ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພັກຂອງລັດຖະບານມາເລເຊຍ ໄດ້ຮັບໄຊຊະນະ ຢ່າງຂາດລອຍ ເສີມຂະຫຍາຍອຳນາດ ຂອງນາຍົກ


ໃນພາບຖ່າຍເມື່ອວັນຈັນ ທີ 25 ມັງກອນ 2016 ນີ້, ນາຍົກລັດ
ຖະມົນຕີ Najib Razak ຖະແຫລງ ຕໍ່ກອງປະຊຸມ ໃນນະຄອນ
ຫຼວງ ກົວລາລຳເປີ ຂອງມາເລເຊຍ.
ໃນພາບຖ່າຍເມື່ອວັນຈັນ ທີ 25 ມັງກອນ 2016 ນີ້, ນາຍົກລັດ ຖະມົນຕີ Najib Razak ຖະແຫລງ ຕໍ່ກອງປະຊຸມ ໃນນະຄອນ ຫຼວງ ກົວລາລຳເປີ ຂອງມາເລເຊຍ.

ລັດຖະບານ Barisan Nasional ຫຼື BN ທີ່ປົກຄອງມາເລເຊຍຢູ່ ໄດ້ຮັບໄຊ ຊະນະການເລືອກຕັ້ງ ໃນສອງສະພາ.

ໄຊຊະນະດັ່ງກ່າວ ເພີ້ມການກຳອຳນາດໃນປະເທດ ຂອງນາຍົກລັດຖະມົນຕີ ທ່ານ Najib Razak ເຖິງແມ່ນວ່າ ຈະມີການກ່າວຫາວ່າສໍ້ລາດບັງຫຼວງ ທີ່ມີ ຢູ່ຢ່າງຕໍ່ເນື່ອງ ກໍຕາມ.

ຄະນະກຳມາທິການເລືອກຕັ້ງ ກ່າວວ່າ ຈຳນວນບ່ອນນັ່ງ ທີ່ໄດ້ຊະນະ ໂດຍ ຄະແນນສຽງສ່ວນໃຫຍ່ ແມ່ນຫຼາຍກວ່າ ການເລືອກຕັ້ງລັດຖະບານ ເມື່ອປີ 2013.

ບັນດານັກວິເຄາະການເມືອງ ກ່າວວ່າ ເບິ່ງຄືວ່າທ່ານ Najib ອາດຈະຮຽກ ຮ້ອງໃຫ້ມີການຢັ່ງເບິ່ງຫາງສຽງ ໂດຍທັນທີ ຍ້ອນໄຊຊະນະ ອັນຂາດລອຍນີ້.

ທ່ານ Najib ໄດ້ກ່າວໃນຖະແຫລງການສະບັບໜຶ່ງວ່າ ອະດີດນາຍົກລັດ ຖະມົນຕີ ທ່ານ Mahathir Mohamad ໄດ້ “ຫັນປ່ຽນການເລືອກຕັ້ງ ໃຫ້ ເປັນການລົງປະຊາມະຕິ ກ່ຽວກັບການນຳພາ ຂອງຂ້າພະເຈົ້າ.”

ພັກ BN ໄດ້ຊະນະ ບ່ອນນັ່ງໃນເມືອງ Sungai Besar ແລະ ເມືອງ Kuala Kangsar ຊຶ່ງເປັນປະຊາຄົມ ຢູ່ຕາມແຄມຝັ່ງທະເລ ທາງພາກຕາເວັນຕົກ ຂອງມາເລເຊຍ.

ການລົງຄະແນນສຽງ ເອົາບ່ອນນັ່ງ ໄດ້ມີຂຶ້ນ ຫຼັງຈາກບັນດາຜູ້ດຳລົງຕຳແໜ່ງ ໄດ້ເສຍຊີວິດ ໃນອຸປະຕິເຫດເຮືອບິນເຮລິຄອບເຕີ້ຕົກ ເມື່ອເດືອນແລ້ວນີ້.

ທ່ານ Najib ໄດ້ປະເຊີນໜ້າກັບການກວດສອບ ກ່ຽວກັບແຫລ່ງທີ່ມາຂອງ ເງິນມູນຄ່າເກືອບ 700 ລ້ານໂດລາ ທີ່ຕົກຢູ່ໃນບັນຊີສ່ວນຕົວ ຮັບປະກັນ ໂດຍທະນາຄານ ຜ່ານບໍລິສັດຕ່າງໆ ທີ່ເຊື່ອມໂຍງ ກັບກອງທຶນຊັບສິນອະທິ ປະໄຕ 1MDB ຊຶ່ງໄດ້ຖືກລິເລີ້ມໂດຍ ທ່ານ Najib ເມື່ອ 6 ປີກ່ອນ.

ທ່ານ Najib ໄດ້ກ່າວປະຕິເສດ ຊ້ຳແລ້ວຊ້ຳອີກ ຕໍ່ການກະທຳຜິດໃດໆ ແລະ ລັດຖະມົນຕີກະຊວງຍຸຕິທຳ ຂອງມາເລເຊຍ ໄດ້ກ່າວວ່າ ກອງທຶນດັ່ງກ່າວນັ້ນ ແມ່ນເປັນການບໍລິຈາກໂດຍສ່ວນຕົວ ຈາກຄອບຄົວກະຊັດ ຂອງຊາອຸດີ ອາຣາເບຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG