ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມາເລເຊຍ ເປີດເຜີຍ ລາຍງານການສືບສວນ ກ່ຽວກັບຖ້ຽວບິນ MH370 ທີ່ຫາຍໄປ


ນາງ Liu Guiqiu ຜູ້ທີ່ລູກຊາຍຫາຍສາບສູນໄປ ນຳຖ້ຽວບິນ MH370 ຂອງສາຍການບິນມາເລຍ ຮ້ອງໃຫ້ ໃນລະຫວ່າງການເຕົ້າໂຮມກັນຂອງບັນດາສະມາຊິກຄອບຄົວ ຂອງພວກຜູ້ໂດຍສານ ຢູ່ດ້ານນອກສະຖານທູດມາເລເຊຍ ໃນນະຄອນຫລວງປັກກິ່ງ, ວັນທີ 8 ມີນາ 2015.
ນາງ Liu Guiqiu ຜູ້ທີ່ລູກຊາຍຫາຍສາບສູນໄປ ນຳຖ້ຽວບິນ MH370 ຂອງສາຍການບິນມາເລຍ ຮ້ອງໃຫ້ ໃນລະຫວ່າງການເຕົ້າໂຮມກັນຂອງບັນດາສະມາຊິກຄອບຄົວ ຂອງພວກຜູ້ໂດຍສານ ຢູ່ດ້ານນອກສະຖານທູດມາເລເຊຍ ໃນນະຄອນຫລວງປັກກິ່ງ, ວັນທີ 8 ມີນາ 2015.

ມາ​ເລ​ເຊຍ ​ໄດ້​ເປີດ​ເຜີຍ​ບົດ​ລາຍ​ງານ​ ການ​ສືບສວນ​ເປັນ​ການ
​ຊົ່ວຄາວ ກ່ຽວ​ກັບ​ການ​ຫາຍ​ສາບ​ສູນ​ຂອງ​ ຖ້ຽວ​ບິນ MH370 ຂອງ
ສາຍ​ການບິນ​ມາ​ເລ​ເຊຍ ໃນວັນ​ອາທິດ​ມື້​ນີ້ ຊຶ່ງຄົບຮອບ 1 ປີ​ພໍດີ
ຫຼັງຈາກ​ທີ່ເຮືອບິນ ​ໂດຍສານ Boeing 777 ລຳນັ້ນ ​ໄດ້​ຫາຍ​ສາບ
​ສູນ​ໄປ ໂດຍປາດສະຈາກ​ຮ່ອງຮອຍ​ໃດໆ​ເລີຍ ພ້ອມ​ດ້ວຍ​ຜູ້​ໂດຍ
ສານ ແລະ ​ລູກ​ເຮືອ​ທັງ​ໝົດ 239 ຄົນ.

ບົດ​ລາຍ​ງານ​ດັ່ງກ່າວ ບໍ່​ໄດ້ໃຫ້ແສງ​ສະຫວ່າງ​ໃໝ່ໃດໆ ​ກ່ຽວ​ກັບ​
ຄວາມ​ເລິກ​ລັບ​ນັ້ນ ​ໂດຍ​ບໍ່ໄດ້ກ່າວຫານັກ​ບິນແລະຈຸ​ບິນ ວ່າມີ​ພຶດ
ຕິ​ກຳ ​ທີ່ຜິດປົກກະຕິໃດໆ ​ທັງຍັງ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ບໍ່​ພົບ​ເຫັນສິ່ງ​
ໃດໆ ​ທີ່​ເຮັດ​ໃຫ້​ເກີດ​ຄວາມ​ວິຕົກ ​ໃນ​ການ​ກວດເບິ່ງ​ບັນທຶກ​ການ
ຮັກສາ​ສ້ອມ​ແປງ​ຕ່າງໆ. ມີ​ພຽງ​ສິ່ງ​ດຽວ​ທີ່​ພົບ​ເຫັນ​ວ່າ​ ຜິດປົກກະຕິ​ກໍ່​ແມ່ນ​ວ່າ ແບດເຕີຣີ
ຂອງເຄື່ອງສົ່ງ​ສັນຍານ​ຈຸດ​ ທີ່ຢູ່ຂອງ​ເຮືອບິນ​ນັ້ນ ໝົດ​ອາຍຸ​ການ​ນຳ​ໃຊ້​ມາ​ໄດ້ ໜຶ່ງ​ປີ​ແລ້ວ
ກ່ອນ​ໜ້າການ​ຫາຍ​ສາບ​ສູນ​ໄປ.

​ໃນ​ວັນ​ອາ​ທິດ​ມື້​ນີ້ ນາຍົກລັດຖະມົນຕີມາ​ເລ​ເຊຍ ທ່ານ Najib Razak ​ໄດ້ກ່າວ​ໃນ​ຄຳ​ຖະ​
ແຫລ​ງສະບັບ​ໜຶ່ງ ​ວ່າ “ມາ​ເລ​ເຊຍ ຍັງ​ຄົງ​ມຸ້ງໝັ້ນທີ່ ຈະທຳການຊອກ​ຫາຕໍ່ໄປ ​ແລະ​
ຍັງ​ມີ​ຄວາມ​ຫວັງ​ຢູ່ວ່າ ຈະ​ຊອກເຫັນ ​ເຮືອບິນ​ຖ້ຽວ MH370 ນັ້ນ.”

Malaysia plane search report video
please wait

No media source currently available

0:00 0:01:15 0:00

ຫົວໜ້າ​ທີມສືບສວນ​ສອບ​ສວນ ທ່ານ Kok Soo Chon ​ເວົ້າວ່າ “​ໃນ​ໄລຍະສອງ​ສາມ​
ເດືອນ​ຂ້າງ​ໜ້າ​ນີ້ ທີມສືບສວນ​ຈະຕ້ອງໄດ້ທຳ​ການວິ​ເຄາະ​ ​ເພື່ອ​ສະ​ຫລຸບ​ຜົນ ​ແລະ
ໃຫ້ການ​ແນະນຳ​ດ້ານ​ຄວາມ​ປອດ​ໄພ​ຕ່າງໆ ບົນ​ພື້ນຖານ​ຂອງຂໍ້​ມູນ​ຫລັກ​ຖານອັນ​
ແທ້​ຈິງ ​ທີ່ເກັບ​ກຳມາ​ໄດ້ ນັ້ນ.”

​ໃນ​ຂະນະ​ດຽວ​ກັນ ບັນດາ​ຍາດຕິ​ພີ່ນ້ອງ​ຂອງພວກໂດຍສານ​ຊາວ​ຈີນ ​ກໍ່ໄດ້​ເຕົ້າ​ໂຮມ​ກັນ
ຢູ່​ທີ່​ວັດ​ຕ່າງໆ​ໃນນະຄອນຫລວງ​ປັກ​ກິ່ງ ​ເພື່ອ​ທຳພິທີ ຂີດ​ໝາຍ​ວັນ​ຄົບຮອບ 1 ປີ​ ຂອງ
ການ​ຫາຍ​ສາບ​ສູນຂອງເຮືອບິນ.

Answers Elude Families of MH370 Passengers
please wait

No media source currently available

0:00 0:02:56 0:00

XS
SM
MD
LG