງວີໂອເອ ຫຼັງຈາກທ່ານໄດ້ ເດີນທາງອອກ ຈາກຫໍປະຊຸມວ່າ “ມັນຈະຖືກນຳ​ໄປປຶກສາຫາລືກັນ ໂດຍຄະນະລັດຖະມົນຕີໃນກອງ ປະຊຸມມື້ອື່ນ.”

ປະທານາທິບໍດີສະຫະລັດ ທ່ານ ບາຣັກ ໂອບາມາ ແມ່ນໜຶ່ງໃນບັນດາຜູ້ນຳ 18 ຄົນທີ່ເຂົ້າຮ່ວມ ໃນກອງປະຊຸມ, ໄດ້ເດີນທາງຮອດປະເທດ ມາເລເຊຍ ໃນຕອນ ບ່າຍວັນສຸກມື້ນີ້ຫຼັງຈາກໄດ້ ເດີນທາງຈາກນະຄອນຫຼວງ ມະນິລາ ບ່ອນທີ່ທ່ານໄດ້ເດີນທາງເຂົ້າຮ່ວມກອງປະຊຸມ APEC.

ທ່ານ Khalid Abu Bakar ນາຍຕຳຫຼວດ ມາເລເຊຍ ໄດ້ກ່າວໃນຖະແຫຼງການວ່າ “ມັນໄດ້ມີ ການລາຍງານຂອງຂົ່ມຂູ່ກໍ່ການຮ້າຍໃນ ມາເລເຊຍ, ຂ້າພະເຈົ້າ ຢາກເນັ້ນຢ້ຳວ່າ ມັນຍັງບໍ່ໄດ້ຮັບການຢືນຢັນເທື່ອ.”

ຖະແຫຼງການໄດ້ຖືກເປີດເຜີຍອອກຫຼັງຈາກຕຳຫຼວດໄດ້ຢືນຢັນວ່າ ພວກເຂົາເຈົ້າໄດ້ສົ່ງຕໍ່ສັນ ຍານເຕືອນໄພ ກ່ຽວກັບ ກອງປະຊຸມໃນວັນອາທິດທີ່ຜ່ານມາໃນແຂວງ Sulu ທາງພາກໃຕ້ ຂອງ ຟີລິບປິນ ເຊິ່ງເປັນອົງປະກອບຂອງກຸ່ມໜຶ່ງທີ່ເອີ້ນວ່າ ລັດອິສລາມ, ກຸ່ມກໍ່ການຮ້າຍ Abu Sayyaf ແລະ ກຸ່ມ Moro ແນວໜ້າປົດປ່ອຍ ປະເທດ.

ບົດຖະແຫຼງການຂອງລັດ, ອອກໂດຍຕຳຫຼວດ Sabah ຂອງ ມາເລເຊຍ ໄດ້ກ່າວ ວ່າພວກຫົວ ຮຸນແຮງໄດ້ສົ່ງມືລະເບີດສະຫຼະຊີບໄປຍັງເມືອງ Sabah ແລະ ກົວລາລຳເປີ.

ນອກຈາກປະທານາທິບໍດີ ໂອບາມາ ແລ້ວ, ກໍມີບັນດາຜູ້ນຳຈາກ ຈີນ, ອິນເດຍ, ຍີ່ປຸ່ນ ແລະ ຣັດເຊຍ ເປັນໜຶ່ງໃນຈຳນວນຜູ້ນຳທີ່ມີກຳນົດຈັດການເຈລະຈາ ກັບບັນດາຜູ້ນຳຂອງ 10 ສະມາຊິກປະເທດ ອາຊຽນ ແລະ ເລຂາທິການໃຫຍ່ ສະຫະປະຊາຊາດ ທ່ານ Ban Ki-moon.

XS
SM
MD
LG