ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄພດິນເຈື່ອນ ທີ່ມາເລເຊຍ

ຊາວມຸສລິມທໍາພິທີຝັງສົບໝູ່ພວກເດັກກໍາພ້າທີ່ໄດ້ຮັບເຄາະເສຍຊີວິດ ໃນເຫດດິນເຈື່ອນເມື່ອວັນເສົາ(ທີ 21 ພຶດສະພາ) ທີ່ບ້ານ Hulu Langat ໃນພາກກາງລັດ Selangor ນອກນະຄອນຫລວງ Kuala Lumpur, ປະເທດ Malaysia, ວັນທີ 22 ພຶດສະພາ 2011.

ຕໍາຫລວດ​ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ຍຸດຕິ​ການ​ຊອກ​ຫາ​ແລະ​ຊ່ອຍ​ກູ້​ໄພ​ແລ້ວ ຫລັງ​ຈາກ​ກູ້​ເອົາສົບມາ​ໄດ້ 16 ສົບ​ ແລະຊ່ວຍ​ພວກ​ຜູ້​ລອດ​ຊີວິດ​ມາ​ໄດ້ 9 ຄົນ​ ຈາກ​ຊາກຫັກ​ພັງຂອງ​ສູນ​ເດັກ​ກໍາພ້າ​ແຫ່ງ​ນຶ່ງ​ ທີ່​ຖືກ​ດິນ​ເຈື່ອນ​ທັບ​ໃນ​ວັນ​ເສົາ​ວານ​ນີ້.

ທາງ​ການ​ມາ​ເລ​ເຊຍ​ກ່າວ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ ​ເຂົາ​ເຈົ້າ​ໄດ້​ຄົ້ນ​ພົບສົບ ​ເດັກນ້ອຍ 15 ສົບ ອາຍຸແຕ່ 8 ຫາ 15 ປີ ​ແລະ​ຜູ້​ໃຫຍ່​ຄົນ​ນຶ່ງ.

ເດັກນ້ອຍ​ຜູ້​ຊາຍ 6 ຄົນ​ແລະ​ຜູ້​ໃຫຍ່ 3 ຄົນ​ໄດ້​ຖືກ​ຊ່ອຍ​ກູ້​ຊີວິດມາ​ໄດ້​ ແລະ​ຖືກ​ສົ່ງ​ເຂົ້າ​ໂຮງໝໍ.

ດິນ​ເຈື່ອນ​ດັ່ງກ່າວ​ໄດ້​ເກີດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ເສົາ​ວານ​ນີ້​ ທີ່​ໝູ່​ບ້ານ Hulu Langat ຢູ່​ທາງ​ທິດ​ໃຕ້​ຂອງ​ນະຄອນຫລວງ​ກົວ​ລາ​ລໍາ​ເປີ​ ຫລັງຈາກ​ເກີດ​ຝົນຕົກ​ໜັກ​ມາ​ເປັນ​ເວລາ​ຫລາຍ​ມື້.

XS
SM
MD
LG