ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮລິຄອບເຕີມາເລເຊຍ ຕົກ ເຮັດໃຫ້ 6 ຄົນ ເສຍຊີວິດ ຮວມທັງ ອະດີດທູດ ປະຈຳ ສຫລ


ແຜນທີ່ ປະເທດ ມາເລເຊຍ
ແຜນທີ່ ປະເທດ ມາເລເຊຍ

ເຮ​ລິ​ຄອບເຕີ​ລຳ​ນຶ່ງ ​ເກີດ​ອຸ​ບັດ​ເຫດ​ຕົກລົງ ຢູ່​ນອກ​ນະຄອນຫລວງ
ຂອງມາ​ເລ​ເຊຍ ​ເມື່ອຕອນ​ຄ່ຳ​ວັນ​ເສົາ​ວານ​ນີ້ ເຮັດ​ໃຫ້ທັງ​ໝົດ​ 6
ຄົນ​ຢູ່​ໃນນັ້ນ ​ເສຍ​ຊີວິດ ລວມທັງຜູ້​ແທນສະພາ​ຄົນ​ນຶ່ງ ທີ່​ເຄີຍ​ເປັນ
​ເອກ​ອັກຄະ​ລັດຖະທູດ​ປະຈຳ​ສະຫະລັດ.

ພວກ​ເຫັນ​ເຫດການ ກ່າວວ່າ ​ເຮ​ລິ​ຄອບ​ເຕີລຳ​ນັ້ນ ລະ​ເບີດ​ຂຶ້ນ
ກາງ​ອາກາດ ກ່ອນ​ທີ່​ມັນ​ຈະ​ຕົກລົງ​ສູ່​ພື້ນ​ດິນ ຢູ່ເມືອງ Semnyih
ນອກ​ນະຄອນຫລວງ Kuala Lumpur ​ໃນ​ຂະນະ​ທີ່​ກຳລັງ​ບິນ​
ກັບ​ຄືນມາ​ຈາກເມືອງ Kuantan ຢູ່​ທາງ​ພາກ​ເໜືອ​ຂອງ​ປະ​ເທດ.

ທ່ານ Jamaludding Jarjis ສະມາຊິກ​ສະພາ ຜູ້​ທີ່​ໄດ້​ເປັນ
​ເອກ​ອັກ ຄະ​ລັດຖະທູດ ປະຈຳ​ສະຫະລັດ ຈາກປີ 2009 ຫາ 2012 ​ແມ່ນ​ຜູ້​ນຶ່ງ​ ​ໃນ​ຈຳນວນ​
ພວກ​ທີ່ຢູ່​ໃນ​ເຮ​ລິ​ຄອບ​ເຕີນັ້ນ. ບັນດາ​ຜູ້​ເຄາະ​ຮ້າຍ ຍັງມີລວມທັງ ທີ່​ປຶກສາຄົນ​ນຶ່ງ​ຂອງນາຍົກ
ລັດຖະມົນຕີ Najib Razak.

ກະຊວງ​ຂົນ​ສົ່ງມາ​ເລ​ເຊຍ ກ່າວ​ວ່າ ສົບ​ຂອງ​ຜູ້​ເສຍ​ຊີວິດ ທັງ​ໝົດ 6 ຄົນ ​ເກັບ​ກູ້​ມາ​ໄດ້​ແລ້ວ.

​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ການ​ສືບສວນ​ສອບ​ສວນຫາສາ​ເຫດ​ຂອງເຮືອບິນຕົກ ໄດ້​ເລີ້ມ​ຕົ້ນ ຂຶ້ນ​ແລ້ວ.

Malaysia Helicopter Crash
please wait

No media source currently available

0:00 0:01:00 0:00

XS
SM
MD
LG