ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການສືບສວນສອບສວນ ເລີ້ມຂືຶ້ນແລ້ວ ກ່ຽວກັບ ເຮືອບິນໂດຍສານ ມາເລເຊຍ ທີ່ຫາຍໄປ (ວີດີໂອ/ສະໄລດ໌ )


Malaysia plane
please wait
Embed

No media source currently available

0:00 0:01:12 0:00

ວີດີໂອ ກ່ຽວກັບຂ່າວນີ້.

ລັດຖະມົນຕີ​ກະຊວງ​ຂົນ​ສົ່ງ ຂອງ​ມາ​ເລ​ເຊຍ ກ່າວ​ວ່າ ການ
​ສືບສວນ​ສອບ​ສວນ​ໄດ້​ເລີ້ມຂຶ້ນ​ແລ້ວ ​ເພື່ອ​ພິສູດ​ຊື່​ສຽງ​ຂອງ
​ຄົນ​ໂດຍສານ 4 ຄົນ ຢູ່​ໃນເຮືອບິນ​ໂດຍສານ​ຂອງ​ສາຍ​ການ
ບິນ​ມາ​ເລ​ເຊຍ ທີ່​ໄດ້​ຫາຍ​ສາບ​ສູນ​ໄປ ​ຊຶ່ງພວກ​ກ່ຽວ ໄດ້ເດີນ
ທາງ​ໄປ​ໂດຍ​ໃຊ້ໜັງ ສືຜ່ານ​ແດນ​ທີ່ລັກ​ມາ ຫຼື​ບໍ່​ກໍ​ເອກະສານ
ທີ່ໜ້າ​ສົງ​ໄສ.

ທ່ານ Hishammuddin Hussein ລັດຖະມົນຕີ​ຂົນ​ສົ່ງ ກ່າວ
​ຕໍ່​ບັນດາ​ນັກ​ຂ່າວ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ ພວກ​ອົງການ​ສືບ​ລັບ​ມາ​
ເລ​ເຊຍ ກຳລັງ​ທຳ​ການ​ກວດກາ​ເບິ່ງ​ລາຍ​ຊື່​ຄົນ​ໂດຍສານ​ທັງ​ໝົດ
​ແລະ​ກຳລັງ​ປະສານ​ງານ​ກັບ​ພວກ​ອົງການ​ສືບ​ລັບ​ຕ່າງໆ​ຂອງ​
ນາໆຊາດ ຮວມທັງ​ອົງການ​ສືບສວນ FBI ຂອງ​ສະຫະລັດ​ນຳ.

ບັນດາ​ເຈົ້າ​ໜ້າ​ທີ່ ​ກ່າວເຊັ່ນ​ກັນວ່າ ​ເຄື່ອງ radar ທີ່​ຕິດຕາມ​ເຮືອບິນ​ໂດຍສານ​ລຳ​ນີ້ ຊີ້ໃຫ້
​ເຫັນ​ວ່າ ​ເຮືອບິນ​ລຳ​ນີ້​ອາດ​ໄດ້ອວ່າຍ​ກັບຈາກ​ເສັ້ນທາງ​ບິນ​ທີ່​ໄດ້​ກຳນົດ​ໄວ້​ກ່ອນ ​ກໍ​ເປັນ​ໄດ້
ກ່ອນ​ມັນ​ຈະ​ຫາຍ​ສາບ​ສູນ​ໄປ​ນັ້ນ. ພວກ​ທີ​ມກູ້​ໄພ ​ໄດ້​ຂະຫຍາຍ​ຂົງ​ເຂດ​ການ​ຊອກ​ຄົ້ນ​ຂອງ
ພວກຕົນ​ ອອກ​ໄປ​ອີກ.

ຜູ້​ຊາຍ 2 ຄົນ ທີ່ມີ​ຊື່​ຢູ່​ໃນ​ລາຍ​ຊື່​ຄົນ​ໂດຍສານ ຊຶ່ງ​ຄົນ​ນຶ່ງ​ມາ​ຈາກ ອີ​ຕາ​ລີ ​ແລະ​ອີກ​ຄົນ​ນຶ່ງ​
ມາ​ຈາກ​ອອສ​ເຕຣຍ ບໍ່​ໄດ້ເດີນທາງ​ໄປ​ນຳຖ້ຽວ​ບິນ​ຈາກ​ກົວ​ລາ​ລຳ​ເປີ ​ໄປ​ຍັງປັກ​ກິ​ງທີ່​ໄດ້​
ຫາຍ​ສາບ​ສູນ​ໄປ​ໃນຕອນເດິກ​ຂອງວັນ​ເສົາວານ​ນີ້ ພ້ອມກັບ​ຄົນ​ໂດຍສານ​ແລະຈຸ​ນັກ​ບິນ
​ກັບ​ພະນັກງານ​ທັງ​ໝົດ 239 ຄົນ​ນັ້ນ. ໜັງສືຜ່ານ​ແດນ​ຂອງ​ພວກ​ຜູ້​ຊາຍ​ທັງ​ສອງ​ຄົນ ​ໄດ້
​ຖືກ​ຄົນ​ລັກ​ເອົາ​ໃນ​ປະເທດ​ໄທ ​ໃນ​ລະຫວ່າງ​ສອງ​ປີ​ມາ​ນີ້. ຍັງ​ບໍ່​ເປັນ​ທີ່​ຈະ​ແຈ້ງ​ເທື່ອວ່າ
​ແມ່ນ​ຜູ້​ໂດຍສານ​ຄົນ​ໃດ ໃຊ້​ໜັງສືຜ່ານແດນ​ທີ່​ຖືກ​ລັກ​ໄປ​ນີ້. ບັນດາ​ເຈົ້າ​ໜ້າ​ທີ່​ປະກາດ​
ໃຫ້​ຊາບ​ອີກໃນ​ວັນ​ອາທິດ​ມື້​ນີ້ວ່າ ມີ​ຜູ້​ໂດຍສານອີກ​ສອງ​ລາຍທີ່​ມີ​ເອກະສານ​ທີ່​ໜ້າ​ສົງໄສ.

ການ​ຊອກ​ຄົ້ນ​ຫາ​ເຮືອບິນ​ລຳ​ນີ້ ຍັງ​ດຳ​ເນີນ​ສືບ​ຕໍ່​ໄປ ​ໂດຍທີ່​ຍັງ​ບໍ່​ເຫັນ​ຮ່ອງ​ຮອຍ​ໃດໆທີ່​
ຢືນຢັນ​ກ່ຽວ​ກັບ​ເຮືອບິນ​ລຳ​ນີ້ ຫຼື​ເຫັນ​ຊາກ​ຫັກ​ພັງ​ໃດໆ.


ສະຫະລັດ​ກຳລັງ​ສົ່ງ​ທີ​ມນັກ​ຊ່ຽວຊານ​ຈຸ​ນຶ່ງ ​ໄປ​ຊ່ອຍ​ໃນ​ການ​ສືບສວນ​ສອບ​ສວນ​ກ່ຽວ​ກັບ
ເຮືອບິນ​ລຳ​ທີ່​ຫາຍ​ສາບ​ສູນ​ໄປ​ນີ້. ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ຍັງ​
ມອງ​ເບິ່ງ​ການ​ຫາຍ​ສາບ​ສູນ​ໄປ​ນີ້ ຄື​ກັນ​ກັບເປັນ​ອຸບັດ​ເຫດ ​ແຕ່​ບັນດາ​ເຈົ້າ​ໜ້າ​ທີ່​ມາ​ເລ​ເຊຍ
ກ່າວ​ວ່າເຂົາ​ເຈົ້າ​ບໍ່​ໄດ້​ຕັດ​ຊ່ອງທາງ​ໃດໆ ທີ່​ອາດ​ເປັນ​ໄປ​ໄດ້​ນັ້ນ​ ອອກ​ເທື່ອ.

​ເຮືອບິນ​ສາຍ​ການບິນ​ມາ​ເລ​ເຊຍ ຖ້ຽວ​ບິນ MH370 ​ໄດ້​ຫາຍ​ໄປ​ຈາກ​ຈໍ radar ປະມານ
ນຶ່ງ​ຊົ່ວ​ໂມງ ຫຼັງ​ຈາກ​ບິນ​ອອກ​ຈາກ​ເດີ່ນ ທີ່​ກຸງ​ກົວ​ລາ​ລຳ​ເປີ ​ມຸ້ງ​ໜ້າ​ໄປ​ຍັງ​ກຸງ​ປັກ​ກິ່ງ ​ໃນ​
ສະພາບ​ດິນ​ຟ້າ​ອາກາດ​ທີ່​ດີ. ຄົນ​ໂດຍສານ​ສ່ວນ​ຫຼາຍເປັນ​ຄົນ​ຈີນ.

ພວກ​ຄວບ​ຄຸມ​ການບິນ ກ່າວ​ວ່າ ​ພວກ​ເຂົາ​ເຈົ້າ​ບໍ່ໄດ້​ຮັບ​ຄໍາ ຮ້ອງ​ຂໍ​ຄວາມ​ຊ່ວຍ​ເຫຼືອໃດໆ
ກ່ອນ​ເຮືອບິນ​ຫາຍ​ສາບ​ສູນ​ໄປ​ນັ້ນ.
XS
SM
MD
LG