ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມາເລເຊຍ ກ່າວວ່າ ຍັງບໍ່ມີ ການຕັດສິນໃຈ ກ່ຽວກັບ ຂໍ້ສະເໜີ ຊອກຫາ ຖ້ຽວບິນ MH370


ລັດຖະມົນຕີຂົນສົ່ງ ທ່ານ Liow Tiong Lai (ກາງ) ກ່າວຢູ່ ກອງປະຊຸມນັກຂ່າວ ກ່ຽວກັບ ຖ້ຽວບິນ MH370 ທີ່ຫາຍສາບສູນ ຢູ່ນະຄອນ Kuala Lumpur.
ລັດຖະມົນຕີຂົນສົ່ງ ທ່ານ Liow Tiong Lai (ກາງ) ກ່າວຢູ່ ກອງປະຊຸມນັກຂ່າວ ກ່ຽວກັບ ຖ້ຽວບິນ MH370 ທີ່ຫາຍສາບສູນ ຢູ່ນະຄອນ Kuala Lumpur.

ມາ​ເລ​ເຊຍ​ກ່າວ​ວ່າ ​ຕົນ​ໄດ້​ຮັບ​ຂໍ້ສະ​ເໜີ​ຈາກ​ສາມ​ບໍລິສັດ​ເອກ​ກະ​ຊົນ ທີ່​ຈະ​ເລີ້ມ​ຊອກ
​ຫາ​ເຮືອບິນໂດຍສານຂອງສາຍ​ການບິນ​ມາ​ເລ​ເຊຍ​ທີ່​ຫາຍ​ສາບສູນ.

ລັດຖະມົນຕີ​ຂົນສົ່ງ ທ່ານ Liow Tiong Lai ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ຕົນ​ໄດ້​ຮັບ​ຂໍ້
​ສະ​ເໜີ​ຕ່າງໆ​ ຈາກຫ້ອງການບໍລິສັດ ສຳ​ຫລວດພື້ນທະ​ເລ Ocean Infinity ​ຂອງສະ
ຫະລັດ ບໍລິສັດ Furgo ຂອງໂຮນລັງ ​ແລະ ບໍລິສັດ​ມາ​ເລ​ເຊຍ​ທີ່ບໍ່​ໄດ້ບົ່ງ​ຊື່.

ທ່ານ Lai ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ​ລັດຖະບານ​ຍັງ​ບໍ່​ທັນ​ໄດ້​ຕັດສິນ​ໃຈທີ່​ຈະ​ເລີ້​ມ
ທຳ​ການ​ຊອກ​ຄົ້ນ​ຫາ​ເຮືອບິນ​ມາ​ເລ​ເຊຍ MH370 ທີ່​ໄດ້​ເສັດ​ສິ້ນ​ລົງ​ ໃນ​ເດືອນ​ມັງກອນ
ຫລັງ​ຈາກ​ໄດ້ຊອກຄົ້ນຫາເປັນເວລາສາມ​ປີທີ່​ໄດ້​ໃຊ້​ເງິນ 160 ລ້ານ​ໂດ​ລາ ​ໃນ​ພື້ນທີ່
ຫລາຍ​ກວ່າ 120,000 ກິ​ໂລ​ແມັດມົນທົນຢູ່​ ​ທາງ​ພາກ​ໃຕ້ມະຫາ​ສະໝຸດ​ອິນ​ເດ​ຍທີ່​ສອກຫລີກຫ່າງໄກ.

​ເຮືອບິນ​ໂດຍສານ Boeing 777 ​ໄດ້​ຫາຍ​ສາບ​ສູນ​ ໃນ​ວັນ​ທີ 8 ເດືອນມີ​ນາປີ 2014
ລະຫວ່າງ​ການ​ເດີນທາງ​ຈາກ​ນະຄອນ Kuala Lumpur ​ໄປ​ຫາ​ປັກ​ກິ່ງ ພ້ອມກັບ​ຜູ້​ໂດຍ
ສານແລະ​ລູກ​ເຮືອ 239 ຄົນ. ບໍ່​ມີການພົບເຫັນ​ຮ່ອງ​ຮອຍ​ຂອງ​ເຮືອບິນ​ ຍົກ​ເວັ້ນ​ແຕ່ສິ້ນ
​ສ່ວນ 3 ອັນ ​ທີ່ຖືກທະເລພັດຂຶ້ນສູ່ແຄມ​ຝັ່ງ ຢູ່​ຫຼາຍຈຸດ ຂອງ​ມະຫາ​ສະໝຸດ​ອິນ​ເດຍ.

ຄະນະສືບສວນ ​ໄດ້​ສະ​ເໜີ​ໃຫ້​ຍ້າຍການຊອກ​ຄົ້ນ​ຫາ​ໃນພື້ນທີ່​ 25,000 ຕາ​ລາງ ກິ​ໂລ​ແມັດຂຶ້ນໄປທາງເໜືອ​ໂດຍ​ກົງຂອງ​ເຂດ​ໄດ້ຊອກ​ຄົ້ນ​ຫາມາແລ້ວ. ຂໍ້​ສະ​ເໜີ​ນີ້ໄດ້​ຖືກ​
ປະຕິ​ເສດ​ໂດຍ​ມາ​ເລ​ເຊຍ​ແລະ​ບັນດາ​ປະ​ເທດ​ຮ່ວມ​ງານ​ໃນ​ຄວາມ​ພະຍາ ຍາມ​ຊອກ
​ຄົ້ນ​ຫາ ຊຶ່ງປະກອບດ້ວຍ ອອສເຕຣ​ເລຍ ​ແລະ​ຈີນ ຜູ້​ທີ່​ກ່າວ​ວ່າ​ບໍ່​ມີ​ຫລັກ​ຖານໃໝ່ທີ່
ໜ້າເຊື່ອຖືໃດໆ ທີ່​ຊີ້ໄປ​ໃສ່​ບ່ອນ​ທີ່ເຮືອບິນຕົກຢ່າງແນ່ນອນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Malaysia Missing Yet
please wait
Embed

No media source currently available

0:00 0:01:20 0:00

XS
SM
MD
LG