ອະທິໄອຍະການມາເລເຊຍ ກ່າວວ່າ ຜູ້ຍິງສອງຄົນ ທີ່ຖືກຈັບໃນການພົວພັນກັບການ
ສັງຫານອ້າຍຕ່າງມານດາຂອງຜູ້ນຳເກົາຫລີເໜືອ ທ່ານ Kim Jong Un ຈະຖືກຟ້ອງ
ໃນວັນພຸດມື້ອື່ນນີ້ ໃນຖານຄາດຕະກຳ.
ຜູ້ຕ້ອງຫາຊາວອິນໂດເນເຊຍສອງຄົນ ນາງ Siti Aisyah ແລະຊາວຫວຽດນາມ ນາງ
Doan Thi Huong ໄດ້ກ່າວວ່າ ເຂົາເຈົ້າຄິດວ່າ ເຂົາເຈົ້າໄດ້ເຂົ້າຮ່ວມ ການສະແດງ
ຕະຫລົກທາງໂທລະພາບ. ຂໍ້ຫາທີ່ເຂົາເຈົ້າຈະປະເຊີນໜ້າມີໂທດເຖິງຂັ້ນປະຫານຊີວິດ.
ທ້າວ Kim Jong Nam ໄດ້ເສຍຊີວິດ ໃນວັນທີ 13 ເດືອນກຸມພາທີ່ຜ່ານມາ ບໍ່ດົນ
ຫລັງຈາກແມ່ຍິງສອງຄົນໄດ້ເອົາໃນອັນທີ່ບັນດາເຈົ້າໜ້າທີ່ມາເລເຊຍກ່າວວ່າ ເປັນ
ສານພິດ VX ທີ່ທຳຮ້າຍເສັ້ນປະສາດ ໃສ່ຢູ່ໜ້າຂອງລາວ ທີ່ສະໜາມບິນ Kuala
Lumper. ການໂຈມຕີໄດ້ຖືກບັນທຶກ ຢູ່ກ້ອງວົງຈອນປິດ ຂອງສະໜາມບິນ ທີ່ໄດ້
ສະແດງໃຫ້ເຫັນວ່າ ທ້າວ Kim ໂອ້ລົມກັບຕຳຫລວດ ແລະນຳພາໄປຫາບ່ອນປິ່ນ
ປົວ.
ບຸກຄົນທີສາມ ຊຶ່ງເປັນຊາວເກົາຫຼີເໜືອ ກໍໄດ້ຖືກຕຳຫລວດຈັບໄວ້. ບັນດາເຈົ້າໜ້າ
ທີ່ຍັງໄດ້ລະບຸວ່າ ມີຊາວເກົາຫລີເໜືອອີກເຈັດຄົນ ເປັນຜູ້ຕ້ອງສົງໄສທີ່ຕ້ອງການ
ສອບປາກຄຳ.
ລັດຖະບານເກົາຫລີເໜືອຍັງບໍ່ທັນໄດ້ກ່າວຢ່າງເປັນການແນ່ນອນວ່າ ຜູ້ຊາຍທີ່ຖືກ
ຂ້າຕາຍນັ້ນ ແມ່ນທ້າວ Kim Jong Nam. ຄະນະຜູ້ແທນລະດັບສູງກຸ່ມນຶ່ງທີ່ຮວມ
ທັງທ່ານ Ri Tong II ອະດີດຮອງເອກອັກຄະລັດຖະທູດເກົາຫລີເໜືອ ປະຈຳ
ສະຫະປະຊາຊາດ ໄດ້ເດີນທາງໄປນະຄອນ Kuala Lumper ໃນວັນອັງຄານມື້ນີ້
ເພື່ອຫາທາງສົ່ງສົບກັບຄືນປະເທດ ແລະປ່ອຍໂຕຊາວເກົາຫລີເໜືອທີ່ຖືກກັກໄວ້ນັ້ນ.
ທ້າວ Kim Jong Nam ແມ່ນລູກຊາຍກົກ ຕ່າງມານດາຂອງ ທ່ານ Kim Jong Un.
Kim Jong Nam ຄັ້ງນຶ່ງ ໄດ້ພິຈາລະນາວ່າ ເປັນທາຍາດທາງການເມືອງທີ່ຈະນຳພາ
ເກົາຫລີເໜືອ ແຕ່ໄດ້ຕົກຈາກຄວາມນິຍົມຊົມຊອບກັບພໍ່ຂອງລາວ ມື້ລາງຈອມຜະ
ເດັດການ Kim Jong II ຫລັງຈາກໄດ້ພະຍາຍາມ ແຕ່ບໍ່ປະສົບຜົນສຳເລັດ ໃນປີ
2001 ທີ່ຈະເຂົ້າໄປຍີ່ປຸ່ນ ໂດຍການປອມແປງໜັງສືຜ່ານແດນ ທີ່ຈະໄປຢ້ຽມຢາມ
ສວນສະໜຸກ Disneyland.
ນັບແຕ່ນັ້ນມາ ທ້າວ Kim Jong Nam ໄດ້ດຳລົງຊີວິດເກືອບວ່າແບບລີ້ໄພ ໂດຍ
ສະເພາະຢູ່ເກາະ Macau ດິນແດນຂອງຈີນ.