ບັນດາເຈົ້າໜ້າທີ່ມາເລເຊຍ ກ່າວວ່າ 13 ສົບໄດ້ໄຫລເຂົ້າໄປຫາ
ຫາດຊາຍຢູ່ໃນລັດ Johor ທາງພາກໃຕ້ຂອງປະເທດໃນວັນອັງ
ຄານມື້ນີ້.
ຜູ້ບັນຊາການຕຳຫຼວດປະຈຳເມືອງ ທ່ານ Rhatmat Othman
ກ່າວວ່າ ພວກເຄາະຮ້າຍ ປະກອບດ້ວຍຜູ້ຊາຍສີ່ຄົນ ແລະແມ່ຍິງ
ເກົ້າຄົນ ທີ່ຮວມຢູ່ໃນບັນດາຜູ້ເຂົ້າເມືອງຜິດກົດໝາຍຈາກອິນໂດ
ເນເຊຍ ຊຶຶ່ງເຮືອເຂົາເຈົ້າຫລົ້ມ ໃນລະຫວ່າງທີ່ສະພາບອາກາດປັ່ນປ່ວນ.
ການຊອກຄົ້ນຫາ ແລະກູ້ໄພກຳລັງດຳເນີນຢູ່ໃນຂະນະນີ້.
ຊາວອິນໂດເນເຊຍຫລາຍຄົນ ພາກັນສ່ຽງຊີວິດໃນແຕ່ລະປີ ພະຈົນໄພເດີນທາງໆທະເລ ເພື່ອຊອກຫາວຽກເຮັດງານທຳຢູ່ ປະເທດມາເລເຊຍ.