ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຊອກຫາ ເຮືອບິນມາເລເຊຍ ຂະຫຍາ​ຍວົງ ກວ້າງອອກ​ ໄປ​ສູ່ ມະຫາ​ສະມຸດ​ ອິນ​ເດຍ (ສະໄລດ໌/ວີດີໂອ)


ການ​ຊອກ​ຫາ​​ເຮືອບິນ​ອາຍ​ພົ່ນໂດຍສານມາເລເຊຍ ທີ່ຫາຍສາບສູນໄປ ຂະຫຍາ​ຍວົງກວ້າງອອກ​ ໄປ​ສູ່ມະຫາ​ສະມຸດ​ອິນ​ເດຍ ຫລາຍ​ພັນ​ກິ​ໂລ​ແມັດ.
ການ​ຊອກ​ຫາ​​ເຮືອບິນ​ອາຍ​ພົ່ນໂດຍສານມາເລເຊຍ ທີ່ຫາຍສາບສູນໄປ ຂະຫຍາ​ຍວົງກວ້າງອອກ​ ໄປ​ສູ່ມະຫາ​ສະມຸດ​ອິນ​ເດຍ ຫລາຍ​ພັນ​ກິ​ໂລ​ແມັດ.
ບັນດາ​ເຈົ້າ​ໜ້າ​ທີ່ມາ​ເລ​ເຊຍ ກ່າວ​ວ່າ ​ສະພາບການ​ທີ່​ບໍ່​ເຈາະ
​ຈົງ ​ໄດ້​ບັງຄັບ​ໃຫ້ ການ​ຊອກ​ຄົ້ນ​ຫາເຮືອບິນ​ອາຍ​ພົ່ນໂດຍ
ສານ ທີ່ຫາຍສາບສູນໄປ ຂະຫຍາ​ຍວົງ ກວ້າງອອກ​ໄປ​ສູ່
ມະຫາ​ສະມຸດ​ອິນ​ເດຍ ຫລາຍ​ພັນ​ກິ​ໂລ​ແມັດ ຫ່າງຈາກ​ບ່ອນ
​ທີ່ ​ເຮືອບິນ Boeing 777 ​ໄດ້​ຫາຍ​ສາບ​ສູນ​ໄປ ຈາກຈໍເຣດາ
ຂອງພົນລະ​ເຮືອນ​ໃນອາທິດແລ້ວ​ນີ້.

ລັດຖະມົນຕີຂົນ​ສົ່ງ ທ່ານ Hishammuddin Hussein ​ໄດ້​
ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ໃນ​ວັນ​ສຸກ​ມື້​ນີ້​ ໂດຍບໍ່​ໄດ້​ນຳສະເໜີ
ຫລັກ​ຖານໃໝ່​ໃດໆ ກ່ຽວກັບບ່ອນ​ທີ່ ​ເຮືອ​ບິນ​ຫາຍ​ສາບ​ສູນ
​ໄປນັ້ນ. ທ່ານໄດ້ປະຕິ​ເສດ ​ບໍ່​ຍອມໃຫ້ຄວາມເຫັນໃດໆ ກ່ຽວກັບລາຍ​ງານທີ່ວ່າເຮືອບິນ
​ຍັງສືບຕໍ່ສົ່ງ​ສັນ​ຍານອີ​ເລັກ​ໂຕຣນິກໄປ​ຫາ​ດາວ​ທຽມ​ສື່ສານຫລາຍ​ໜ່ວຍຫລາຍ​ຊົ່ວໂມງ​
ຫລັງ​ຈາກ​ໄດ້​ຫາຍ​ສາບ​ສູນ​ໄປ​ ໃນ​ວັນ​ເສົາແລ້ວ ທີ່ພວມ​ເດີນ​ທາງຈາກນະຄອນກົວລາ​
ລຳເປີ ​ໄປ​ສູ່ກຸງປັກ​ກິ່ງ.

Search for Plane Expanding
please wait

No media source currently available

0:00 0:02:06 0:00


​ໃນ​ວັນ​ພະຫັດ​ວານ​ນີ້ ບັນດາ​ເຈົ້າ​ໜ້າ​ທີ່ສະຫະລັດ ​ໄດ້​ແຈ້ງໃຫ້ຊາບກ່ຽວກັບ​ການ​ສືບສວນ
ວ່າ ດາວ​ທຽມ​ສື່ສານຫລາຍ​ໜ່ວຍ​ ໄດ້​ຮັບສັນຍາ ​ທີ່ບໍ່ແຮງປານໃດ ທີ່ເອີ້ນກັນວ່າ pings
ນັ້ນ ທີ່​ພະຍາຍາມ​ສົ່ງສັນຍານ​ເປັນ​ປະ​ຈຳ ກ່ຽວ​ກັບຂໍ້ມູນ ຕ່າງໆ ​ແລະສະພາບ​ຂອງ​ເຮືອບິນ.

​ຍັງບໍ່​ເປັນ​ທີ່​ແຈ່ມ​ແຈ້ງເທື່ອ​ວ່າ ສັນຍານເຫຼົ່ານີ້ສາມາດ​ໃຫ້​ລາຍ​ລະອຽດ​ເຖິງ​ບ່ອນ ຢູ່​ຂອງ​ເຮືອບິນ. ນອກນັ້ນ ຍັງ​ບໍ່​ເປັນ​ທີ່​ຈະ​ແຈ້ງອີກ​ວ່າ ​ເຮືອບິນໄດ້ຢູ່​ເທິ່ງອາ ກາດຫລື​ບໍ່ ​ເວລາມີ
ການສົ່ງສັນຍານໄປນັ້ນ.



ທ່ານ​ Hishammuddin Hussein ກ່າວ​ວ່າ ມາ​ເລ​ເຊຍ ກຳລັງ​ປະຕິບັດ​ງານ​ຮ່ວມກັບສະ
ຫະລັດ ​ເພື່ອ​ນຳອົາ​ລາຍ​ລະ​ອຽດຈາກດາວ​ທຽມ ກ່ຽວ​ກັບ​ເຮືອບິນ​ທີ່​ສາບ​ສູນໄປ ​ແຕ່​ມັນ​ຈະ​
ບໍ່​ເປັນ​ການເໜາະ​ສົມ "ທີ່​ຈະເປີດ​ເຜິ​ຍລາຍ​ລະ​ອຽດຢ່າງ​ເປັນ​ທາງ​ການ ຈົນ​ກວ່າ​ໄດ້ຮັບ
ການ​ຢັ້ງ​ຢືນ ​ແລະ​ໄດ້​ຮັບການພິສູດແລ້ວ.”

XS
SM
MD
LG