ນາຍົກລັດຖະມົນຕີ ມາເລເຊຍ ທ່ານ Najib Razak ໄດ້ປະຕິ
ເສດວ່າ “ເປັນບ່ອນທຳລາຍທາງການເມືອງ” ທີ່ລາຍງານວ່າ
ທ່ານໄດ້ຮັບເງິນຫລາຍກວ່າ 700 ລ້ານໂດລາ ຈາກກອງທຶນ
ໃນການລົງທຶນທີ່ລັດຖະບານເປັນເຈົ້າຂອງ.
ໜັງສືພິມ The Wall Street Journal ແລະໜັງສືພິມມາເລ
ເຊຍ Sarawak ທີ່ພິມເຜີຍແຜ່ການພົບເຫັນໃນຂັ້ນຕົ້ນ ອີງ
ຕາມເອກກະສານ ຈາກການສືບສວນຂອງລັດຖະບານ ກ່ຽວ
ກັບກອງທຶນ 1MBD.
ລາຍງານກ່າວວ່າ ການຝາກເງິນຫລວງຫລາຍທີ່ສຸດສອງເທື່ອ
ໃນຈຳນວນ 620 ລ້ານໂດລາ ແລະ 61 ລ້ານໂດລາ ໄດ້ໂອນເຂົ້າບັນຊີ ຂອງທ່ານ Najib
ທ່າມ ກາງການໂຄສະນາຫາສຽງໃນເລືອກຕັ້ງປີ 2013 ທີ່ມີການແຂ່ງຂັນກັນ ຢ່າງໃກ້ຊິດ
ນັ້ນ.
ກອງທຶນ 1MDB ທີ່ເປັນປະທານໂດຍ ທ່ານ Najib ປະເຊີນໜ້າກັບການກ່າວຫາສໍ້ລາດ
ບັງຫລວງ ແລະຂາດການບໍລິຫານທີ່ຜິດພາກແລະຕິດໜີ້ກວ່າ 11 ພັນລ້ານໂດລາ. ກອງ
ທຶນນີ້ ກຳລັງຢູ່ພາຍໃຕ້ການສືບສວນຈາກຫລາຍຫ້ອງ ການຂອງລັດຖະບານ ຮວມທັງຜູ້
ກວດກາບັນຊີທົ່ວໄປຂອງທະນາຄານກາງ.
ກອງທຶນ 1MDB ໄດ້ອອກຖະແຫລງການສະບັບນຶ່ງໃນວັນສຸກມື້ນີ້ ກ່າວວ່າ “ບໍ່ເຄີຍໄດ້
ເອົາເງິນໃດໆໃຫ້ແກ່ນາຍົກລັດຖະມົນຕີ” ແລະຮ້ອງລາຍງານວ່າ “ບໍ່ມີຄວາມຮັບຜິດຊອບ
ເປັນຢ່າງສູງ ແລະພະຍາຍາມບ່ອນທຳລາຍບໍລິສັດ.”