ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

​ມາ​ເລ​ເຊຍ ກ່າວ​ວ່າ ຍັງ​ບໍ່​ທັນ​ມີຜົນສະຫຼຸບ ຂອງການຕາຍຂອງ ຄະດີສັງຫານຊາວເກົາຫຼີເໜືອເທື່ອ


NorKor Malaysia Assassination
please wait

No media source currently available

0:00 0:02:40 0:00

ເຈົ້າ​ໜ້າ​ທີ່​ສາທາລະນະ​ສຸກ​ຂອງ​ມາ​ເລ​ເຊຍ ​ໄດ້​ກ່າວໃນ​ວັນ​ອັງຄານ​ມື້​ນີ້ວ່າ​ ພວກ​ເຂົາ​ເຈົ້າ
​ຍັງ​ບໍ່​ທັນ​ສະຫຼຸບ​ຜົນ​ການ​ຕາຍ​ຂອງ​ການ​ທີ່​ເບິ່ງ​ຄື​ວ່າ​ເປັນ ການລອບສັງຫານອ້າຍຕ່າງ
ມານດາຂອງຜູ້ນຳເກົາຫຼີເໜືອ ທ່ານ Kim Jong Un ເທື່ອ.

ທ່ານ Noor Hisham Abdullah ຜູ້ອຳນວຍການ​ສາທາລະນະ​ສຸກ​ຂອງ​ມາ​ເລ​ເຊຍ ​
ໃນ​ກະຊວງສາທາລະນະ​ສຸກ​ ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ​ວ່າ ຂໍ້​ມູນ​ທີ່​ເກັບ​ກຳ​ຈາກ​ການ
​ສັນ​ລະສູດ ຂອງ​ທ່ານ Kim Jong Nam ​ໄດ້​ສົ່ງ​ໄປ​ຍັງ​ຫ້ອງ​ພິສູດ​ແລ້ວ ​ເພື່ອ​ວິ​ເຄາະ​
ຜົນ​ສະ​ຫຼຸບ ​ໃນ​ທັງ​ສອງ​ທາງ ຊຶ່ງ​ຮວມທັງວ່າ ​ແມ່ນ​ຫຍັງ​ເປັນສາ​ເຫດ​ຂອງ​ການ​ເສຍ​ຊີວິດ​
ຂອງ​ທ່ານ ​ແລະ​ຈະ​ໄດ້​ລະບຸ​ເຖິງວ່າ ​ແມ່ນ​ຜູ້​ໃດ​ເປັນ​ອ້າຍ​ນ້ອງ​ຮ່ວມ​ອຸທອນ​ດຽວ​ກັນ.

ການ​ວິເຄາະທີ່​ວ່າ​ນີ້ ​ແມ່ນ​ຈະຮວມທັງ ການກວດ​ສອບ​ຂໍ້​ມູນ ທີ່​ເປັນ​ຫຼັກ​ຖານ​ພິຍານ ຂອງ​ການ​ອາດ​ເປັນ​ໄປ​ໄດ້​ທີ່​ວ່າ​ສານພິດ ຫຼືບໍ່ ​ແລະ​ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ​ເມື່ອ​ໃດ ການ​ພິສູດ​ທີ່​ວ່າ​ນີ້ ຈະ​ເສັດ​ສິ້ນລົງ.

ທ່ານ Noor Hisham ​ໄດ້​ກ່າວ​ວ່າ ຈາກ​ການ​ສັນ​ລະສູດ​ນັ້ນ “ບໍ່​ມີ​ຫຼັກ​ຖານໃດໆວ່າແມ່ນ​ໂຣ​ກຫົວ​ໃຈ” ​ແລະ “ຍັງ​ບໍ່​ທັງ​ມີ​ຫຼັກ​ຖານ​ທີ່​ແຈ່ມ​ແຈ້ງ​ທີ່​ສະ​ເໜີ​ເ​ເນະ​ໃຫ້​ພວກ​ເຮົາ​ເຫັນ​ວ່າ ມີ​ການ​ຖືກ​ແທງ ຫຼື​ມີ​ບາດ​ແຜ ​ແຕ່​ຢ່າງ​ໃດ.”

ຕາບ​ເທົ່າ​ເຖິງ​ປະຈຸ​ບັນ​ນີ້ ຫຼັກ​ຖານ​ທີ່ແທ້​ຈິງ​ນັ້ນ​ແມ່ນ​ວ່າ ຊາຍ​ຜູ້​ທີ່​ເສຍ​ຊີວິດ​ນັ້ນ​ແມ່ນ ທ່ານ Kim Jong Nam ຊຶ່ງ​ທ່ານ Noor Hisham ​ໄດ້​ກ່າວ​ວ່າ ການກວດ​ສອບ​ນັ້ນ​ແມ່ນ​ເກັບ​ຂໍ້​ມູນ​ມາ​ຈາກ DNA ຮອຍ​ນິ້ວມື ຂໍ້​ມູນ​ຈາກ​ແຂ້ວ ຈາກ​ຮ່າງກາຍ, ​ແຕ່​ວ່າ ຍັງບໍ່​ມີ​ຂໍ້​ມູນທີ່​ຄື​ກັນ​ກັບ​ສະມາຊິກ​ຄອບຄົວ ທີ່​ເກັບ​ກຳ​ໄວ້.

“​ໃນ​ຂະນະນີ້ ຍັງ​ບໍ່​ທັນ​ມີ​ຜູ້​ໃດ​ເທື່ອ ມາອ້າງວ່າ ​ເປັນ​ສະມາຊິກທີ່ໄກ້ຊິດຂອງ​ຄອບຄົວ​ຜູ້ກ່ຽວ.”

​ໃນ​ວັນ​ຈັນ​ວານ​ນີ້ ທູດ​ພິ​ເສດ​ຂອງເກົາຫຼີເໜືອ ປະຈຳ​ນະຄອນຫຼວງ Kuala Lumpur ທ່ານ Kang Choi ຮຽກຮ້ອງ​ໃຫ້​ມີ​ການ​ປະສານ​ງານ​ຮ່ວມ ຊຶ່ງ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວວ່າ ເກົາຫຼີເໜືອ “ບໍ່​ສາມາ​ດເຊື່ອ​ຖືການ​ສັນ​ລະສູດ​ໄດ້ ຈາກ​ທາງ​ຕຳຫຼວດມາ​ເລ​ເຊຍ.”

ນາຍົກລັດຖະມົນຕີມາ​ເລ​ເຊຍ ທ່ານ Majib Bazak ຕອບ​ໂຕ້​ ວ່າ ປະ​ເທດ​ຂອງ​ທ່ານ ບໍ່​ມີ​ເຫດຜົນ​ໃດ​ໆ ທີ່​ຈະ​ແຕ້ມແຕ່ງສີສັນ​ໃສ່​ເກົາຫຼີ​ເໜືອ. ​ແລະ​ອະທິບາຍ​ວ່າ ຕົນ​ແມ່ນ​ມີ​ຄວາມ​ໝັ້ນ​ໃຈ​ຢ່າງ​ເຕັມ​ຮ້ອຍເປີເຊັນ ​ໃນ​ການ​ສືບສວນ​ແລະ​ສັນລະສູດ​ດັ່ງກ່າວ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG