ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກຄົນໃໝ່ ຂອງ ມາເລເຊຍ ພ້ອມແລ້ວ ຈະໃຫ້ອະໄພຍະໂທດ ຕໍ່ຜູ້ນຳຝ່າຍຄ້ານ


ຮອງນາຍົກລັດຖະມົນຕີ ແລະຜູ້ນຳພັກຝ່າຍຄ້ານ ທ່ານອານວາ ອີບຣາຮິມ (ກາງ) ຫົວຍິ້ມ ຂະນະທີ່ທ່ານ ເດີນທາງໄປຮອດສານ ທີ່ນະຄອນຫຼວງກົວລາລຳເປີ. (ວັນທີ 13 ມິຖຸນາ 2017)
ຮອງນາຍົກລັດຖະມົນຕີ ແລະຜູ້ນຳພັກຝ່າຍຄ້ານ ທ່ານອານວາ ອີບຣາຮິມ (ກາງ) ຫົວຍິ້ມ ຂະນະທີ່ທ່ານ ເດີນທາງໄປຮອດສານ ທີ່ນະຄອນຫຼວງກົວລາລຳເປີ. (ວັນທີ 13 ມິຖຸນາ 2017)

ນາຍົກລັດຖະມົນຕີທີ່ໄດ້ຮັບການແຕ່ງຕັ້ງໃໝ່ຂອງມາເລເຊຍກ່າວວ່າ ທ່ານພ້ອມແລ້ວ
ທີ່ຈະປະຕິບັດຕາມ ຄຳໝັ້ນສັນຍາທີ່ໄດ້ໃຫ້ໄວ້ ໃນລະຫວ່າງການໂຄສະນາຫາສຽງ ທີ່
ຈະໃຫ້ອະໄພຍະໂທດ ຜູ້ນຳພັກຝ່າຍຄ້ານ ທ່ານອານວາ ອີ-ບຣາຮິມ.

ທ່ານມະຫາເທຍ ໂມຮຳມັດ ກ່າວໃນວັນສຸກມື້ນີ້ວ່າ “ພວກເຮົາຈະເລີ້ມຕົ້ນ ຂັ້ນຕອນ
ທີ່ເໝາະສົມ ເພື່ອໃຫ້ ອະໄພຍະໂທດ ແກ່ດາຕຸກ ສຣີ ອານວາ ໂດຍໃຊ້ນາມມະຍົດ
ຂອງມາເລເຊຍ.

ທ່ານມະຫາເທຍ ກ່າວວ່າ ກະສັດ “ຊົງສະແດງຮ່ອງຮອຍໃຫ້ເຫັນວ່າ ພະອົງເຕັມພະ
ໄທ ທີ່ຈະໃຫ້ອະໄພຍະໂທດ“ ແກ່ທ່ານອານວາ.

ນາຍົກລັດຖະມົນຕີມາເລເຊຍ ກ່າວວ່າ ທ່ານອານວ່າ “ຄວນຈະຖືກປ່ອຍໃນທັນ ທີ ເວລາທ່ານໄດ້ຮັບການອະໄພຍະໂທດແລ້ວ.”

ຜູ້ນຳພັກຝ່າຍຄ້ານມາເລເຊຍ ໄດ້ຖືກຄຸກ ໃນຂໍ້ຫາສໍ້ລາດບັງຫຼວງ ແລະມີການຮ່ວມ
ເພດແບບຜິດປົກກະຕິ ທີ່ໄດ້ຖືກປະນາມຢ່າງກວ້າງຂວາງວ່າ ມີຈຸດປະສົງທາງການ
ເມືອງ.

ທ່ານອານວາ ເຄີຍຮັບຕຳແໜ່ງ ເປັນຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີກະ
ຊວງການເງິນ ໃນລັດຖະບານ ທ່ານມະຫາເທຍ ແລະຖືກເບິ່ງກັນວ່າ ເປັນທາຍາດ
ທາງການເມືອງຂອງທ່ານມະຫາເທຍ ຈົນເທົ່າທ່ານຖືກປົດໃນປີ 1999.

ທ່ານມະຫາເທຍ ອະດີດຜູ້ນຳຂອງມາເລເຊຍ ໄດ້ສາບານໂຕເຂົ້າຮັບຕຳແໜ່ງໃນວັນ
ພະຫັດວານນີ້ ເປັນນາຍົກລັດຖະມົນຕີ ຄົນທີ 7 ຂອງປະເທດ ຫຼັງຈາກໄດ້ຮັບໄຊຊະ
ນະຢ່າງບໍ່ຄາດຝັນເມື່ອນຶ່ງວັນກ່ອນນັ້ນ ຊຶ່ງເຮັດໃຫ້ທ່ານກາຍເປັນຜູ້ນຳ ທີ່ອາຍຸແກ່ທີ່
ສຸດໃນໂລກ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG