ສານແຫ່ງນຶ່ງໃນມາເລເຊຍໄດ້ຕັດສິນ ລົງໂທດແມ່ຍິງຍີ່ປຸ່ນຄົນນຶ່ງ ດ້ວຍການແຂວນຄໍ
ໃນຂໍ້ຫາຖານລັກລອບນໍາຢາບ້າຈໍານວນ 3 ກິໂລເຄິ່ງ ເຂົ້າປະເທດຢ່າງຜິດກົດໝາຍ.
ບັນດາເຈົ້າໜ້າທີ່ແຈ້ງໃຫ້ຮູ້ໃນວັນອັງຄານມື້ນີ້ວ່າ ນາງ Mariko Takeuchi ໄວ 37 ປີ
ເປັນພົນລະເມືອງຍີ່ປຸ່ນຄົນທໍາອິດ ທີ່ຖືກຕັດສິນໂທດປະຫານຊີວິດໃນມາເລເຊຍ.
ນາງ Takeuchi ໄດ້ຖືກຈັບ ເວລານາງເດີນທາງໄປຮອດມາເລເຊຍຈາກປະເທດດູໄບ
ໃນເດືອນຕຸລາປີ 2009. ນາງໄດ້ກ່າວໂຕ້ແຍ້ງວ່າ ລາວຖືກຫຼອກລວງໃຫ້ຖືຫີບໜ່ວຍນຶ່ງ
ທີ່ບັນຈຸຢາບ້າໂດຍເພື່ອນທີ່ເປັນຄົນອີຣ່ານນັ້ນ.
ທະນາຍຄວາມຂອງນາງກ່າວວ່າ ນາງຈະຂໍອຸທອນການຕໍ່ຕັດສິນດັ່ງກ່າວ.
ກົດໝາຍຂອງມາເລເຊຍບົ່ງໄວ້ວ່າ ຈະມີການລົງໂທດປະຫານຊີວິດໂດຍການແຂວນຄໍ
ສໍາລັບການລັກລອບເສບຕິດທີ່ຜິດກົດໝາຍເຂົ້າມາຍັງປະເທດ. ເວລານີ້ ມີພວກລັກລອບ
ຢາເສບຕິດເຂົ້າປະເທດ ທີ່ຖືກຕັດສິນຄວາມຜິດແລ້ວ ຫຼາຍກວ່າ 400 ຄົນກໍາລັງລໍຖ້າ
ການປະຫານຊີວິດໃນມາເລເຊຍ.