ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

21 ຄົນ ຫາຍສາບສູນ ຍ້ອນເຮືອຂ້າມຟາກ ຫຼົ້ມ ທີ່ມາເລເຊຍ


ແຜນທີ່ມາເລເຊຍ
ແຜນທີ່ມາເລເຊຍ
ບັນດາ​ເຈົ້າ​ໜ້າ​ທີ່ ມາ​ເລ​ເຊຍ ກ່າວ​ວ່າ ​ເຮືອ​ຂ້າມ​ຟາກ​ທີ່ບັນທຸກ​
ຜູ້​ຄົນ​ແອ​ອັດ​ເກີນ​ໄປ ​ໄດ້​ຫລົ້ມ​ລົງ​ໃນ​ແມ່​ນໍ້າ​ສາຍ​ນຶ່ງ ​ທີ່ຢູ່ສອກ
ຫລີກຫ່າງ​ໄກ ຂອງ​ເກາະ Borneo ​ເຮັດ​ໃຫ້ຢ່າງ​ໜ້ອຍ 21 ຄົນ​
ຫາຍ​ສາບ​ສູນ.

ຕໍາຫລວດ​ກ່າວ​ວ່າ ​ເຮືອຂ້າມ​ຟາກ​ລຳ​ນີ້​ ໄດ້​ບັນທຸກ​ຜູ້​ຄົນເກີນ​ກໍາ
ໜົດ 74 ຄົນທີ່ ໄດ້​ວາງ​ໄວ້ ​ໃນ​ວັນ​ອັງຄານ​ມື້​ນີ້ ​ເວລາ​ເຮືອລຳ​ດັ່ງ
ກ່າວ​ໄດ້​ຕໍາ​ເອົາ​ກ້ອນ​ຫີນ ​ແລະ​ຫລົ້ມ​ລົງ​ໃນແມ່​ນໍ້າ Rajang ​ໃນ​
ເຂດ​ທີ່​ມີ​ປະຊາຊົນ​ອາ​ໄສຢູ່​ ບໍ່​ຄ່ອຍ​ໜາ​ແໜ້ນ ຂອງລັດ Sarawak.

ຜູ້​ໂດ​ຍສານ​ສ່ວນໃຫຍ່ ​ຖືກ​ພວກ​ຊາວບ້ານຊ່ວຍ​ເຫລືອ​ໄວ້​ໄດ້ ຫລືບໍ່​ກໍລອຍ​ເຂົ້າ​ໄປ​ຫາ​ຕາ​ຝັ່ງ. ​ເຈົ້າໜ້າ​ທີ່​ພວມ​ດຳ​ເນີນຄວາມ​ພະຍາຍາມ​ຊ່ວຍກູ້​ໄພ ເພື່ອ​ຊອກ​ຫາ​ຜູ້​ໂດຍສານສ່ວນ​ທີ່​ເຫລືອ ​ຊຶ່ງ​ເຈົ້າ​ໜ້າທີ່ຢ້ານ​ວ່າ​ ຫລາຍ​ຄົນ​ອາດ​ຕົກ​ຄ້າງຢູ່​ຂ້າງໃນ​ຂອງເຮືອ.

​ເຫດ​ຮ້າ​ຍດັ່ງກ່າວ​ນີ້ ​ເກີດ​ຂື້ນ​ໃນ​ຂະນະ​ທີ່​ເຮືອ​ຂ້າມ​ຟາກ​ພວມນໍາ​ເອົາ​ຜູ້​ໂດ​ຍສານ ທີ່​ພາກັນ​ເດີນທາງໄປ​ຮ່ວມ ການ​ສະຫລອງ​ບຸນ​ເກັບ​ກ່ຽວ.
XS
SM
MD
LG