ລັດຖະບານມາເລເຊຍ ໄດ້ເປີດເຜີຍຂໍ້ມູນໃໝ່ ຈາກດາວທຽມ
ທີ່ໃຊ້ໃນການຄຳນວນສະຖານທີ່ ຊຶ່ງສົງໄສວ່າເຮືອບິນໂດຍສານ
ອາຍພົ່ນມາເລເຊຍ ທີ່ຫາຍສາບສູນໄປ ອາດຕົກນັ້ນ.
ຂໍ້ມູນໃໝ່ ທີ່ມີການເປີດເຜີຍ ໃນວັນອັງຄານມື້ນີ້ ແມ່ນຮວມມີ 45
ໜ້າ ກ່ຽວກັບບັນທຶກຂອງການສື່ສານ ທີ່ສະລັບສັບຊ້ອນ ລະຫວ່າງ
ເຮືອບິນ ແລະດາວທຽມຂອງບໍລິສັດ Immarsat ຊຶ່ງເປັນບໍລິສັດ
ໂທລະຄົມມະນາຄົມຂອງອັງກິດ.
ຄະນະສືບສວນສອບສວນນາໆຊາດ ພາຍໃຕ້ການນຳພາຂອງມາເລເຊຍ ໄດ້ໃຊ້ຂໍ້ມູນດັ່ງ ກ່າວ ເພື່ອລົງຄວາມເຫັນກ່ຽວກັບບ່ອນທີ່ເຮືອບິນຕົກ ທາງພາກໃຕ້ຂອງມະຫາສະມຸດອິນເດຍ ນອກແຄມຝັ່ງທະເລຂອງອອສເຕເລຍ.
3 ເດືອນຫຼັງຈາກການຫາຍສາບສູນຂອງເຮືອບິນລຳມາເລເຊຍ ແມ່ນໄດ້ມີການຊອກຄົ້ນຫາຢ່າງຂະໜານໃຫຍ່ຂອງນາໆປະເທດ ຢູ່ໃນບໍລິເວນດັ່ງກ່າວ ແຕ່ກໍບໍ່ໄດ້ພົບເຫັນຮ່ອງ ຮອຍໃດໆທັງສິ້ນ ແລະຫຼາຍໆຄອບຄົວຂອງ 239 ຄົນທີ່ໂດຍສານໄປນຳເຮືອບິນລຳດັ່ງ ກ່າວ ຕ້ອງການຢາກຈະໃຫ້ພວກນັກວິເຄາະທີ່ເປັນອິດສະຫຼະທົບທວນເບິ່ງຂໍ້ມູນນີ້.
ເຮືອບິນມາເລເຊຍໄດ້ຫາຍສາບສູນໄປ ໂດຍບໍ່ມີການສົ່ງສັນຍານແຈ້ງເຫດຮ້າຍໃດໆ ໃນ ວັນທີ 8 ມີນາຜ່ານມາ ປະມານເຄິ່ງຊົ່ວໂມງ ຫລັງຈາກເຮືອບິນ ໄດ້ບິນຂຶ້ນຈາກສະໜາມ ບິນນະຄອນຫຼວງກົວລາລຳເປີ ໄປສູ່ປັກກິ່ງ. ເຈົ້າໜ້າທີ່ເຊື່ວວ່າ ໄດ້ມີບາງຄົນທີ່ມີຄວາມຮູ້ ຄວາມສາມາດກ່ຽວກັບຂໍ້ມູນລະບົບການບິນ ໄດ້ຕັ້ງໃຈປ່ຽນເສັ້ນທາງຂອງເຮືອບິນລຳດັ່ງ ກ່າວນີ້.