ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວມາເລເຊຍປະທ້ວງ ຂໍ້ສະເໜີຫ້າມໂຮມຊຸມນຸມກັນ ຢູ່ຕາມຖະໜົນຫົນທາງ


ປະຊາຊົນແລະພວກທະນາຍຄວາມມາເລເຊຍປະທ້ວງ ຍັດຕິຫ້າມ ໂຮມຊຸມນຸມປະທ້ວງຕາມຖະນົນຫົນທາງຢ່າງສັນຕິ
ປະຊາຊົນແລະພວກທະນາຍຄວາມມາເລເຊຍປະທ້ວງ ຍັດຕິຫ້າມ ໂຮມຊຸມນຸມປະທ້ວງຕາມຖະນົນຫົນທາງຢ່າງສັນຕິ

ຊາວ​ມາ​ເລ​ເຊຍ​ຫລາຍ​ຮ້ອຍ​ຄົນ​ພາກັນ​ຫລັ່ງ​ໄຫລລົງ​ສູ່​ຖະໜົນ​ຫົນທາງ​ເມື່ອວັນ​ອັງຄານ​ມື້​ນີ້
ເພື່ອ​ປະ​ທ້ວງ​ຕໍ່ຂໍ້ສະເໜີຫ້າມ​ບໍ່​ໃຫ້​ໂຮມ​ຊຸມນຸມ​ກັນຢູ່​ຕາມ​ຖະນົນຫົນທາງ.

ພວກ​ປະ​ທ້ວງ​ໄດ້​ພາກັນ​ເດີນຂະບວນໄປ​ຍັງ​ຕຶກ​ສະພາ​ແຫ່ງ​ຊາດ​ ທີ່​ນະຄອນຫລວງກົວ​ລາ​
ລໍາ​ເປີ ​ລ່ວງ​ໜ້າການ​ລົງ​ຄະ​ແນນ​ສຽງ​ກ່ຽວ​ກັບຮ່າງ​ຍັດຕິ​ທີ່​ເອີ້ນ​ວ່າ ກົດໝາຍການ​ໂຮມຊຸມ
ນຸມກັນ​ຢ່າງ​ສັນຕິ ​ໂດຍ​ກ່າວ​ວ່າ​ມາດ​ຕະການ​ດັ່ງກ່າວ​ນີ້ ​ແມ່ນ​ເປັນ​ການ​ໂຈມຕີເສລີພາບ​
ໃນ​ການ​ປາກ​ເວົ້າ.

ຍັດຕິ​ດັ່ງກ່າວ​ນີ້ ຈະ​ອະນຸຍາດ​ປະຊາຊົນ​ໂຮມຊຸມນຸມ​ກັນ​ໄດ້​ໃນ​ສະຖານ​ທີ່​ຕ່າງໆ​ທີ່​ກໍານົດ​ໄວ້
ເຊັ່ນ ສະໜາມກິລາ​ແຫ່ງ​ຊາດ​ເປັນ​ຕົ້ນ ​ແຕ່​ໄດ້ຫ້າມ ບໍ່ໃຫ້ການ​ເດີນ​ຂະບວນ​ຂອງ​ປະຊາຊົນ​
ໂດຍ​ບໍ່​ໄດ້​ຮັບ​ອະນຸຍາດ​ລ່ວງໜ້າ. ພວກຈັດປະທ້ວງຈະຕ້ອງແຈ້ງໃຫ້ເຈົ້າໜ້າທີ່ຊາບລ່ວງໜ້າ
10 ມື້ກ່ອນການໂຮມຊຸມນຸມມີຂຶ້ນ.

ພັກ​ລັດຖະບານປະສົມທີ່ປົກຄອງ​ປະ​ເທດ​ຂອງ​ ທ່ານ Najib Razak ນາຍົກລັດຖະມົນຕີ
ມາ​ເລ​ເຊຍ ​ໄດ້​ນໍາ​ສະ​ເໜີ​ຍັດຕິ​ດັ່ງກ່າວ​ນີ້​ ເມື່ອ​ອາທິດຜ່າ​ນມາ. ບັນດາ​ທະນາຍຄວາມ​ກ່າວ
ວ່າ ຍັດຕິ​ສະບັບນີ້ໄດ້ນຳສະເໜີຢ່າງຮີບຮ້ອນໄວວາ ​ແລະຈະ​ເປັນ​ການ​ເອື້ອ​ອໍານວຍ​ໃຫ້​ພວກ
ຕໍາຫລວດ​ມີ​ອໍານາດ​ເກີນ​ໄປ. ຕໍາຫລວດ​ຈະ​ເປັນຜູ້ກຳໜົດວ່າ ວັນ​ເວລາແລະສະຖານ​ທີ່ ທີ່
ໄດ້ສະເໜີວ່າ ຈະໃຊ້​ສໍາລັບ​ການ​ເດີນຂະ​ບວນປະ​ທ້ວງນັ້ນ ເປັນ​ທີ່​ຮັບ​ເອົາ​ໄດ້ຫຼືບໍ.

ອົງການ​ນິລະ​ໂທດກໍາ​ສາກົນ​ເອີ້ນ ກົດໝາຍໂຮມ​ຊຸມນຸມກັນຢ່າງ​ສັນຕິນີ້​ວ່າ ເປັນ​ກົດໝາຍ​ທີ່​
ບັ່ນທອນຕໍ່​ສິດທິ​ໃນການ​ປະ​ທ້ວງ​ຢ່າງ​ສັນຕິ​ຂອງ​ຊາວ​ມາ​ເລເຊຍ.

XS
SM
MD
LG