ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກ ມາເລເຊຍ ກ່າວວ່າ ການຊອກຫາ ເຮືອບິນ ທີ່ຫາຍໄປ ຈະເລີ້ມຄືນອີກ ຖ້າມີ ຫຼັກຖານໃໝ່

ທ່ານນາຍົກ ມາຫາເທຍ ໂມຮາມັດ ກ່າວໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ຢູ່ທີ່ໂຮງແຮມ ແຫ່ງນຶ່ງ ໃນນະຄອນຫຼວງ ກົວລາລຳເປີ ຂອງມາເລເຊຍ, ວັນທີ 9 ພຶດສະພາ 2018.
ທ່ານນາຍົກ ມາຫາເທຍ ໂມຮາມັດ ກ່າວໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ຢູ່ທີ່ໂຮງແຮມ ແຫ່ງນຶ່ງ ໃນນະຄອນຫຼວງ ກົວລາລຳເປີ ຂອງມາເລເຊຍ, ວັນທີ 9 ພຶດສະພາ 2018.

ນາຍົກລັດຖະມົນຕີມາເລເຊຍກ່າວວ່າ ການຊອກຫາ ຖ້ຽວບິນ MH370 ຂອງສາຍການ
ບິນ ມາເລເຊຍ ທີ່ໄດ້ຫາຍສາບສູນໄປນັ້ນ ຈະເລີ້ມຄືນອີກ ຖ້າຫາກມີຫລັກຖານໃໝ່ ທີ່
ອາດເປີດເຜີຍໃຫ້ຮູ້ວ່າ ເຮືອບິນນັ້ນຢູ່ບ່ອນໃດ.

ການຄົ້ນຫາເຮືອບິນອາຍພົ່ນໂດຍສານ ທີ່ໄດ້ຫາຍສາບສູນໄປ ຄັ້ງຫລ້າສຸດ ແມ່ນໄດ້ຍຸຕິ
ລົງ ເມື່ອວັນອັງຄານວານນີ້ ຫຼັງຈາກທີ່ ບໍລິສັດສຳຫຼວດ Ocean Infinity ທີ່ມີຫ້ອງການ
ຕັ້ງຢູ່ໃນ ສະຫະລັດ ປະກາດວ່າ ຕົນໄດ້ຍຸຕິຄວາມພະຍາຍາມ ໃນການຊອກຫາເຮືອບິນ
ລຳດັ່ງກ່າວ ທີ່ດຳເນີນມາໄດ້ 3 ເດືອນ ພາຍຫລັງທີ່ໄດ້ທຳການສຳຫຼວດໃນເນື້ອທີ່
112,000 ຕາລາງກິໂລແມັດ ຂອງທະເລໄປແລ້ວ.

“ພວກເຮົາໄດ້ມາຮອດຈຸດ ບ່ອນທີ່ພວກເຮົາ ບໍ່ສາມາດຈະສືບຕໍ່ ຊອກຫາໃນສິ່ງ ທີ່
ພວກເຮົາບໍ່ເຫັນ”
ນາຍົກລັດຖະມົນຕີ ມາຫາເທຍ ໂມຮາມັດ ໄດ້ກ່າວຕໍ່ບັນດານັກຂ່າວ
ໃນວັນພຸດມື້ນີ້.

ແມ່ຍິງຜູ້ນຶ່ງ ຄູກເຂົ່າຮ້ອງໄຫ້ ໃນຂະນະທີ່ ບັນດາຍາດຕິພີ່ນ້ອງ ຂອງພວກຜູ້ໂດຍສານຢູ່ເທິງເຮືອບິນ ຖ້ຽວບິນ MH370 ຂອງສາຍການບິນ ມາເລເຊຍ ເຊຶ່ງໄດ້ຫາຍສາບສູນໄປໃນປີ 2014, ພາກັນຈູດທູບ ແລະໄວ້ພາວັນນາ ຢູ່ທີ່ວັດ ລາມາ ໃນນະຄອນຫຼວງ ປັກກິ່ງ ຂອງຈີນ, ວັນທີ 8 ມີນາ 2016.

ນຶ່ງໃນຫຼາຍໆບັນຫາ ທີ່ເປັນປິດສະໜາຂອງການບິນ ທີ່ໃຫຍ່ທີ່ສຸດຂອງໂລກ ໄດ້ເລີ້ມຂຶ້ນ
ເມື່ອວັນທີ 8 ເດືອນມີນາ ປີ 2014 ເວລາເຮືອບິນໂບອິງ 777 ທີ່ບັນທຸກຜູ້ໂດຍສານ ແລະ
ລູກເຮືອ 239 ຄົນ ບິນອອກຈາກນະຄອນຫຼວງກົວລາລຳເປີ ໄປຍັງ ນະຄອນຫຼວງປັກກິ່ງ
ໄດ້ຫາຍສາບສູນໄປ.

ລັດຖະບານຂອງ ອອສເຕຣເລຍ ມາເລເຊຍ ແລະ ຈີນ ໄດ້ຍົກເລີກການຄົ້ນຫາ ຢ່າງເປັນ
ທາງການ ຫຼັງຈາກທີ່ ໄດ້ສຳຫຼວດພື້ນທີ່ ປະມານ 119,139 ຕາລາງກິໂລແມັດ ຂອງມະຫາ
ສະໝຸດອິນເດຍ ໂດຍມີຄ່າໃຊ້ຈ່າຍ ຫຼາຍກວ່າ 150 ລ້ານໂດລາ. ຕໍ່ຈາກນັ້ນ ບັນດາເຈົ້າ
ໜ້າທີ່ ໄດ້ສະຫລຸບວ່າ ຈຸດທີ່ອາດເປັນບ່ອນເຮືອບິນຕົກນັ້ນ ແມ່ນໄກອອກໄປຕື່ມອີກ
ຢູ່ທາງເໜືອຂຶ້ນໄປ.

Malaysia Missing Plane Update
please wait

No media source currently available

0:00 0:01:16 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG