ບັນດາສະມາຊິກສະພານິຕິບັນຍັດຂອງມາເລເຊຍ ໄດ້ຮັບຜ່ານ
ການປ່ຽນແປງທີ່ເປັນບັນຫາຂັດແຍ້ງກັນໃນກົດໝາຍວ່າດ້ວຍ
ຄວາມປອດໄພ ທີ່ຈະອະນຸຍາດໃຫ້ພວກເຈົ້າໜ້າທີ່ຄຸມຂັງຜູ້ຄົນ
ໄດ້ ໂດຍບໍ່ມີການຕັ້ງຂໍ້ກ່າວຫາ ເປັນເວລາຫຼາຍປີໄດ້.
ພາຍໃຕ້ການປ່ຽນແປງ ທີ່ໄດ້ມີການຮັບຜ່ານໂດຍສະພາຕໍ່າ
ຂອງມາເລເຊຍໃນວັນພະຫັດມື້ນີ້ ພວກຜູ້ຕ້ອງສົງໄສສາມາດ
ຖືກຄຸມຂັງໂດຍບໍ່ຕ້ອງມີການດຳເນີນຄະດີໄດ້ເຖິງ 2 ປີ ຖ້າ
ເຫັນວ່າພວກກ່ຽວເປັນໄພຂົ່ມຂູ່ຕໍ່ຄວາມປອດໄພຂອງປະຊາ
ຊົນ. ພວກຜູ້ຕ້ອງສົງໄສສາມາດຖືກຄຸມຂັງໂດຍບໍ່ມີກຳນົດ ຖ້າ
ທາງເຈົ້າໜ້າທີ່ເຫັນວ່າພວກເຂົາກະທຳຄວາມຜິດທີ່ຮ້າຍແຮງ.
ນາຍົກລັດຖະມຸນຕີມາເລເຊຍ ທ່ານ Najib Razak ແລະຄະນະລັດຖະບານປະສົມ
ທີ່ປົກຄອງປະເທດມາເປັນເວລາດົນນານ ໃຫ້ຄຳໝັ້ນສັນຍາວ່າ ບົດດັດແປງແກ້ໄຂນີ້
ຈະບໍ່ຖືກໃຊ້ໄປໃນທາງຜິດ. ພວກເຂົາເຈົ້າກ່າວວ່າ ການປ່ຽນແປງນີ້ແມ່ນຈຳເປັນເພື່ອ ຮັບມືກັບຄື້ນຟອງອາຊະຍາກຳ ທີ່ມີການຈັດຕັ້ງກັນ.
ຄຳໝັ້ນສັນຍາທີ່ວ່ານີ້ ບໍ່ໄດ້ສ້າງຄວາມພໍໃຈຫຍັງເລີຍ ແກ່ພວກກຸ່ມສົ່ງເສີມສິດທິມະ
ນຸດແລະບັນດາຜູ້ນຳຝ່າຍຄ້ານທີ່ເວົ້າວ່າ ການປ່ຽນແປງນີ້ເປັນການຕ່າວປີ້ນ ກັບຄືນ
ໄປສູ່ກົດໝາຍທີ່ມີການຍົກເລີກ ເມື່ອພຽງ 2 ປີກ່ອນນັ້ນ ຊຶ່ງບາງຄັ້ງບາງຄາວ ໃຊ້ສຳ
ລັບຄຸມຂັງພວກຄັດຄ້ານລັດຖະບານນັ້ນ.