ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສານ​ມາ​ເລ​ເຊຍ ​​ຢືນ​ຢັດຕໍ່ຄຳ ຕັດສິນ ຄວາມຜິດຂອງອະດີດນາຍົກ ນາ​ຈິບ ໃນຂໍ້ຫາການສໍ້​ລາດ​ບັງ​ຫລວງ


ທ່ານ ນາຈິບ ຣາຊັກ (ຂວາ), ອະ​ດີດ​ນາ​ຍົກ​ມາ​ເລ​ເຊຍໄດ້​ໄປ​ເຖິງ​ສານອຸ​ທອນ​ໃນ​ເມືອງ Putrajaya, ວັນ​ທີ 5 ເມ​ສາ 2021
ທ່ານ ນາຈິບ ຣາຊັກ (ຂວາ), ອະ​ດີດ​ນາ​ຍົກ​ມາ​ເລ​ເຊຍໄດ້​ໄປ​ເຖິງ​ສານອຸ​ທອນ​ໃນ​ເມືອງ Putrajaya, ວັນ​ທີ 5 ເມ​ສາ 2021

ສານມາເລເຊຍໃນວັນພຸດມື້ນີ້ ໄດ້ຢືນ​ຢັດ​ຕໍ່ຄຳຕັດສິນຄວາມຜິດຂອງອະດີດນາຍົກລັດຖະມົນຕີ ນາ​ຈິບ ຣາ​ຊັກ (Najib Razak) ໃນຂໍ້ຫາສໍ້​ລາດ​ບັງ​ຫລວງເອົາເງິນຫຼາຍຕື້ໂດລາທີ່​ເປັນ​ເລື້ອງນອງ​ນັນໃນກອງທຶນຂອງລັດຖະ​ບານ 1 Malaysia Development Bhd ຫລື 1MDB ເຊິ່ງໄດ້ສ້າງຄວາມຫຍຸ້ງ ຍາກໃຫ້ແກ່ຄວາມຫວັງຂອງ​ທ່ານທີ່ຈະກັບຄືນມາຫາວົງ​ການການເມືອງໄດ້ອີກ, ອີງ​ຕາມ​ອົງ​ການ​ຂ່າວ​ຣອຍ​ເຕີ​ສ໌ (Reuters).

ທ່ານ ນາ​ຈິບ ໄດ້ຂໍອຸທອນຕໍ່ການຕັດ​ສິນລົງໂທດຈຳຄຸກ 12 ປີ ແລະປັບໃໝ 50 ລ້ານໂດລາສະຫະລັດ ໂດຍສານສູງຂອງນະ​ຄອນ​ຫລວງ​ກົວ​ລາລຳ​ເປີ​ ໃນປີ ກາຍນີ້ ໃນຂໍ້ຫາລະເມີດຄວາມເຊື່ອຖືທາງອາຍາ, ການສວຍໃຊ້ອຳນາດ ແລະ ການຟອກເງິນ ເຊິ່ງເປັນນຶ່ງໃນ 5 ການພິຈາ​ລະ​ນາ​ຄະ​ດີ ທີ່ທ່ານກຳລັງ ປະເຊີນຢູ່ກ່ຽວກັບຂໍ້ກ່າວຫາສໍ້ລາດບັງຫຼວງ.

ສານພົບວ່າທ່ານໄດ້ຮັບເງິນຢ່າງຜິດກົດໝາຍປະມານ 10 ລ້ານໂດລາຈາກ SRC International, ເຊິ່ງເປັນອະດີດໜ່ວຍງານຂອງ 1MDB ທີ່ຖືກຍົກເລີກ ການ​ໃຫ້​ທຶນ​ຢູ່ໃນປັດຈຸບັນ, ເຖິງແມ່ນວ່າທ່ານ ນາ​ຈິບ ຈະເວົ້າວ່າບໍ່ມີຄວາມຜິດ ແລະ ໄດ້ປະຕິເສດມາ​ຕະ​ຫລອດວ່າ ບໍ່​ໄດ້ເຮັດຜິດກໍຕາມ.

ການອຸທອນດັ່ງກ່າວໄດ້ຖືກຕິດຕາມຢ່າງໃກ້ຊິດທ້າມກາງຄວາມຢ້ານກົວວ່າ ຜູ້ນໍາພັກທີ່ປົກ​ຄອງ​ປະ​ເທດ​ທີ່​ກຳ​ລັງປະເຊີນກັບຂໍ້ກ່າວຫາທາງອາຍາຢູ່​ຈະສາ ມາດຮັບປະກັນວ່າ​ມີການຜ່ອນຜັນ​ໂທດໄດ້ ຫລັງຈາກການກັບຄືນມາ​ມີ​ອຳ​ນາດ ຂອງພັກຂອງທ່ານ ນາ​ຈິບ, ຊຶ່ງ​ແມ່ນ​ພັກອົງການສາ​ມັກ​ຄີຊາດຂອງ​ຊາວ​ມາ​ເລ ຫລື Malays National (UMNO) ໃນເດືອນສິງຫາປີໜ້າ.

"ນີ້​ແມ່ນ​ການ​ຕັດ​ສິນ​ໃຈ​ທີ່​ສໍາ​ຄັນ​ທີ່​ມີ​ຜົນ​ກະ​ທົບ​ທາງ​ດ້ານ​ການ​ເມືອງ​ໂດຍ​ກົງ​,​" ນັ້ນ​ຄື​ຄຳ​ເວົ້າ​ຂອງສະ​ມາ​ຊິກ​ສະ​ພາຈາກ​ຝ່າຍ​ຄ້ານ, ທ່ານ ວອງ ເຈັນ (Wong Chen) ທີ່​ຂຽນ​ລົງ​ໃນ Twitter​. "ຄໍາຕັດສິນນີ້ຫມາຍຄວາມວ່າທ່າ​ນ ນາ​ຈິບ ຈະບໍ່ສາມາດເປັນຜູ້ສະຫມັກເລືອກ​ຕັ້ງ​ໄດ້ຖ້າມີການເລືອກຕັ້ງແບບ​ກະ​ທັນ​ຫັນ ໃນຕົ້ນປີຫນ້ານີ້."

ຜູ້ພິພາກສາສານອຸທອນ, ທ່ານ ອັບ​ດູ​ລ ຄາ​ຣິມ ຈາ​ລີ​ລ (Abdul Karim Abdul Jalil) ກ່າວ​ວ່າ ທ່ານ​ເຫັນ​ດີ​ນຳ​ສານ​ສູງ​ ກ່ຽວ​ກັບ ​ຂໍ້​ຄວາມ​ຂອງ​ຄຳ​ຕັດສິນ​ ​ແລະ ​ການຕັດ​ສິນ​ໂທດ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG