ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຄົ້ນພົບ ຂຽດນ້ອຍທີ່ສຸດ ໃນເອເຊຍ


ການຄົ້ນພົບ ຂຽດນ້ອຍທີ່ສຸດ ໃນເອເຊຍ
ການຄົ້ນພົບ ຂຽດນ້ອຍທີ່ສຸດ ໃນເອເຊຍ

ພວກນັກຄົ້ນຄວ້າກ່າວວ່າ ເຂົາເຈົ້າໄດ້ຄົ້ນພົບຂຽດທີ່ນ້ອຍ ທີ່ສຸດໃນເອເຊຍ ໃນລະຫວ່າງ ທີ່ເດີນທາງໄປສຳຫຼວດຢູ່ ປະເທດມາເລເຊຍ.

ຂຽດທີ່​ຄົ້ນ​ພົບ​ໃໝ່​ຊຶ່ງ​ເປັນ​ຂຽດ​ທີ່ໃຫຍ່ແລ້ວນັ້ນແມ່ນມີລວງ ຍາວແຕ່ພຽງ 11 ຫາ 13 ມິນລີແມັດທໍ່ນັ້ນ ຊຶ່ງເຮັດໃຫ້ ຂຽດເຫຼົ່ານີ້ ເປັນຂຽດທີ່ນ້ອຍກວ່າຂຽດ ທີ່ໄດ້ພົບເຫັນຢູ່ໃນ ອາຟຣິກາ ແລະຢູໂຣບອີກດ້ວຍ.

ນັກວິທະຍາສາດ Indraneil Das ແລະ Alexander Haas ເປັນຜູ້ຄົ້ນພົບ ສັດເຄິ່ງບົກເຄິ່ງນໍ້າ ທີ່ນ້ອຍທີ່ສຸດ ດັ່ງກ່າວ ຢູ່ທີ່ເຂດປ່າສະຫງວນແຫ່ງຊາດ Kubah ຂອງມາເລເຊຍ.

ຍ້ອນຂຽດຊະນິດນີ້ມີຄວາມນ້ອຍຫຼາຍ ພວກນັກຄົ້ນຄວ້າຈຶ່ງຈຳເປັນຕ້ອງໄດ້ປ່ອຍລົງໃສ່ຜ້າ ຂາວໃຫ້ເຫັນ ເພື່ອວ່າ ຈະທຳການສຶກສາ​ເບິ່ງໄດ້.

ທ່ານ Das ເວົ້າວ່າ ພວກນັກວິທະຍາສາດ ໄດ້ຮູ້ວ່າ​ ມີພວກຂຽດເຫຼົ່ານີ້ ມາ​ກ່ອນແລ້ວ ແຕ່​ເຂົ້າ​ໃຈຜິດ ຄິດວ່າເປັນຂຽດນ້ອຍ ອີກຊະນິດນຶ່ງ.

ຂຽດເຫຼົ່ານີ້ ອາໄສຢູ່ໃນ ແລະອ້ອມແອ້ມ ບໍລິເວນພືດລົ້ມລຸກ ທີ່ມີໃບຫໍ່ ໂດຍທີ່ພວກຂຽດ ນ້ອຍ ມີຊີວິດລອດຢູ່ໄດ້ ກໍຍ້ອນອາ​ໃສ​ ຢູ່​ທ່າມກາງ​ນໍ້າ ​ຫລືຂອງແຫຼວທີ່ມີຢູ່ຂ້າງໃນ ຂອງ ພືດດັ່ງກ່າວ.

XS
SM
MD
LG