ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການເລືອກຕັ້ງ ທີ່ລັດຊາຣາວັກ ຂອງມາເລເຊຍ


ການເລືອກຕັ້ງ ທີ່ລັດຊາຣາວັກ ຂອງມາເລເຊຍ
ການເລືອກຕັ້ງ ທີ່ລັດຊາຣາວັກ ຂອງມາເລເຊຍ

ແຜນທີ່ມາເລເຊຍ
ແຜນທີ່ມາເລເຊຍ

ການປ່ອນບັດໄດ້ເລີ້ມຂຶ້ນແລ້ວທີ່ລັດຊາຣາວັກຂອງມາເລເຊຍໃນວັນເສົາມື້ນີ້ໃນການເລືອກ
ຕັ້ງທີ່ຖືກັນວ່າ ເປັນການທົດສອບເບິ່ງຄວາມນິຍົມຂອງປະຊາຊົນທີ່ມີຕໍ່ນາຍົກລັດຖະມົນຕີ
Najib Razak.

ພັກປະສົມແນວໂຮມແຫ່ງຊາດ ທີ່ປົກຄອງປະເທດຢູ່ໃນເວລານີ້ ຂອງທ່ານ Najib ໄດ້ສູນ
ເສຍຄະແນນສຽງສອງສ່ວນສາມໃນປີ 2008 ໂດຍໄດ້ເສຍບ່ອນນັ່ງຫຼາຍເປັນປະວັດການ
ໃຫ້ແກ່ພັກປະສົມຝ່າຍຄ້ານ 3 ພັກພາຍໃຕ້ການນຳພາຂອງອະດີດຮອງນາຍົກລັດຖະມົນ
ຕີ Anwar Ibrahim.

ການໄດ້ຮັບໄຊຊະນະຂອງພັກປະສົມແນວໂຮມແຫ່ງຊາດຂອງທ່ານ Najib ຢູ່ໃນລັດດັ່ງ
ກ່າວນີ້ຈະເປັນຮ່ອງຮອຍສະແດງໃຫ້ເຫັນວ່າ ພັກລັດຖະບານໄດ້ຮັບຄວາມນິຍົມຄືນໃໝ່
ຈາກປະຊາຊົນ ແລະອາດຈະຊຸກຍູ້ ໃຫ້ນາຍົກລັດຖະມົນຕີຮຽກໃຫ້ມີການເລືອກຕັ້ງ ຊຶ່ງ
ຈະມີຂຶ້ນໃນປີ 2013 ນັ້ນ ກ່ອນກຳນົດ.

XS
SM
MD
LG