ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໃຊ້ຍານດຳນ້ຳ ຊອກຫາ ເຮືອບິນມາເລເຊຍ ຢູ່ພື້ນ ມະຫາສະມຸດອິນເດຍ ຈະສີ້ນສຸດລົງ ພາຍໃນນຶ່ງອາທິດ (ສະໄລດ໌/ວີດີໂອ)


ພວກລູກເຮືອ ກຳລັງຢ່ອນ ຍານດຳນຳ້ Bluefin-21 ຂອງກອງທັບເຮືອ ສຫລ ລົງໄປ ເພື່ອຊອກຫາ ເຮືອບິນມາເລເຊຍ
ພວກລູກເຮືອ ກຳລັງຢ່ອນ ຍານດຳນຳ້ Bluefin-21 ຂອງກອງທັບເຮືອ ສຫລ ລົງໄປ ເພື່ອຊອກຫາ ເຮືອບິນມາເລເຊຍ
ລັດຖະມົນ​ຕີ ປ້ອງ​ກັນ​ປ​ະ​ເທດ ມາ​ເລຍ​ເຊຍ ກ່າວ​ໃນ​ວັນ​ເສົາ
​ມື້​ນີ້​ວ່າ ​ເຖິງ​ເວລາ​ທີ່​ຈະ​ຕີ​ລາຄາ​ຄືນ​ໃໝ່ ຜົນການ​ຊອກຫາ ​
ສາຍ​ການບິນ​ມາ​ເລ​ເຊຍ ທີ່​ຫາຍ​ສາບ​ສູນ​ໄປ​ນັ້ນ ​ໃນ​ຂະນະ
​ທີ່ຍານດຳ​ນຳ້ ທີ່​ທຳ​ການ​ຊອກ​ຫາ​ເຮືອບິນຢູ່ພື້ນ​ມະຫາ​ສະມຸດ
ອິນ​ເດຍ ກຳລັງຈະ​ສີ້​ນສຸດ​ກາ​ນຊອກຄົ້ນ​ຫາ​ພາຍ​ໃນ​ນຶ່ງ​ອາທິດ.

ລັດຖະມົນຕີປ້ອງ​ກັນ​ປະ​ເທດ ທ່ານ Hishammuddin
Hussein ກ່າວ​ວ່າ:

“ຜົນ​ການ​ຊອກ​ຫາຈະ​ເປັນ​ຢ່າ​ງໃດກໍຕາມໃນ​ 2-3 ມື້​
ຂ້າ​ງໜ້າ​ນີ້ ພວກ​ເຮົາກໍຕ້​ອງມາ​ຮວມກັນ​ໃໝ່ ​ແລະ​ພິ
ຈາລະນາ​ເບິ່ງ​ການ​ປະຕິບັດ​ງານຄືນໃໝ່. ບໍ່​ໄດ້​ໝາຍ​ຄວາມ​ວ່າ ພວກ​ເຮົາ​ຈະ​ຢຸດ​
ການ​ປະຕິບັດ​ງານ ​ແຕ່​ວ່າຈະ​ໄປ​ຫາ​ຄຳ​ຖາມ​ຂອງ​ທ່ານ​ໂດຍ​ກົງ ກ່ຽວ​ກັບ​ວ່າ ພວກ​
ເຮົາ​ຈະ​ເບິ່ງ​ຄືນ​ອີກ ຂໍ້​ມູນຕ່າງ ບໍ່​ວ່າຈະ​ເປັນ​ຂໍ້​ມູນ ຈາກ​ດາວ​ທຽມ ​ເຣດາ ​ສຽງ​ສັນ
ຍານ ​ຫລື​ຂໍ້​ມູນ​ອື່ນໆ ທີ່​ເຮົາ​ໄດ້​ຮັບ​ຈາກທັງ​ໝົດ 26 ປະ​ເທດ ທີ່​ໄດ້​ໃຫ້ການ​ຊ່ວຍ​
ເຫລືອ​ພວກ​ເຮົາ.”

Malaysia Plane-19 April 2014
please wait

No media source currently available

0:00 0:01:03 0:00

ບັນດາ​ເຈົ້າ​ໜ້າ​ທີ່ ກອງທັບ​ເຮືອສະຫະລັດ ​ໄດ້​ເຕືອນ​ວ່າ ອາດ​ຈະ​ໃຊ້​ເວລາ​ເຖິງ​ສອງ​
ເດືອນ ​ກ່ວາ​ຍານ​ດຳ​ນໍ້າ ​ຈະທຳ​ການ​ຊອກ​ຫາໄດ​ເທົ່າພື້ນ​ທີ່ 600 ຕາລາງ​ກິ​ໂລ​ແມັດ ທີ່​
ບໍ່​ເຄີຍ​ໄດ້​ສຳ​ຫລວດ​ແລະເຮັດແຜ່ນ​ທີ່ ອອກ​ມາກ່ອນນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່ກ່າວ​ວ່າ ຍານ​ດຳ​ນຳ້ Bluefin-21 ​ໄດ້​ໃຫ້​ຂໍ້​ມູນບາງ​ຢ່າງ ​ທີ່​ເປັນ​ປະ​
ໂຫຍດ ​ເຖິງ​ແມ່ນ​ວ່າ ​ບໍ່​ທັນ​ໄດ້​ພົບ​ເຫັນ​ຊາກ​ຂອງ​ເຮືອບິນ ກໍ​ຕາມ.

ລຳດັບພາບແລະວີດີໂອ ກ່ຽວກັບການຊອກຫາ ເຮືອບິນມາເລເຊຍ (ດຶງບ່ອນລູກສອນຊ້າຍມື ຂຶ້ນລົງ):
ເສຍໃຈ ທີ່ບໍ່ສາມາດເບິ່ງໄດ້ເທື່ອ ເວລານີ້



ສາຍ​ການບິນມາ​ເລ​ເຊຍ ພ້ອມ​ກັບຜູ້​ໂດຍສານ​ແລະ​ຈຸ​ບີນ 239 ຄົນ ຫາຍ​ສາບ​ສູນໄປ
ເມື່ອຫ້າ​ອາທິດ​ກ່ອນ ​ໃນ​ຂະນະ​ທີ່​ເດີນທາງ​ອອກ​ຈາກ ນະຄອນຫລວງ​ກົວ​ລາ​ລຳ​ເປີ
ໄປຍັງ ປັກ​ກິ່ງ.

ບັນດາ​ເຈົ້າ​ໜ້າ​ທີ່ມາ​ເລ​ເຊຍ ຄິດ​ວ່າ ​ເຮືອບິນ​ໄດ້​ຖືກ​ຫັນ​ເຫ ​ອອກ​ຈາກ​ເສ້ນ​ທາງ​ບິນ​ເດີມ
​ໂດຍ​ເຈດ​ຕະນາ. ​ແຕ່​ພວກ​ເຂົາ​ເຈົ້າ ​ກໍ​ບໍ່​ໄດ້​ຕັດ​ອອກ ຊ່ອງ​ທາງອື່ນໆ​ທີ່​ອາດ​ສາມາດ
​ເປັນ​ໄປ​ໄດ້ ຮວມ​ທັງ​ ​ເຄຶ່ອງຈັກຂັດ​ຂ້ອງ​ຢ່າງ​ໃຫຍ່ນັ້ນ ​ນຳ.

ວີດີໂອ ກ່ຽວກັບ ການນຳໃຊ້ ຍານບໍ່ມີຄົນຂັບ ຢູ່ໃຕ້ນ້ຳທະເລ:
CN- Drones May Soon Send Data From High Seas
please wait

No media source currently available

0:00 0:02:17 0:00

ເສຍໃຈ ທີ່ບໍ່ສາມາດເບິ່ງໄດ້ເທື່ອ ເວລານີ້
XS
SM
MD
LG