ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນາຍົກ ມາເລເຊຍ ປະກາດຍຸບ ສະພາແຫ່ງຊາດ (ວີດີໂອ)


ນາຍົກລັດຖະມົນຕີ ມາ​ເລ​ເຊຍ ທ່ານ Najiv Razak ​​ໄດ້​ຍຸບ​
ສະພາ​ແຫ່ງ​ຊາດ ກຳນົດການ​ເລືອກຕັ້ງ​ໃໝ່
ນາຍົກລັດຖະມົນຕີ ມາ​ເລ​ເຊຍ ທ່ານ Najiv Razak ​​ໄດ້​ຍຸບ​ ສະພາ​ແຫ່ງ​ຊາດ ກຳນົດການ​ເລືອກຕັ້ງ​ໃໝ່
ນາຍົກລັດຖະມົນຕີ ມາ​ເລ​ເຊຍ ທ່ານ Najiv Razak ໄດ້​ຍຸບ​
ສະພາ​ແຫ່ງ​ຊາດ ກຳນົດການ​ເລືອກຕັ້ງ​ໃໝ່ ທີ່​ອາດ​ເປັນ​ການ
​ທ້າ​ທາຍ​ຕໍ່ພັກ​ລັດຖະບານປະສົມ​ຂອງ​ທ່ານ ທີ່​ໄດ້​ກໍາ​ອໍານາດ
​ປົກຄອງ​ປະ​ເທດມາ​ເປັນ​ເວລາ​ເກືອບຫົກ​ສິບ​ທົດ​ສະ​ວັດ​
ແລ້ວນັ້ນ.

ໃນ​ລະຫວ່າງ​ການ​ກ່າວ​ຄຳ​ປາ​ໄສ​ທາງ​ໂທລະ​ພາບ​ໃນ​ວັນ​ພຸດ
​ມື້​ນີ້ ນາຍົກ ລັດຖະມົນຕີ Razak ​ໄດ້​ຍ້ອງຍໍ​ສັນລະ​ເສີນ​ຜົນ​
ສໍາ​ເລັດ​ຕ່າງ​ໆ​ຂອງ​ພັກ​ແນວ​ໂຮມ​ປະສົມ​ແຫ່ງ​ຊາດ ​ໂດຍ​ກ່າວ​
ວ່າ ທ່ານ​ຫວັງ​ວ່າການ​ເລືອກຕັ້ງ​ຈະ​ນໍາ​ມາ​ຊຶ່ງ​ສິດ​ອຳນາດ​ທີ່
​ເຂັ້ມ​ແຂງ​ກວ່າ​ເກົ່າ.

ທ່ານ​ກ່າວ​ວ່າ “​ໃນ​ໄລຍະ​ສີ່​ປີ​ທີ່​ຜ່ານ​ມານີ້ ຊາວ​ມາ​ເລເຊຍ​ທັງ​ໝົດ ​ໄດ້​ມີປະສົບພະ​ການ ​ແລະຮູ້​ເຫັນ​ເປັນ​ພິຍານ ຕໍ່​ການ​ປ່ຽນ​ແປງຢ່າງ​ໃຫຍ່​ຫລວງ​ທາງ​ເສດຖະກິດ ການ​ເມືອງ ​ແລະສັງຄົມ ​ໃນ​ປະ​ເທດ​ຂອງ​ເຮົາ ພາຍ​ໃຕ້ໂຄງການ​ຫັນປ່ຽນຂອງລັດຖະບານ ທີ່​ພາ​ໃຫ້​ມີ​ການ​ປ່ຽນ​ແປງ​ຢ່າງ​ໃຫຍ່​ຫລວງ​ຕໍ່ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ​ແລະ​ຄວາມ​ອຸດົມສົມ​ບູນ​ຂອງ​ປະ​ເທດ.”

ບັນດາ​ນັກວິ​ເຄາະຄາດ​ວ່າ ສາມ​ພັກທີ່​ຮ່ວມ​ຢູ່​ໃນ​ລັດຖະບານ​ປະສົມຂອງ​ອະດີດ​ນາຍົກ
ລັດຖະມົນຕີ Anwer Ibrahim ຈະ​ໄດ້​ຮັບ​ຄະ​ແນນ​ສຽງ​ສະໜັບສະໜຸນ​ຢ່າງ​ແຂງ​ຂັນ. ກຸ່ມ​ພັນທະ​ມິດຝ່າ​ຍຄ້ານ​ ​ໄດ້ຊະນະ​ບ່ອນ ນັ່ງ​ຫຼາຍ​ແບບທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ ຈາກພັກ​ແນວ​ໂຮມແຫ່ງ​ຊາດລະຫວ່າງ​ການ​ປ່ອນ​ບັດ​ໃນ​ປີ 2008.

ຄະນະ​ກໍາມະການ​ເລືອກ​ຕັ້ງ ຄາດ​ວ່າ​ຈະ​ພົບ​ປະກັນ​ໃນ​ບໍ່​ຊ້າ​ນີ້ ​ເພື່ອ​ກຳ ນົດວັນ​ເວລາ​ໃນ​ການເລືອກ​ຕັ້ງຊຶ່ງ​ມີ​ທ່າ​ທາງ​ວ່າຈະ​ມີ​ຂື້ນ​ໃນ​ບໍ່​ເທົ່າ​ໃດ​ອາ ທິດ​ຂ້າ​ງໜ້າ​ນີ້. ການ​ເລືອກ​ຕັ້ງຕ້ອງ​ໄດ້​ມີ​ຂື້ນ ​ພາຍ​ໃນ​ສອງເດືອນ ​ຫລັງ​ ຈາກຍຸບ​ສະພາ​ແລ້ວ.

Malaysia
please wait
Embed

No media source currently available

0:00 0:01:18 0:00
XS
SM
MD
LG