ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກປະທ້ວງ 900 ກວ່າຄົນ ຖືກຈັບຢູ່ມາເລເຊຍ


ຕຳຫຼວດປາບຈະລາຈົນມາເລເຊຍຍິງລະເບີດນໍ້າຕາເຂົ້າໃສ່ພວກປະທ້ວງຈາກກຸ່ມແນວໂຮມ Bersih ຫຼືແນວໂຮມ ເພື່ອການເລືອກຕັ້ງທີ່ໂປ່ງໃສແລະສະອາດ ໃນການໂຮມຊຸມນຸມທີ່ນະຄອນຫຼວງກົວລາລຳເປີ (9 ກໍລະກົດ 2011)
ຕຳຫຼວດປາບຈະລາຈົນມາເລເຊຍຍິງລະເບີດນໍ້າຕາເຂົ້າໃສ່ພວກປະທ້ວງຈາກກຸ່ມແນວໂຮມ Bersih ຫຼືແນວໂຮມ ເພື່ອການເລືອກຕັ້ງທີ່ໂປ່ງໃສແລະສະອາດ ໃນການໂຮມຊຸມນຸມທີ່ນະຄອນຫຼວງກົວລາລຳເປີ (9 ກໍລະກົດ 2011)

ຕຳຫຼວດມາເລເຊຍໄດ້ຍິງລະເບີດນໍ້າຕາເຂົ້າໃສ່ແລະຈັບກຸມ 900 ກວ່າຄົນທີ່ນະຄອນຫຼວງ
ກົວລາລຳເປີໃນວັນເສົາມື້ນີ້ ຂະນະທີ່ພວກນັກເຄື່ອນໄຫວຈຳນວນຫຼາຍພັນຄົນພາກັນຫຼົບ
ຫຼີກການອັດຖະໜົນຫົນທາງ ຈັດການໂຮມຊຸມນຸມປະທ້ວງຕໍ່ຕ້ານລັດຖະບານຂອງນາຍົກ
ລັດຖະມົນຕີ Najib Razak.

ການໂຮມຊຸມນຸມປະທ້ວງ ທີ່ໄດ້ຮັບການສະໜັບສະໜຸນໂດຍພວກຝ່າຍຄ້ານ ທີ່ນະຄອນ
ຫຼວງຂອງມາເລເຊຍ ແມ່ນຈຸດສຸດຍອດຂອງການກົດດັນຢ່າງຂຸ້ນຂ້ຽວເປັນເວລາຫຼາຍອາ
ທິດຕໍ່ລັດຖະບານປະສົມຂອງນາຍົກລັດຖະມົນຕີ Najib ທີ່ປົກຄອງປະເທດມາເປັນເວລາ
ດົນນານເພື່ອໃຫ້ສະໜອງຕອບຄວາມຮຽກຮ້ອງຕ້ອງການທີ່ຢາກໃຫ້ປະຕິຮູບກົດໝາຍ
ເລືອກຕັ້ງ ໃຫ້ມີຄວາມເປັນທຳແລະມີຄວາມໂປ່ງໃສຫຼາຍຂຶ້ນນັ້ນ.

ພວກຜູ້ນຳຂອງກຸ່ມ Bersih ຊຶ່ງເປັນແນວໂຮມຂອງບັນດາອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດ
ຖະບານ 60 ກວ່າອົງການກ່າວວ່າ ຕົນຈະດຳເນີນການຕໍ່ໄປ ກ່ຽວກັບການໂຮມຊຸມນຸມ ເຖິງແມ່ນວ່າລັດຖະບານໄດ້ປະຕິເສດບໍ່ຍອມອອກໃບອະນຸຍາດໃຫ້ກໍຕາມ.

ຂະນະດຽວກັນ ພວກສະໜັບສະໜຸນລັດຖະບານກໍໄດ້ຈັດການໂຮມຊຸມນຸມຂອງຕົນຂຶ້ນ ທີ່ນະຄອນຫຼວງຂອງມາເລເຊຍໂດຍບໍ່ມີຕຳຫຼວດໄປລົບກວນເລີຍ.

ກຸ່ມ Bersih ທວງໃຫ້ລັດຖະບານມາເລເຊຍຈັດຕັ້ງປະຕິບັດການປະຕິຮູບກ່ຽວກັບການ ເລືອກຕັ້ງກ່ອນການເລືອກຕັ້ງແຫ່ງຊາດຮອບໜ້າຮວມທັງມາດຕະການປ້ອງກັນບໍ່ໃຫ້ມີ ການຊື້ຄະແນນສຽງແລະການສໍ້ໂກງ. ການເລືອກຕັ້ງຂອງມາເລເຊຍມີໝາຍກຳນົດທີ່ຈະ
ຈັດຂຶ້ນໃນປີ 2013 ແຕ່ອາດມີຂຶ້ນໄວກວ່ານັ້ນກໍໄດ້.

XS
SM
MD
LG