ນາຍົກລັດຖະມົນຕີມາເລເຊຍ ກ່າວວ່າ ມີຄວາມແນ່ນອນ ໃນລະ
ດັບສູງ ທີ່ວ່າ ບາງຄົນໄດ້ມອດເຄື່ອງສື່ສານ ແລະເຄື່ອງຄວບຄຸມ
ເສັ້ນທາງບິນແລະສົ່ງສັນຍານລະບຸໂຕ ຫລື transponder ຂອງ
ເຮືອບິນດ້ວຍຄວາມຕັ້ງໃຈຢູ່ເທິງເຮືອບິນອາຍພົ່ນໂດຍສານຂອງ
ມາເລເຊຍທີ່ຫາຍສາບສູນໄປພ້ອມດ້ວຍຜູ້ໂດຍສານແລະພະນັກ
ງານ 239 ຄົນ ໃນເຮືອ ບິນລຳດັ່ງກ່າວ.
ນາຍົກລັດຖະມົນຕີ Najib Razak ກ່າວວ່າ ໃກ້ໆບໍລິເວນຊາຍ
ແດນລະຫວ່າງມາເລເຊຍແລະຫວຽດນາມ ເຄື່ອງຄວມຄຸມເສັ້ນ
ທາງບິນຂອງເຮືອບິນ ແລະສົ່ງສັນຍານ transponder ໄດ້ຖືກ
ມອດໄວ້.
ນາຍົກລັດຖະມົນຕີ Najib Razak ກ່າວຕໍ່ກອງປະຊຸມຖະແຫຼງຂ່າວໃນວັນເສົາມື້ນີ້ວ່າ ການ ຊອກຄົ້ນຫາເຮືອບິນຢູ່ໃນເຂດທະເລຈີນໃຕ້ໄດ້ຍຸຕິລົງແລ້ວ ແລະເຈົ້າໜ້າທີ່ພວມຊັ່ງຊາຕີລາ ຄາຄືນໃໝ່ ກ່ຽວກັບການນຳໃຊ້ອຸບປະກອນແລະຊັບພະຍາກອນຕ່າງໆທີ່ມີຢູ່ໃນເວລານີ້.
ທ່ານ Najib Razak ເວົ້າວ່າ “ຂໍ້ມູນຕົ້ນຕໍຂອງເຣດ້າ ກອງທັບອາກາດ ແຫ່ງຣາຊະອາ
ນາຈັກມາເລເຊຍ ສະແດງໃຫ້ເຫັນວ່າ ເຮືອບິນຊຶ່ງເຊື່ອວ່າແຕ່ກໍຍັງບໍ່ທັນໄດ້ຮັບການ ຢືນຢັນເທື່ອວ່າ ເປັນຖ້ຽວບິນ MH370 ໄດ້ອ່ວຍໜ້າກັບຄືນອີຫຼີ ຊຶ່ງ ຫລັງຈາກນັ້ນກໍ ໄດ້ບິນມຸ່ງໜ້າສູ່ທິດຕາເວັນຕົກ ກັບຄືນມາຫາແຫຼມມາເລເຊຍ ກ່ອນທີ່ຈະຫັນໜ້າໄປ ສູ່ທິດຕາເວັນຕົກສຽງເໜືອ.”
ທ່ານກ່າວຕື່ມວ່າ ເວລາຖ້ຽວບິນ 370 ຢຸດເຊົາການຕິດຕໍ່ສື່ສານກັບດາວທຽມນັ້ນເຮືອບິນລຳ ນີ້ອາດຈະຢູ່ໃນຈຸດໃດຈຸດນຶ່ງ ຂອງສອງເຂດ ຄືທາງເໜືອ ແຕ່ເຂດຊາຍແດນ ກາຊັກສະຖານ ມາຫາພາກເໜືອຂອງໄທຫລືທາງໃຕ້ແຕ່ອິນໂດເນເຊຍໄປຫາພາກໃຕ້ຂອງມະຫາສະມຸດອິນ ເດຍ.
ນາຍົກລັດຖະມົນຕີ ມາເລເຊຍ ບໍ່ໄດ້ເວົ້າວ່າ ເຮືອບິນໂດຍສານລຳນີ້ ຖືກຈີ້ ແຕ່ຢ່າງໃດເລີຍ ໂດຍໃຫ້ການຊີ້ແຈງຕື່ມວ່າ ເຖິງແມ່ນມີລາຍງານຂ່າວຂອງສື່ມວນຊົນວ່າເຮືອບິນໄດ້ຖືກຈີ້ໄປ ກໍຈິງ ຂ້າພະເຈົ້າຂໍກ່າວຢ່າງຈະແຈ້ງວ່າພວກເຮົາກຳລັງທຳການສືບສວນກ່ຽວກັບຄວາມເປັນ ໄປໄດ້ທຸກໆຢ່າງວ່າ ແມ່ນຫຍັງໄດ້ພາໃຫ້ ຖ້ຽວບິນ MH370 ບິນອອກໄປຈາກເສັ້ນທາງເດີມ ຂອງຖ້ຽວບິນ.
ທ່ານກ່າວວ່າ ການຫາຍສາບສູນໄປ ຂອງເຮືອບິນ ແມ່ນສອດຄ່ອງກັບການກະທຳ ທີ່ມີການ ວາງແຜນຢ່າງຮອບຄອບໂດຍເຈດຕະນາແລະເວລານີ້ເຈົ້າໜ້າທີ່ພວມເພັ່ງເລັງການສືບສວນ ຂອງພວກເຂົາເຈົ້າໄປໃສ່ພະນັກງານຂອງເຮືອບິນແລະຜູ້ໂດຍສານ. ທ່ານບໍ່ໄດ້ຕອບຄຳຖາມ ໃດໆຂອງພວກນັກຂ່າວ.
ເຈົ້າໜ້າທີ່ສະຫະລັດກ່າວວ່າ ເຮືອບິນລຳນີ້ອາດໄດ້ຕົກລົງໃສ່ມະຫາສະມຸດອິນເດຍໄປແລ້ວ.
ຖ້ຽວບິນ 370 ໄດ້ຫາຍສາບສູນໄປເມື່ອນຶ່ງອາທິດກ່ອນ ແລະເຈົ້າໜ້າທີ່ຍັງບໍ່ທັນພົບເຫັນຫຼັກ ຖານທີ່ໜັກແໜ້ນໃດໆເທື່ອວ່າ ແມ່ນຫຍັງໄດ້ເກີດຂຶ້ນແທ້.

ການຄົ້ນຫາ ຖ້ຽວບິນ MH370
1/11
A family member of a passenger onboard the missing Malaysia Airlines Flight MH370 talks to reporters in a hotel in Beijing, March 14, 2014.
ເບິ່ງຕື່ມອີກ
Show less
2/11
Malaysia's Prime Minister Najib Razak leaves after Friday prayers that included special prayers for passengers of flight MH370 at a mosque near Kuala Lumpur International Airport, March 14, 2014.
ເບິ່ງຕື່ມອີກ
Show less
3/11
Malaysia's Minister of Transport Hishamuddin Hussein, center, Azharuddin Abdul Rahman, director general of the Malaysian Department of Civil Aviation, left and Malaysia Airlines Group CEO Ahmad Jauhari Yahya, right, at a press conference in Sepang, March 14, 2014.
ເບິ່ງຕື່ມອີກ
Show less
4/11
A Vietnamese Air Force colonel uses binoculars on board a flying aircraft during a mission to search for the missing Malaysia Airlines flight MH370 in the Gulf of Thailand, March 13, 2014.
ເບິ່ງຕື່ມອີກ
Show less
5/11
A Chinese relative of passengers aboard a missing Malaysia Airlines plane watches TV as she waits for the latest news in a hotel room in Beijing, China, March 13, 2014.
ເບິ່ງຕື່ມອີກ
Show less
6/11
Students light candles to express hope and solidarity for the passengers aboard the missing Malaysia Airlines plane, Manila, Philippines, March 13, 2014.
ເບິ່ງຕື່ມອີກ
Show less
7/11
Children read messages and well wishes for all involved with the missing Malaysia Airlines jetliner MH370 on the walls of the Kuala Lumpur International Airport, March 13, 2014.
ເບິ່ງຕື່ມອີກ
Show less
8/11
A Vietnam Air Force aircraft AN-26 flies over Con Dao island during a mission to find the missing Malaysia Airlines flight MH370, March 12, 2014.
ເບິ່ງຕື່ມອີກ
Show less
9/11
Vietnamese military personnel take part in the search for a missing Malaysian airliner off Vietnam's Tho Chu island, March 10, 2014.
ເບິ່ງຕື່ມອີກ
Show less
Previous slide
Next slide