ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມາເລເຊຍສືບສວນການເສຍຊີວິດ ຂອງຜູ້ຊ່ອຍຝ່າຍຄ້ານ


ມາເລເຊຍສືບສວນການເສຍຊີວິດ ຂອງຜູ້ຊ່ອຍຝ່າຍຄ້ານ
ມາເລເຊຍສືບສວນການເສຍຊີວິດ ຂອງຜູ້ຊ່ອຍຝ່າຍຄ້ານ

ມາເລເຊຍກ່າວວ່າ ຕົນຈະຕັ້ງຄະນະກຳມາທິການນຶ່ງຂຶ້ນ
ເພື່ອສືບສວນເບິ່ງການເສຍຊີວິດ ຂອງຜູ້ຊ່ອຍນັກການ
ເມືອງຝ່າຍຄ້ານຄົນນຶ່ງໃນປີກາຍ ຫຼັງຈາກການພິຈາລະ
ນາຄະດີໃນສັບປະດານີ້ສິ້ນສຸດລົງໂດຍປາດສະຈາກການ
ອອກຄຳຕັດສິນ.

ນາຍົກລັດຖະມົນຕີ Najib Razak ກ່າວໃນວັນສຸກມື້ນີ້
ວ່າ ການສືບສວນຢ່າງກວ້າງຂວາງ ແມ່ນຈະເບິ່ງໄປເຖິງ
ຄວາມເປັນໄປໄດ້ກ່ຽວກັບການລະເມີດສິດທິມະນຸດຢູ່ໃນ
ຄະນະກຳມາທິການ ຕໍ່ຕ້ານການສໍ້ລາດບັງຫຼວງຂອງມາ
ເລເຊຍ.

ມາເລເຊຍສືບສວນການເສຍຊີວິດ ຂອງຜູ້ຊ່ອຍຝ່າຍຄ້ານ
ມາເລເຊຍສືບສວນການເສຍຊີວິດ ຂອງຜູ້ຊ່ອຍຝ່າຍຄ້ານ

ໃນມື້ວັນພຸດຜ່ານມານີ້ ທ່ານ Azmil Mun-
tapha Abas ເຈົ້າໜ້າທີ່ສັນນະສູດສົບຂອງ
ມາເລເຊຍ ໄດ້ອັດການສອບສວນຄະດີທີ່ດຳ
ເນີນມາ ເປັນເວລາດົນນານ ກ່ຽວກັບການ
ເສຍຊີວິດແບບລຶກລັບ ຂອງທ່ານ Teoh
Beng Hock ຜູ້ຊ່ອຍນັກການເມືອງຝ່າຍ
ຄ້ານຄົນນຶ່ງ ທີ່ລັດ Selangor ໂດຍບໍ່ໄດ້
ຕັດສິນວ່າ ຜູ້ກ່ຽວໄດ້ຂ້າໂຕຕາຍຫຼືຖືກຄາດຕະກຳ.

ທ່ານ Azmil ໄດ້ອອກຄຳຕັດສິນແບບເປີດກວ້າງ ບໍ່ມີການລົງຄວາມເຫັນຄັກແນ່ ໂດຍ
ເວົ້າວ່າໃນເມື່ອຍັງບໍ່ພົບເຫັນຄວາມຈິງແລະຫຼັກຖານໂດຍກົງ ທີ່ວ່າມີຝ່າຍທີ 3 ພົວພັນ
ນຳນັ້ນ ການສະຫຼຸບໃດໆກໍຕາມກ່ຽວກັບເລື່ອງນີ້ ກໍທໍ່ໆກັນກັບການຄາດເດົານັ້ນເອງ.

ທ່ານ Teoh ໄດ້ຖືກພົບເຫັນວ່າເສຍຊີວິດໃນວັນທີ 4 ກໍລະກົດປີ 2009 ຢູ່ຊັ້ນທີ 5 ຂອງ
ສຳນັກງານກຳມາທິການຕໍ່ຕ້ານການສໍ້ລາດບັງຫຼວງຂອງມາເລເຊຍ. ພວກເຈົ້າໜ້າທີ່ຮັບຮູ້
ວ່າ ລາວໄດ້ຖືກສອບປາກຄຳໃນຕອນເດິກຂອງຄືນກ່ອນ ຢູ່ທີ່ຊັ້ນ 14 ຂອງຕຶກຫຼັງດຽວ
ກັນນີ້ ໃນລະຫວ່າງການສືບສວນ ກ່ຽວກັບການໃຊ້ຈ່າຍຂອງລັດດັ່ງກ່າວ.

XS
SM
MD
LG