ສຳລັບມາເລເຊຍແລ້ວ ມັນເກືອບເປັນເໝືອນກັບວ່າ ໄລຍະສອງປີທີ່ຜ່ານມານັ້ນ ແມ່ນບໍ່ໄດ້ເກີດຂຶ້ນເລີຍ. ໃນປີ 2018 ພັກການເມືອງໃໝ່ ໄດ້ຂຶ້ນມາກຳອຳນາດເປັນຄັ້ງທຳອິດ ໃນຮອບຫຼາຍກວ່າເຄິ່ງສັດຕະວັດ ຊຶ່ງອະດີດນາຍົກລັດຖະມົນຕີ ໄດ້ຖືກຈັບກຸມ ໃນເລື້ອງການສໍ້ລາດບັງຫຼວງທີ່ໃຫຍ່ທີ່ສຸດຂອງໂລກແລະປະເທດ ນີ້ ກ້າທີ່ຈະຢືນຢັດຕໍ່ຈີນ ກ່ຽວກັບຄວາມສ່ຽງໃນການເປັນໜີ້ຂອງໂຄງການດ້ານການທູດ ນຶ່ງແລວທາງນຶ່ງເສັ້ນທາງຂອງຈີນນັ້ນ.
ໃນມື້ນີ້ ເກືອບຄົບຮອບສອງປີ ຫຼັງຈາກການເລືອກຕັ້ງທີ່ເປັນປະຫວັດການ ຊຶ່ງພັກການເມືອງດັ່ງກ່າວ ໄດ້ເອົາຊະນະ ພັກລັດຖະບານ ແລ້ວເຂົ້າກຳອຳນາດ ອະດີດນາຍົກລັດຖະມົນຕີ ທ່ານນາຈິບ ຣາຊາກ ໄດ້ກາຍມາເປັນສະມາຊິກສະພາ ເຖິງແມ່ນວ່າ ໃນຂະນະທີ່ທ່ານລໍຖ້າການດຳເນີນຄະດີ ກ່ຽວກັບເລື້ອງຂ່າວນອງນັນຂອງກອງທຶນ 1MDB ແລະການຍົກເລີກໂຄງການພື້ນຖານໂຄງລ່າງລະຫວ່າງ ມາເລເຊຍແລະຈີນ ນຶ່ງແລວທາງນຶ່ງເສັ້ນທາງ ນັ້ນ ແມ່ນຖືກນຳຄືນມາແລ້ວ.
ໃນຂະນະທີ່ ມາເລເຊຍ ພວມບຸກບືນເພື່ອຜົ້ນຜ່ານວິກິດການຂອງໂຄວິດ-19 ຢູ່ນີ້ ພວກຕໍ່ສູ້ເພື່ອສິດທິມະນຸດ ກ່າວວ່າ ມັນເປັນການນຳໃຊ້ວິດກິດການ ເປັນຂໍ້ແກ້ໂຕສຳລັບການຄວບຄຸມແບບຜະເດັດການຂອງລັດຖະບານອັນເປັນແນວໂນ້ມທີ່ເຫັນໄດ້ໃນທົ່ວໂລກ ຈາກ ເທີກີ ຈົນຮອດ ເປຣູ. ສ່ວນພວກນັກຂ່າວ ແລະພົນລະເມືອງອື່ນໆທັງຫຼາຍ ໄດ້ຖືກຈັບກຸມສຳລັບການຕ້ອງຕິລັດຖະບານໃນການຮັບມືກັບວິກິດການດັ່ງກ່າວ. ມາເລເຊຍ ຍັງໄດ້ຈັບກຸມປະຊາຊົນຫຼາຍພັນຄົນຜູ້ທີ່ໄດ້ລະເມີດຄຳສັ່ງ ໃຫ້ຢູ່ໃນບ້ານໃນເຮືອນ ຊຶ່ງເປັນອັດຕາທີ່ໃຫຍ່ທີ່ສຸດຂອງການຈັບກຸມເຊັ່ນນີ້ ຢູ່ໃນເຂດເອເຊຍຕາເວັນອອກສຽງໃຕ້ ນອກເໜືອຈາກປະເທດຟີລິບປິນ.
“ຄືກັນກັບການເປີດສະວິດໄຟ ທາງການຂອງມາເຊຍ ໄດ້ຫັນກັບຄືນມາປະຕິບັດການລະເມີດສິດທິຕ່າງໆ ຄືກັບເມື່ອກ່ອນ” ນັ້ນແມ່ນຄຳເວົ້າຂອງທ່ານ ຟີລ ໂຣເບີດສັນ ຮອງຜູ້ອຳນວຍການປະຈຳເຂດເອເຊຍ ຂອງອົງການປົກປ້ອງສິດທິມະນຸດ Human Rights Watch ທີ່ໄດ້ກ່າວໄປ.