ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ມີຜູ້ເສຍຊີວິດ ຢ່າງໜ້ອຍ 11 ຄົນ ຍ້ອນແຜ່ນດິນໄຫວ ຢູ່ ມາເລເຊຍ


Malaysia Quake
please wait
Embed

No media source currently available

0:00 0:00:31 0:00

ພວກກູ້ໄພທີ່ລັດຊາບາໃນເກາະບໍນຽວຂອງມາເລເຊຍພວມຊອກ
ຄົ້ນຫາ 8 ຄົນ ທີ່ຫາຍສາບສູນໄປ ຢູ່ພູ Kinabalu ຫລັງຈາກໄດ້
ເກີດແຜ່ນດິນໄຫວທີ່ມີຄວາມແຮງແທກໄດ້ 5.9 ໃນວັນສຸກວານນີ້ ຊຶ່ງໄດ້ສົ່ງກ້ອນຫີນທັງນ້ອຍແລະໃຫຍ່ພັງລົງມາຕາມຈ້າຍພູເຮັດມີ
ຜູ້ເສຍຊີວິດຢ່າງໜ້ອຍ 11 ຄົນ.

ທ່ານ Mohamad Farhan Lee Abdullah ຜູ້ບັນຊາການຕຳ
ຫຼວດໃນເຂດເມືອງ Ranau ກ່າວໃນວັນເສົາມື້ນີ້ວ່າ ໃນຄືນວັນ
ສຸກວານນີ້ ໄດ້ມີການພົບເຫັນ 2 ສົບ ຮວມທັງຜູ້ນຳທາງຊຶ່ງເປັນ
ຄົນທ້ອງຖິ່ນ ອາຍຸ 30 ປີ ແລະເດັກນ້ອຍແມ່ຍິງ ສິງກະໂປອາຍຸ
12 ປີ ຊຶ່ງເປັນສ່ວນນຶ່ງ ຂອງກຸ່ມນັກຮຽນປະຖົມ 38 ຄົນ ແລະນາຍຄູ 2 ຄົນຈາກສິງກະໂປ. ນອກນັ້ນຍັງມີອີກ 9 ສົບໄດ້ພົບເຫັນໃນວັນເສົາມື້ນີ້.

ເຈົ້າໜ້າທີ່ເວົ້າວ່າ ມີ 20 ຄົນໄດ້ຮັບບາດເຈັບແລະໄດ້ຖືກນຳສົ່ງໄປຍັງໂຮງໝໍໃນເຂດທ້ອງ ຖິ່ນຂອງມາເລເຊຍແລ້ວ.

ມີພວກປີນພູເກືອບ 200 ຄົນ ຢູ່ເທິງພູດັ່ງກ່າວ ເວລາເກີດແຜ່ນດິນໄຫວ ໃນເວລາ 7 ໂມງ ເຊົ້າຕາມເວລາທ້ອງຖິ່ນໃນວັນສຸກວານນີ້. ແຜ່ນດິນໄຫວດັ່ງກ່າວໄດ້ສ້າງຄວາມເສຍຫາຍ ໃຫ້ແກ່ຕຶກອາຄານຫຼາຍໆຫຼັງ ຢູ່ໃນລັດຊາບາ.

XS
SM
MD
LG