ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກຮຽນອະນຸບານ ທີ່ຖືກຈັບເປັນໂຕປະກັນ ຢູ່ມາເລເຊຍ ຖືກປ່ອຍແລ້ວ (ເບິ່ງວີດີໂອ)


ໜ່ວຍກ້າຕາຍຕຳຫຼວດບຸກເຂົ້າໄປໃນໂຮງຮຽນອະນຸບານບ່ອນທີ່ພວກ
ນັກຮຽນແລະນາຍຄູຖືກຈັບເປັນໂຕປະກັນທີ່ເມືອງ Muar ລັດ Johor ໃນພາກໃຕ້ມາເລເຊຍ (7 ກໍລະກົດ 2011)
ໜ່ວຍກ້າຕາຍຕຳຫຼວດບຸກເຂົ້າໄປໃນໂຮງຮຽນອະນຸບານບ່ອນທີ່ພວກ ນັກຮຽນແລະນາຍຄູຖືກຈັບເປັນໂຕປະກັນທີ່ເມືອງ Muar ລັດ Johor ໃນພາກໃຕ້ມາເລເຊຍ (7 ກໍລະກົດ 2011)

ຕຳຫຼວດມາເຊຍໄດ້ປົດ​ປ່ອຍພວກນັກຮຽນອະນຸບານແລະພວກນາຍຄູເຂົາເຈົ້າຈໍານວນ​ທັງ​ໝົດ
30 ຄົນທີ່​ໄດ້ຖືກຈັບເປັນໂຕປະກັນໃນວັນພະຫັດມື້ນີ້ໂດຍຜູ້ຊາຍຄົນນຶ່ງທີ່ມີຄ້ອນຕີເປັນອາວຸດ
ຢູ່ທີ່ລັດ Johor ໃນພາກໃຕ້ຂອງມາເລເຊຍ.

ຕຳຫຼວດໄດ້ຍິງລະເບີດນໍ້າຕາແລະບຸກເຂົ້າໄປໃນຕຶກອາຄານ ຫຼັງຈາກໄດ້ມີການເຈລະຈາແຕ່ບໍ່
ປະສົບຄວາມສຳເລັດ ເປັນເວລາຫຼາຍໆຊົ່ວໂມງ. ການປະເຊີນໜ້າກັນໄດ້ສິ້ນສຸດລົງຫຼັງຈາກ
ມືປືນຂອງຕຳຫຼວດໄດ້ຍິງຜູ້ຕ້ອງສົງໄສໄດ້ຮັບບາດເຈັບ.

ໂຕປະກັນທັງໝົດໄດ້ຖືກປ່ອຍໃຫ້ເປັນອິດສະຫຼະດ້ວຍຄວາມປອດໄພ.

ໜັງສືພິມ Malaysian Star ລາຍງານວ່າຜູ້ຊາຍຄົນນີ້ໄດ້ບຸກເຂົ້າໄປໃນໂຮງຮຽນອະນຸບານ
ໂດຍມີຄ້ອນຕີເປັນອາວຸດ. ຕຳຫຼວດເວົ້າວ່າລາວໄດ້ຂູ່ວ່າຈະສັງຫານພວກເດັກນ້ອຍຖ້າຄະນະ
ເຈລະຈາບໍ່​ເອົາປືນໃຫ້ລາວ.

XS
SM
MD
LG