ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມາ​ເລ​ເຊຍ ເປີດກວ້າງ ຕໍ່​ການ​ເຈ​ລະ​ຈາ ກັບ​ປັກ​ກິ່ງ ກ່ຽວ​ກັບ ​ບັນ​ຫາ​ຂັດ​ແຍ້ງ ຢູ່​ທະ​ເລ​ຈີນ​ໃຕ້

ໃນ​ຮູບນີ້ ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​ທຳ​ນຽບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ ທ່ານ​ອານ​ວາ ອີບ​ຣາ​ຮິມ (ຊ້າຍ) ຈັບ​ມື​ກັບ​ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ໃນ​ລະ​ຫວ່າງ​ການ​ພົບ​ປະ ທີ່​​ຫໍສາ​ລາ​ປະ​ຊາ​ຊົນ ຢູ່​ປັກ​ກິ່ງ.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ ທ່ານ​ອານ​ວາ ອີບ​ຣາ​ຮິມ ກ່າວ​ໃນ​ວັນ​ຈັນ​ວານນີ້​ວ່າ ປະ​ເທດ​ຂອງ​ທ່ານ​ພວມ​ກະ​ກ​ຽມ​ທີ່​ຈະ​ເປີດ​ການ​ເຈ​ລະ​ຈາ​ກັບ​ປັກ​ກິ່ງ ກ່ຽວ​ກັບ​ບັນ​ຫາ​ຂັດ​ແຍ້ງ​ເລື້ອງ​ດິນ​ແດນ​ທີ່​ພວມ​ດຳ​ເນີນ​ຢູ່​ໃນ​ທະ​ເລ​ຈີນ​ໃຕ້.

ຈີນ​ໄດ້​ອ້າງ​ກຳ​ມະ​ສິດ ເອົາທະ​ເລ​ຈີນ​ໃຕ້​ເກືອບ​ທັງ​ໝົດ ຊຶ່ງ​ເປັນ​ເຂດ​ນ່ານ​ນ້ຳ​ທີ່​ສຳ​ຄັນ​ໂດຍ​ມີ​ການ​ຂົນ​ສົ່ງ​ສິນ​ຄ້າ​ຜ່ານ​ໄປ​ມາ 3 ພັນ​ຕື້​ໂດ​ລາ ໃນ​ແຕ່​ລະ​ປີ. ແຕ່​ແນວ​ໃດ​ກໍ​ຕາມ ມາ​ເລ​ເຊ​ຍ ບ​ຣູ​ນາຍ ຟີ​ລິບ​ປິນ ໄຕ້​ຫວັນ ແລະ​ຫວຽດ​ນາມ ຕ່າງ​ກໍ​ໄດ້​ອ້າງ​ເອົາ​ກຳ​ມະ​ສິດກວມ​ກັນຢູ່​ໃນ​ເສັ້ນ​ທາງ​ການ​ເດີນ​ເຮືອ​ດັ່ງ​ກ່າວ. ສະ​ຫະ​ລັດ​ໄດ້ສົ່ງ​ກຳ​ປັ່ນ​ຂອງ​ຕົນ​ແລ່ນ​ຜ່ານ​ເຂດ​ທະ​ເລ​ຈີນ​ໃຕ້​ຢູ່​ເປັນ​ປະ​ຈຳ ເພື່ອ​ເນັ້ນ​ຢ້ຳ​ເຖິງ​ອິດ​ສະ​ຫຼະ​ພາບ​ໃນ​ການ​ເດີນ​ເຮືອ ຢູ່​ໃນ​ເຂດ​ນ່ານ​ນ້ຳ​ສາ​ກົນ.

ໃນ​ຮູບ​ທີ່​ນຳ​ອອກ​ເຜີຍ​ແຜ່​ ໂດຍ​ອົງ​ການ​ຂ່າວ​ຊິນ​ຫົວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫຼີ ຈຽງ (ຊ້າຍ) ແລະ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ ທ່ານ​ອານ​ວາ ອີບ​ຣາ​ຮິມ ກວດ​ແຖວ​ທະ​ຫານກອງ​ກຽດ​ຕິ​ຍົດ ໃນ​ພິ​ທີ​ຕ້ອນ​ຮັບ​ທີ່​ຫໍສາ​ລາ​ປະ​ຊາ​ຊົນ ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ເມື່ອ​ວັນ​ທີ 1 ເມ​ສາ 2023.

ສານ​ໄກ່​ເກ່ຍ​ສາ​ກົນ​ໄດ້​ຕັດ​ສິນ​ໃນ​ປີ 2016 ວ່າ ການ​ອ້າງ​ເອົາ​ກຳ​ມະ​ສິດ​ຂອງ​ປັກ​ກິ່ງ ບໍ່​ມີ​ພື້ນ​ຖານ​ທາງ​ດ້ານ​ກົດ​ໝາຍ. ແຕ່​ຈີນ​ຢືນ​ຢັດ​ວ່າ​ຕົນ​ບໍ່​ໄດ້​ຮັບ​ຮູ້​ການ​ຕັດ​ສິນ​ຂອງ​ສານ​ດັ່ງ​ກ່າວ.

ອີງ​ຕາມ​ອົງ​ການ​ຂ່າວ​ເບີ​ນາ​ມາ​ຂອງ​ມາ​ເລ​ເຊຍ​ແລ້ວ ບັນ​ຫາ​ນີ້​ໄດ້​ຖືກ​ຍົກ​ຂຶ້ນ​ມາ​ຫາ​ລື​ກັນ ທີ່ກອງ​ປະ​ຊຸມ​ລະ​ຫວ່າງ​ທ່ານ​ອານ​ວາ ແລະ​ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ໃນ​ອາ​ທິດ​ແລ້ວ. ບໍ​ລິ​ສັດ​ລັດ​ວິ​ສາ​ຫະ​ກິດ​ພະ​ລັງ​ງານປ​ຣີ​ໂຕ​ນາ​ສ​ຂອງ​ມາ​ເລ​ເຊຍ​ມີ​ຖານ​ເຈາະ​ນ້ຳ​ມັນ​ຂອງ​ຕົນ​ຢູ່​ໃນ​ເຂດ​ທີ່​ມີ​ການ​ຂັດ​ແຍ້ງ​ກັນ ຕະ​ຫຼອດ​ທັງ​ໂຄງ​ການ​ສຳ​ຫຼວດ​ຫຼາຍ​ໂຄງ​ການ ຊຶ່ງ​ທ່ານ​ອານ​ວາຕ້ອງ​ການ​ທີ່​ຈະ​ປົກ​ປ້ອງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG