ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມາ​ເລ​ເຊຍ ບໍ່​ຍອມຮັບ​ ຂໍ້​ສະ​ເໜີ​ ຢຸດ​ຍິງ​ ໂດຍ​ກຸ່ມ​ຫົວ​ຮຸນ​ແຮງ (ສະໄລດ໌)


ກຸ່ມມຸສລິມຟິລິບປິນຈຸນຶ່ງ ທີ່ຖືກຈັບກຸມໂດຍທະຫານ ມາເລເຊຍ
ກຸ່ມມຸສລິມຟິລິບປິນຈຸນຶ່ງ ທີ່ຖືກຈັບກຸມໂດຍທະຫານ ມາເລເຊຍ
ມາ​ເລ​ເຊຍ ບໍ່​ຍອມຮັບ​ຂໍ້​ສະ​ເໜີ​ຢຸດ​ຍິງ​ໂດຍ​ກຸ່ມ​ຫົວ​ຮຸນ​ແຮງ​ທີ່​ມີ​ຖານ​ປະຕິ​ບັດການ​ຢູ່​ຟິລິບ​ປິນ ທີ່​ພວມສູ້​ລົບ ເພື່ອຍຶດຄອງ​ເຂດ​ທີ່​ອຸດົມສົມບູນ​ດ້ວຍ​ຊັບພະຍາກອນ ຂອງ​ເກາະ Borneo ນັ້ນ.

​ເມື່ອ​ວັນ​ພະຫັດ​ມື້​ນີ້ ທ່ານ Najib Razak ນາຍົກລັດຖະມົນຕີມາ​ເລ​ເຊຍ ​ບອກ​ໃຫ້​ກຸ່ມ​ມຸສລິ​ມຫົວ​ຮຸນ​ແຮງຟິລິບ​ປິນ ​ຕ້ອງ​ຍອມມອບ​ຕົວຢ່າງ​ບໍ່​ມີ​ເງື່ອນ​ໄຂ​ໃດໆ ຖ້າ​ບໍ່​ດັ່ງ​ນັ້ນ ກໍ​ຈະ​ຖືກ​ກໍາຈັດ​ໂດຍ​ທະຫານ​ມາ​ເລ​ເຊຍ.

ທ່ານ​ນາຍົກລັດ​ຖະມົນຕີ ​ໄດ້ກ່າວ​ຕອບ​ຕໍ່​ຄໍາ​ສະ​ເໜີ​ທ້າວ Jamalul Kiram ທີ່​ສະຖາ ປະນາ​ຕົວ​ເອງເປັນ​ສຸນ​ຕານ​ຂອງ​ກຸ່ມ​ດັ່ງກ່າວຜູ້​ຊຶ່ງ​ໃນ​ຕອນ​ເຊົ້າຂອງ ມື້ນີ້ ໄດ້ປະກາດ​ການ​ຢຸດ​ຍິງຝ່າຍ​ດຽວ ​ແລະ​ຮຽກຮ້ອງ​ໃຫ້​ມາ​ເລ​ເຊຍ​ຈົ່ງ​ສະ ໜອງຕອບ​ເຊັ່ນ​ກັນ.

​ເມື່ອ​ວັນ​ອັງຄານ​ຜ່ານມາ​ນີ້ ທະຫານມາ​ເລ​ເຊຍ ​ໄດ້ບຸກ​ໂຈມ​ຕີ​ເພື່ອ​ຂັບ​ໄລ່​ກຸ່ມ​ດັ່ງກ່າວໃຫ້​ຖອນ​ອອກ​ຈາກ​ເຂດ​ທີ່​ສອກຫຼີກນັ້ນ ​ແຕ່​ເຊື່ອ​ວ່າ​ ພວກຫົວ​ຮຸນ​ແຮງ​ສ່ວນຫຼາຍໄດ້​ພາກັນຫຼົບໜີ​ໄປ​ຢູ່​ເຂດ​ທົ່ງ​ນາ​ທີ່ຢູ່​ໃກ້ໆ​ກັນ.

ບັນຫາ​ຂັດ​ແຍ້​ງ​ດັ່ງກ່າວ​ໄດ້​ເລີ່​ມຂຶ້ນ​ໃນ​ກາງ​ເດືອນ​ກຸມພາ​ຜ່ານ​ມາ ​ເວລາ​ກຸ່ມ ປະກອບ​ອາວຸດຈໍານວນ 200 ຄົນ ຈຸນີ້ ​ໄດ້​ບຸກ​ເຂົ້າ​ໄປ​ໃນ​ບ້ານ​ແຫ່ງ​ນຶ່ງຕັ້ງ​ຢູ່​ແຄມທະ​ເລ ​ແລະ​ຮຽກຮ້ອງໃຫ້ມີ​ການຮັບຮູ້​ວ່າ​ ພວກ​ເຂົາ​ເຈົ້າເປັນ​ເຈົ້າ ຂອງ​ມາ​ແຕ່​ບັນພະບຸລຸດຂອງ​ລັດ Sabah ທີ່​ຕັ້ງຢູ່​ໃນ​ພາກ​ຕາ​ເວັນ​ອອກ​ຂອງມາ​ເລ​ເຊຍ. ຢ່າງ​ໜ້ອຍ​ມີ​ຜູ້​ເສຍ​ຊີວິດ 27 ຄົນນັບ​ຕັ້ງ​ແຕ່​ເກີດເຫດ ການປະ​ທະ​ກັນ​ເປັນ​ຕົ້ນ​ມາ.



.
XS
SM
MD
LG