ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກ ມາເລເຊຍ ເລີກລົ້ມ 3 ໂຄງການ ທີ່ໄດ້ທຶນ ຈາກຈີນ ຫຼາຍກວ່າ 20 ຕື້ ໂດລາ


ນາຍົກລັດຖະມົນຕີມາເລເຊຍ ທ່ານມາຮາເທຍ ໂມຮາມັດ (ກາງ) ລົມກັບ ປະທານປະເທດຈີນ ທ່ານ ສີຈິ້ນຜິງ (ບໍ່ໄດ້ຢູ່ໃນຮູບນີ້) ໃນກອງປະຊຸມບັ້ນນຶ່ງ ໃນນະຄອນປັກກິ່ງ ໃນວັນທີ 20 ສິງຫາ 2018.
ນາຍົກລັດຖະມົນຕີມາເລເຊຍ ທ່ານມາຮາເທຍ ໂມຮາມັດ (ກາງ) ລົມກັບ ປະທານປະເທດຈີນ ທ່ານ ສີຈິ້ນຜິງ (ບໍ່ໄດ້ຢູ່ໃນຮູບນີ້) ໃນກອງປະຊຸມບັ້ນນຶ່ງ ໃນນະຄອນປັກກິ່ງ ໃນວັນທີ 20 ສິງຫາ 2018.

ນາຍົກລັດຖະມົນຕີມາເລເຊຍ ທ່ານມາຮາເທຍ ໂມຮາມັດ ເວົ້າວ່າ ທ່ານໄດ້ເລີກລົ້ມ
ໂຄງການກໍ່ສ້າງພື້ນຖານໂຄງລ່າງທີ່ໄດ້ຮັບທຶນສະໜັບສະໜຸນຈາກຈີນມູນຄ່າຫຼາຍ
ພັນລ້ານໂດລາ ສາມໂຄງການ.

ທ່ານນາຍົກລັດຖະມົນຕີ ມາຮາເທຍ ໄດ້ປະກາດຂ່າວດັ່ງກ່າວໃນວັນອັງຄານມື້ນີ້ ຢູ່
ໃນນະຄອນປັກກິ່ງ ໃນຕອນທ້າຍຂອງການຢ້ຽມຢາມ ນະຄອນຫລວງຂອງຈີນແຫ່ງນັ້ນ
ເປັນເວລາ 5 ວັນ. ທ່ານກ່າວຕໍ່ກຸ່ມຂອງພວກນັກຂ່າວມາເລເຊຍວ່າ ທ່ານໄດ້ອະທິບາຍ
ໃຫ້ທ່ານ ສີ ຈິນຜິງ, ປະທານປະເທດຈີນ ແລະທ່ານ ຫລີ ເກີຈຽງ ນາຍົກລັດຖະມົນຕີ
ຂອງຈີນ ໃຫ້ເຂົ້າໃຈວ່າ ການເຮັດໃຫ້ປະເທດຂອງທ່ານ ເປັນໜີ້ສິນເພີ້ມຂຶ້ນ 250 ຕື້
ໂດລານັ້ນ ແມ່ນເປັນເລື້ອງທີ່ຈະສືບຕໍ່ດໍາເນີນໄປບໍ່ໄດ້.

ທ່ານມາຮາເທຍກ່າວວ່າ "ມັນແມ່ນການກູ້ຢືມເງິນຫລາຍເກີນເງິນທີ່ເຮົາຈະຫາໄດ້, ທີ່
ຈະຈ່າຍຄືນໄດ້ ຫລາຍ ແລະເນື່ອງຈາກວ່າ ພວກເຮົາກໍບໍ່ຕ້ອງການໂຄງການເຫລົ່ານີ້ອີກ
ສໍາລັບມາເລເຊຍໃນຕອນນີ້.”

ກ່ອນໜ້າຈະເດີນທາງໄປຍັງຈີນ ໃນອາທິດແລ້ວນີ້ນັ້ນ ທ່ານມາຮາເທຍໄດ້ຍຸຕິ ການ
ດໍາເນີນງານຂອງໂຄງການທີ່ໄດ້ຮັບທຶນຈາກການກູ້ຢືມເງິນຈີນ 3 ໂຄງ ການທີ່ມີມູນຄ່າ
ຫລາຍກວ່າ 20 ຕື້ໂດລາ ລວມທັງ ການສ້າງທາງລົດໄຟ ທີ່ເປັນໄດໄດ້ຍາກນຶ່ງໂຄງການ
ແລະການສ້າງທໍ່ລໍາລຽງພະລັງງານສອງໂຄງການ ນັ້ນໄວ້ກ່ອນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG