ອະດີດນາຍົກລັດຖະມົນຕີມາເລເຊຍ ອາຍຸ 92 ປີ ທ່ານ ມາຮາເທຍ ໂມຮາເມັດ ໄດ້ເຮັດ
ໃຫ້ໂລກປະຫຼາດໃຈ ໃນການທີ່ທ່ານໄດ້ກັບຄືນມາຈາກກິນເບ້ຍບຳນານ ແລະຊະນະ
ການເລືອກຕັ້ງສະພາ ໃນວັນພຸດວານນີ້.
ທ່ານມາຮາເທຍ ແລະແນວໂຮມພັກຝ່າຍຄ້ານ ທີ່ເອີ້ນວ່າ ພັນທະມິດແຫ່ງຄວາມຫວັງ
ໄດ້ຊະນະພັກລັດຖະບານປະສົມແນວໂຮມແຫ່ງຊາດ ພັກທີ່ໄດ້ປົກຄອງມາເລເຊຍ ນັບຕັ້ງແຕ່ປະເທດໄດ້ຮັບເອກະລາດ ໃນປີ 1957 ເປັນຕົ້ນມາ.
ນາຍົກລັດຖະມົນຕີນາຈີບ ຣາຊາກ ໄດ້ຍອມຮັບໃນການປະລາໄຊໃນວັນພະຫັດມື້ນີ້
ແລະກ່າວວ່າ ເພື່ອນຮ່ວມງານທັງຫຼາຍ “ໄດ້ຍອມຮັບເອົາການຕັດສິນຂອງປະຊາຊົນ.”
ທ່ານນາຈີບ ໄດ້ກ່າວວ່າ ບໍ່ມີພັກການເມືອງໃດນຶ່ງ ໄດ້ຊະນະສຽງສ່ວນຫຼາຍຢູ່ໃນສະພາ
ແລະມັນກໍຈະຂຶ້ນຢູ່ກັບກະສັດຂອງປະເທດ ທີ່ຈະແຕ່ງຕັ້ງຊື່ນາຍົກລັດຖະມົນຕີຄົນຕໍ່ໄປ.
ທ່ານມາຮາເທຍ ໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວວ່າ ທ່ານຄາດວ່າ ຈະໄດ້ສາບານຕົວ ເຂົ້າຮັບຕຳແໜ່ງ ໃນວັນພະຫັດມື້ນີ້.
ໂຄສົກກະຊວງການຕ່າງປະເທດສະຫະລັດ ທ່ານນາງ ເຮເທີ ນາວເອີດ ໄດ້ກ່າວສະແດງ
ຄວາມຍິນດີຕໍ່ຊາວມາເລເຊຍ ໃນການປະກອບສ່ວນ ເຂົ້າໃນການເລືອກຕັ້ງ ໂດຍກ່າວວ່າ
ທຸກພັກຝ່າຍແລະຜູ້ສະໜັບສະໜຸນຢູ່ເບື້ອງຫຼັງຫັງຫຼາຍ “ແມ່ນໄດ້ເຂົ້າຮ່ວມໃນຂັ້ນຕອນ
ການເລືອກຕັ້ງເປັນຈຳນວນຫຼວງຫຼາຍ ດ້ວຍຄວາມສັນຕິ ແລະຄວາມກະຕືລືລົ້ນ.”
ບັນດານັກຊ່ຽວຊານ ໄດ້ຄາດຫວັງວ່າ ພັກລັດຖະບານປະສົມແນວໂຮມແຫ່ງຊາດຈະສູນ
ເສຍສຽງສ່ວນຫຼາຍ, ແຕ່ຍັງຈະສືບຕໍ່ຄວບຄຸມສະພາ ຫຼັງຈາກທີ່ໄດ້ມີການແບ່ງເຂດ
ເລືອກຕັ້ງໃໝ່ນັ້ນ.
ທ່ານນາຈີບ ແມ່ນໄດ້ຖືກໂຈມຕີກ່ຽວກັບການຂຶ້ນພາສີການຂາຍສິນຄ້າ ທີ່ໄດ້ມີຜົນກະທົບ
ຕໍ່ພວກທຸກຍາກ ໃນເຂດຊົນນະບົດ ແລະຂ່າວນອງນັນຂອງການສໍ້ລາດບັງຫຼວງ ທີ່ເປັນເງິນຈຳນວນຫຼາຍພັນລ້ານໂດລາ ໄດ້ຖືກກ່າວຫາວ່າ ລັກຂະໂມຍໄປຈາກ ກອງທຶນການລົງທຶນ
ທີ່ລັດຖະບານທ່ານເປັນຜູ້ດູແລ.
ທ່ານນາຈີບ ໄດ້ປະຕິເສດຕໍ່ການກະທຳຜິດໃດໆ. ທ່ານມາຮາເທຍ ໄດ້ກ່າວວ່າ ທ່ານຈະບໍ່
ຫາທາງ “ແກ້ແຄ້ນ” ຕໍ່ຝ່າຍຄ້ານທາງການເມືອງ, ແຕ່ໃຫ້ຄຳໝັ້ນສັນຍາວ່າ ຈະຟື້ນຟູລະ
ລະບຽບກົດໝາຍ.
ທ່ານມາຮາເທຍ ໄດ້ປົກຄອງມາເລເຊຍ ລະຫວ່າງ ປີ 1981 ຫາ 2003. ທ່ານໄດ້ສ້າງ
ຊື່ສຽງ ເຮັດໃຫ້ເສດຖະກິດມາເລເຊຍຈະເລີນງອກງາມ. ແຕ່ວ່າຊາວມາເລເຊຍ ບາງພວກ
ຍັງມີຄວາມບໍ່ພໍໃຈ ກ່ຽວກັບອັນທີ່ພວກເຂົາເຈົ້າເອີ້ນວ່າ ການກະທຳຢ່າງຮ້າຍແຮງຕໍ່ພວກ
ຄັດຄ້ານທາງການເມືອງ ແລະຕັດຮອນສິດເສລິພາບໃນການປາກເວົ້ານັ້ນ.